ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມປ້ອງກັນພາຍໃນ ປິດການແຂ່ງຂັນກິລາສະໝັກຫຼິ້ນ
ເວລາອອກຂ່າວ: 2019-01-03 08:51:20 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 51 | ຄວາມນິຍົມ:



ກົມປ້ອງກັນພາຍໃນໄດ້ປິດ ການແຂ່ງຂັນກີລາສະໝັກຫຼິ້ນໃນ ວັນທີ 28 ທັນວາ 2018 ນີ້, ໂດຍ ການເປັນປະທານຂອງທ່ານພົນ ຈັດຕະວາ ບຸນລ້ຽງ ແສງພະຈັນ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຫົວຫນ້າກົມ ປ້ອງກັນພາຍໃນກະຊວງປ້ອງ ກັນປະເທດ, ມີຄະນະພັກ-ຄະນະ ບັນຊາ, ກົມ, ກອງ, ວິທະຍາຄານ, ພ້ອມດ້ວຍພະນັກງານ-ນັກຮົບ ຕະຫລອດເຖິງບັນດາຄະນະນຳ ແລະ ນັກກີລາທົ່ວກົມປ້ອງກັນ ພາຍໃນກອງທັບເຂົ້າຮ່ວມ. ຂະບວນການແຂ່ງກີລາສະ ໝັກຫຼິ້ນປະຈຳປີ 2018 ຂອງ ກົມປ້ອງກັນພາຍໃນໄດ້ໄຂຂຶ້ນ ແລະ ດຳເນີນການແຂ່ງຂັນມາ ແຕ່ວັນທີ 21 ທັນວາ ຜ່ານມາ ແລະ ສຳເລັດດ້ວຍບັນຍາກາດການແຂ່ງຂັນຄຶກຄື້ນມ່ວນຊື່ນ ຕະຫຼອດການແຂ່ງຂັນ ເພື່ອເປັນ ການສ້າງບັນຍາກາດຟົດຟື້ນ ມ່ວນຊື່ນຂໍ່ານັບຮັບຕ້ອນວັນປະ ຫວັດສາດຂອງຊາດຂອງພັກ ຂອງກອງທັບເວົ້າລວມ, ເວົ້າສະເພາະວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ແລະ ວັນ ສ້າງຕັ້ງອົງການປ້ອງກັນພາຍໃນຄົບຮອບ 63 ປີ ທີ່ຈະມາເຖິງໃນ ມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ ມ່ວນຊື່ນ ແລະ ມີຄວາມຫມາຍ ເລິກເຊິ່ງ. ການແຂ່ງຂັນກີລາ ໃນຄັ້ງນີ້ມີ 2 ປະເພດຄື: ບານ ສົ່ງຊາຍ ແລະ ເປຕັງຊາຍ ຜ່ານ ການແຂ່ງຂັນມາເປັນເວລາ 6 ວັນສາມາດສະຫລຸບໄດ້ດັ່ງນີ້: ປະເພດກີລາບານສົ່ງຊາຍຊະນະເລີດໄດ້ແກ່ກອງພັນ 988, ທີ 2 ກົມປ້ອງກັນພາຍໃນ, ທີ 3 ກອງພັນ 989, ກີລາເປຕັງຊາຍຊະນະເລີດໄດ້ແກ່ວິທະຍາຄານສັນຕິບານປະຊາຊົນ, ທີ 2 ວິທະຍາຄານຕຳຫຼວດປະຊາຊົນ, ທີ 3 ກົມຄຸມຂັງດັດສ້າງ ປກສ ແລະ ທີ 4 ກອງວິທະຍາສາດເຕັກ ນິກອາຍາ. ໃນໂອກາດປິດການ ແຂ່ງຂັນກີລາທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາກໍຄື ນັກກີລາແຕ່ລະກົມກອງທີ່ໄດ້ເອົາ ໃຈໃສ່ສຸມໃຈສົ່ງນັກກີລາຂອງ ຕົນເຂົ້າຮ່ວມຢ່າງເປັນຂະບວນ ຟົດຟື້ນ ແລະ ຮັບປະກັນໄດ້ຄວາມ ປອດໄພເຮັດໃຫ້ຂະບວນດັ່ງກ່າວໄດ້ຮັບຜົນສຳເລັດຢ່າງຈົບງາມ. ພອມທັງຮຽກຮ້ອງໃຫ້ຄະນະຮັບ ຜິດຊອບ ແລະ ນັກກີລາທຸກພາກສ່ວນຈົ່ງພ້ອມກັນສືບຕໍ່ນຳເອົາຜົນ ສຳເລັດໃນຂະບວນດັ່ງນີ້ເພື່ອສ້າງ ແຜນການສືບຕໍ່ເຝິກຝົນກຳລັງ ແຮງກາຍໃຫ້ມີສຸຂະພາບແຂງ ແຮງປະກອບສ່ວນເຂົ້າໃນການ ປັບປຸງກໍ່ສ້າງກົມກອງໃຫ້ເຕີບ ໃຫຍ່ເຂັ້ມແຂງ. ໂດຍ: ນາງ ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ