ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສຳເລັດການຢ້ຽມຣາຊະອານາຈັກກຳປູເຈຍ
ເວລາອອກຂ່າວ: 2019-01-02 09:08:18 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ຕອບສະຫນອງຕາມຄຳ ເຊື້ອເຊີນຂອງທ່ານ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງຣາຊະອາ ນາຈັກກຳປູເຈຍ ໃນລະຫວ່າງວັນ ທີ 27-29 ທັນວາ 2018 ຜ່ານ ມານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການ ຢ້ຽມຢາມຣາຊະອະນາຈັກກຳ ປູເຈຍຢ່າງເປັນທາງການ. ໃນໄລຍະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ກໍໄດ້ພົບປະ ສອງຝ່າຍກັບຄະນະຜູ້ແທນກະ ຊວງປ້ອງກັນປະເທດ ແຫ່ງ ຣາ ຊະອານາຈັກກຳປູເຈຍ ກ່ຽວກັບ ບັນຫາຕ່າງໆ ໂດຍສະເພາະແມ່ນ ວຽກງານດ້ານຊາຍແດນລະ ຫວ່າງສອງປະເທດ ເຊິ່ງຄະນະ ທັງສອງແມ່ນເຫັນດີເປັນເອກະ ພາບຕາມເນື້ອໃນຈິດຂອງທັງ ສອງນາຍົກ ລາວ-ກຳປູເຈຍ ໄດ້ ພົບປະກັນໃນຫລາຍຄັ້ງຜ່ານມາ, ພ້ອມນັ້ນກໍໄດ້ປຶກສາຫາລືກ່ຽວກັບການແລກປ່ຽນຢ້ຽມຢາມລະຫວ່າງຄະນະຜູ້ແທນທະຫານຂັ້ນ ສູງທັງສອງປະເທດ ແລະ ບັນດາ ຂະແຫນງການເຫລົ່າຮົບທີ່ທັງ ສອງຝ່າຍເຫັນດີຮ່ວມກັນ, ບົນ ພື້ນຖານຄວາມປອງດອງເຫັນ ອົກເຫັນໃຈເຊິ່ງກັນ ແລະ ກັນ, ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ ເຂົ້າຮ່ວມກອງປະຊຸມພົບປະສາມ ລັດຖະມົນຕີກະຊວງປ້ອງກັນປະ ເທດລາວ-ຫວຽດນາມ ແລະ ກຳ ປູເຈຍ. ການເຂົ້າຮ່ວມກອງປະຊຸມດັ່ງກ່າວແມ່ນເປັນນິມິດໝາຍອັນສຳຄັນ ແລະ ເປັນສັນຍາລັກ ແຫ່ງການຮັດແຫນ້ນຄວາມສາ ມັກຄີມິດຕະພາບທີ່ມີມາແຕ່ຍາວ ນານລະຫວ່າງ ລາວ-ຫວຽດນາມ ແລະ ກຳປູເຈຍ ແມ່ນສາມປະເທດ ທີ່ມີຊາຍແດນຕິດຈອດກັນ, ເປັນ ສາມປະເທດທີ່ເຄີຍຕົກຢູ່ໃນຊະ ຕາກຳອັນດຽວກັນ, ເຄີຍມີມູນ ເຊື້ອຊ່ວຍເຫລືອເຊິ່ງກັນ ແລະ ກັນ ມາແຕ່ດຶກດຳບັນ, ເຄີຍຮ່ວມ ທຸກຮ່ວມສຸກນຳກັນດ້ວຍທີ່ຕັ້ງ ທາງພູມມີສາດທັງສາມປະເທດ, ດ້ວຍເຫດນັ້ນທັງສາມປະເທດ ຕ້ອງພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນສາ ມັກຄີສຸດແສນລ້ຳຄ່າ ແລະ ເປັນ ມູນເຊື້ອລະຫວ່າງສາຊາດ, ສາມ ກອງທັບ ລາວ-ຫວຽດນາມ ແລະ ກຳປູເຈຍ ໃຫ້ໄດ້ຮັບການພັດທະ ນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມກັນສ້າງເຂດຊາຍແດນ ຂອງສາມປະເທດໃຫ້ມີສະຖຽນ ລະພາບ, ມີຄວາມສະຫງົບ, ປອດ ໄພ, ປະສານຢ່າງແຫນ້ນແຟ້ນໃນການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງ-ການນຳໃຊ້ຊັບພະ ຍາກອນທຳມະຊາດ ແລະ ຮ່ວມ ມືກັນຕິດຕາມ, ຄຸ້ມຄອງ ເພື່ອສະ ກັດກັ້ນຕໍ່ການເຄື່ອນໄຫວແບ່ງ ແຍກຄວາມສາມັກຄີຂອງສາມ ປະເທດພວກເຮົາ, ຖ້າມີບັນຫາ ຫລືກໍລະນີເກີດຂຶ້ນໃນບໍລິເວນ ຊາຍແດນກໍຕ້ອງຍືດຫມັ້ນການ ແກ້ບັນຫາແບບສັນຕິວິທີ, ພົບປະ ເຈລະຈາ ແລະ ປະສານງານດ້ວຍ ຄວາມຈີ່ງໃຈນຳກັນ, ສະເຫມີ ພາບ, ຕ່າງຝ່າຍມີຜົນປະໂຫຍດ, ຫລີກລ່ຽງການໃຊ້ຄວາມຮຸນ ແຮງ ຕໍ່ກັນ, ພ້ອມກັນສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າຂາຍ ເຖື່ອນ, ການຂົນສົ່ງຢາເສບຕິດ, ການຄ້າມະນຸດຂ້າມຊາຍແດນ ແລະ ອາດຊະຍາກຳຂ້າມຊາດ ຕາມບໍລິເວນຊາຍແດນຂອງສາມ ປະເທດ. ໂອກາດທີ່ທ່ານ ພົນເອກ ຈັນ ສະຫມອນ ຈັນຍາລາດ ໄດ້ເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ. ກອງ ປະຊຸມຄັ້ງນີ້ທ່ານຍັງໄດ້ເຂົ້າຢ້ຽມ ຂໍ່ານັບທ່ານ ສົມເດັດ ຮຸນແຊນ ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອາ ນາຈັກກຳປູເຈຍ, ເຊິ່ງທ່ານນາ ຍົກລັດຖະມົນຕີກຳປູເຈຍກໍໄດ້ຕີ ລາຄ່າສູງຕໍ່ການເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ຣາ ຊະອານາຈັກກຳປູເຈຍຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະ ເທດແຫ່ງ ສປປ ລາວ ພ້ອມທັງ ອວຍພອນໃຫ້ທ່ານພ້ອມດ້ວຍຄະນະຈົ່ງປະສົບຜົນສຳເລັດໃນການເດີນທາງທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກກຳປູເຈຍໃນຄັ້ງນີ້. ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ ສະແດງຄວາມຂອບໃຈຕໍ່ທ່ານນາ ຍົກຮຸນແຊນ ທີ່ໄດ້ໃຫ້ການຕ້ອນ ຮັບອັນອົບອຸ່ນ ແລະ ຈິງໃຈໃນຄັ້ງ ນີ້ເປັນການຮັດແຫນ້ນຄວາມສາ ມັກຄີລະຫວ່າງສອງປະເທດ ລາວ-ກຳປູເຈຍ ໃຫ້ແຫນ້ນແຟ້ນ ຍິ່ງໆຂຶ້ນ, ພ້ອມນັ້ນຄະນະຍັງໄດ້ ເດີນທາງໄປວາງພວງມາລາຢູ່ ອະນຸສາວະລີ ແລະ ເດີນທາງເຂົ້າ ຮ່ວມພີທີສົມໂພດອະນຸສາວະລີ ຊະນະ ຊະນະ ຢູ່ທີ່ນະຄອນຫຼວງ ພະນົມເປັນ ກ່ອນເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ