ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະສິລະປະກອນ ສູນກາງກອງທັບ ປົດປ່ອຍປະຊາຊົນຈີນ ສະແດງມິດຕະພາບ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2018-12-26 10:04:13 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ຄະນະສິລະປະກອນສູນກາງ ກອງທັບປົດປ່ອຍປະຊາຊົນ ຈີນ, ສະແດງມິດຕະພາບໃນໂອ ກາດສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ທີ່ຫໍວັດທະ ນະທຳແຫ່ງຊາດນະຄອນຫລວງ ວຽງຈັນ ໃນວັນທີ 24 ທັນວາ 2018 ນີ້, ໂດຍເປັນກຽດເຂົ້າ ຮ່ວມຮັບຊົມຂອງສະຫາຍພົນ ເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ,ລັດຖະມົນຕີກະຊວງ ປ້ອງກັນປະເທດ, ມີສະຫາຍ ບົວ ເງິນ ຊາພູ ວົງ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ສະຫາຍພັນເອກ ພິເສດ ເຊີນຕານ ຮອງຫົວ ຫນ້າກອງສິລະປະກອນສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ມີການນຳພັກ-ລັດ, ຄະນະນຳ ກະຊວງປ້ອງກັນປະເທດ, ບັນ ດາທູດຕ່າງປະເທດປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງຫນ້າ ບັນດາກະຊວງ-ອົງການ ແລະ ພະນັກງານທະຫານຕຳ-ຫລວດ, ຊາວນະຄອນຫລວງວຽງຈັນເຂົ້າ ຮ່ວມຮັບຊົມ. ສະຫາຍພົນຈັດຕະວາ ສາຍ ສະໝອນ ສະຫລັບແສງ, ຫົວໜ້າ ກົມໂຄສະນາອົບຮົມກົມໃຫຍ່ການ ເມືອງກອງທັບໄດ້ຕາງຫນ້າໃຫ້ ນາຍ ແລະ ພົນທະຫານ-ພໍ່ແມ່ປະ ຊາຊົນລາວບັນດາເຜົ່າຊາວນະ ຄອນຫລວງວຽງຈັນ ສະແດງ ຄວາມຮູ້ສຶກເປັນກຽດ ແລະ ພາກ ພູມໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ແລະ ຊົມການສະແດງຂອງຄະນະ ສິລະປະສູນກາງກອງທັບປົດ ປ່ອຍປະຊາຊົນຈີນ ເຊິ່ງໄດ້ນຳ ເອົາໄມຕີຈິດມິດຕະພາບຄວາມ ສາມັກຄີຮັກແພງ ຖານບ້ານໃກ້ ເຮືອນຄຽງມາສູ່ກອງທັບ ແລະ ປະຊາຊົນລາວ ໃນທ່າມກາງທີ່ທົ່ວ ພັກ, ທົ່ວກອງທັບ ແລະ ປະຊາ ຊົນລາວບັນດາເຜົ່າ ພວມອອກ ແຮງແຂ່ງຂັນກັນສ້າງຜົນງານຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ ຢ່າງເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ. ການເດີນທາງມາ ຢ້ຽມຢາມ ແລະ ສະແດງມິດຕະ ພາບຂອງຄະນະສິລະປະກອນ ສູນກາງກອງທັບປົດປ່ອຍປະຊາ ຊົນ ຈີນ ໃນຄັ້ງນີ້ເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການ ສ້າງບັນຍາກາດຟົດຟື້ນມ່ວນຊື່ນ ແລະ ປຸກລະດົມກຳລັງໃຈຢ່າງ ກວ້າງຂວາງໃຫ້ແກ່ພະນັກງານ- ນັກຮົບ ໃນກອງທັບ ແລະ ປະຊາ ຊົນລາວບັນດາເຜົ່າ ເພື່ອປະກອບ ສ່ວນເຂົ້າໃນການແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງເລິກເຊິ່ງ ແລະ ມີຄວາມໝາຍ. ການສະແດງມິດຕະພາບຂອງ ຄະນະສິລະປະກອນສູນກາງກອງ ທັບປົດປ່ອຍປະຊາຊົນຈີນຄັ້ງນີ້ ຍັງເປັນການແລກປ່ຽນບົດຮຽນ ທາງດ້ານສິລະປະວັດທະນະທຳ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ລາວ-ຈີນ ໃຫ້ແຫນ້ນ ແຟ້ນຍິ່ງໆຂຶ້ນ, ລາຍການສະແດງ ຂອງຄະນະສິລະປະກອນກອງ ທັບປົດປ່ອຍປະຊາຊົນຈີນ ຄັ້ງນີ້ ແມ່ນປະກອບມີ 13 ລາຍການ ສະແດງສຳຄັນທີ່ສ່ອງແສງເຖິງ ຮີດຄອງປະເພນີວັດທະນະທຳ ດ້ານສຽງເພງປະກອບບົດຟ້ອນ ທີ່ງົດງາມ ແລະ ສະແດງເຖິງສາຍ ພົວພັນມິດຕະພາບທີ່ດີງາມ ລະ ຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ