ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດລາວ - ຫວຽດນາມ ແລະ ກຳປູເຈຍ
ເວລາອອກຂ່າວ: 2018-12-31 09:36:26 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 239838703 | ຄວາມນິຍົມ:



ກອງປະຊຸມພົບປະລະຫວ່າງລັດຖະ ມົນຕີກະຊວງປ້ອງກັນປະເທດລາວ-ຫວຽດນາມ ແລະ ກຳປູເຈຍ ປະຈຳປີ 2019 ໄດ້ ຈັດຂຶ້ນໃນຕອນຄໍ່າຂອງວັນທີ 27 ທັນ ວາ 2018 ນີ້, ຢູ່ທີ່ນະຄອນຫຼວງພະນົມ ເປັນຣາຊະອານາຈັກກຳປູເຈຍ ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ໂງ ຊວນລິກ ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ຣາຊະອາ ນາຈັກກຳປູເຈຍ. ການພົບປະລະຫວ່າງສາມ ລັດຖະມົນຕີກະຊວງປ້ອງກັນປະ ເທດ ລາວ-ຫວຽດນາມ ແລະ ກຳ ປູເຈຍ ຄັ້ງນີ້ແມ່ນປະຕິບັດຕາມ ແຜນການຮ່ວມມືປະຈຳປີ 2019, ວ່າດ້ວຍແຜນການຮ່ວມມືທາງ ດ້ານການເມືອງ, ເສດຖະກິດ- ວັດທະນະທຳ ແລະ ສັງຄົມ ໂດຍ ສະເພາະແມ່ນໃນຂົງເຂດວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທີ່ທັງສາມຝ່າຍ ຕ່າງກໍມຸ້ງຫວັງທີ່ຈະພົວພັນຮ່ວມ ມືກັນໃຫ້ແໜ້ນແຟ້ນຮ່ວມກັນແກ້ ໄຂບັນຫາຕ່າງໆດ້ວຍສັນຕິວິທີ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນ, ບົນພື້ນຖານຄວາມ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ທັງເປັນການຟື້ນຟູມູນເຊື້ອສາຍ ພົວພັນຄວາມສາມັກຄີລະຫວ່າງ ສາມຊາດລາວ-ຫວຽດນາມ ແລະ ກຳປູເຈຍທີ່ມີມາແຕ່ຍາວ ນານໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆ ຂຶ້ນ, ບົນພື້ນຖານຮ່ວມກັນແລກ ປ່ຽນຂໍ້ມູນຂ່າວສານ, ແກ້ໄຂ ເຫດການທີ່ເກີດຂຶ້ນໃຫ້ທ່ວງທັນ ຫຼີກລ່ຽງບໍ່ໃຫ້ບຸກຄົນທີສາມ ແຊກແຊງກິດຈະການຄວາມໝັ້ນ ຄົງພາຍໃນ ເຊິ່ງຈະເປັນການທຳ ລາຍມ້າງເພຄວາມສາມັກຄີມິດ ຕະພາບລະຫວ່າງສາມປະເທດ. ໂອກາດດັ່ງກ່າວ, ທ່ານພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ກໍໄດ້ມີຄຳ ເຫັນຫຼາຍບັນຫາສຳຄັນ ສະແດງ ຄວາມເພິ່ງພໍໃຈ ແລະ ຕີລາຄາ ສູງຕໍ່ໝາກຜົນຂອງການພົບປະ ສາມລັດຖະມົນຕີກະຊວງປ້ອງ ກັນປະເທດ ລາວ-ຫວຽດນາມ ແລະ ກຳປູເຈຍຄັ້ງນີ້, ສະແດງ ຄວາມຂອບອົກຂອບໃຈອັນຈິງ ໃຈມາຍັງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ຣາຊະອານາ ຈັກກຳປູເຈຍ ທີ່ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນກະຊວງປ້ອງກັນ ປະເທດ ສປປ ລາວ ດ້ວຍໄມຕີຈິດ ມິດຕະພາບອົບອຸ່ນ ແລະ ສະໜິດ ສະໜົມ. ທ່ານ ພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສສ ຫວຽດນາມ ກໍໄດ້ ໃຫ້ທັດສະນະຫຼາຍບັນຫາຕໍ່ການ ພົວພັນຮ່ວມມືລະຫວ່າງ 3 ປະ ເທດເປັນຕົ້ນແມ່ນການຮ່ວມມື ທາງດ້ານການເມືອງ, ຄວາມ ໝັ້ນຄົງພາຍໃນ ແລະ ບໍລິເວນ ຊາຍແດນໃຫ້ມີຄວາມສະຫງົບ ປອດໄພໂດຍພື້ນຖານ. ສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາ ຈັກກຳປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ ການເດີນທາງມາຢ້ຽມຢາມ ແລະ ພົບປະສາມລັດຖະມົນຕີກະຊວງ ປ້ອງກັນປະເທດ ປະຈຳປີ 2019 ຂອງລັດຖະມົນຕີກະຊວງປ້ອງ ກັນປະເທດ ສປປ ລາວ ແລະ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນ ການຢັ້ງຢືນເຖິງແຜນການຮ່ວມ ມື ແລະ ບາດກ້າວໃໝ່ຂອງສາມ ປະເທດ ບົນພື້ນຖານແຫ່ງຄວາມ ປອງດອງສາມັກຄີ ແລະ ຫວັງ ຢ່າງຍິ່ງວ່າສາຍພົວພັນ ແລະ ການຮ່ວມມືລະຫວ່າງສາມຊາດ , ສາມກອງທັບ ກຳປູເຈຍ, ລາວ ແລະ ຫວຽດນາມ ຈະໄດ້ຮັບການ ເພີ່ມພູນຄູນສ້າງໃຫ້ມີບາດກ້າວ ໃໝ່ ເພື່ອຜົນປະໂຫຍດຂອງປະ ຊາຊົນສາມຊາດອິນດູຈີນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ