ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອະດີດປະທານປະເທດ ຢ້ຽມຢາມ ແລະ ໃຫ້ທິດຊີ້ນຳ ພະນັກງານຫຼັກແຫຼ່ງ ແຂວງ ຄຳມ່ວນ
ເວລາອອກຂ່າວ: 2018-12-24 09:50:10 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ໃນວັນທີ 18 ທັນວາ 2018 ນີ້ ທ່ານ ຄຳໄຕ ສີພັນດອນ ອະ ດີດປະທານພັກ ແລະ ປະທານປະ ເທດແຫ່ງ ສປປ ລາວ ໄດ້ເດີນ ທາງຢ້ຽມຢາມແຂວງຄຳມ່ວນ ໂດຍໃຫ້ກຽດຕ້ອນຮັບຢ່າງອົບ ອຸ່ນຈາກ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ມີບັນດາ ທ່ານໃນຄະນະປະຈຳ, ພັກ ແຂວງກຳມະການພັກແຂວງ, ເລຂາພັກເມືອງ ແລະ ພະແນກ ການອ້ອມຂ້າງແຂວງເຂົ້າ ຮ່ວມ. ທ່ານ ໂອໄດ ສຸດາພອນ ໄດ້ ລາຍງານສະພາບການພັດທະ ນາເສດຖະກິດສັງຄົມໂດຍລວມ ຂອງແຂວງຄຳມ່ວນ ເປັນຕົ້ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງໃນ ທົ່ວແຂວງມີສະຖຽນລະພາບ ທາງດ້ານການເມືອງ, ມີຄວາມ ສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ດ້ານ ການລົງທຶນຂອງລັດໃນປີ2018 ມີຈຳນວນໂຄງການທີ່ສະພາຮັບ ຮອງທັງໝົດ 310 ໂຄງການ ແລະ ໃນ 9 ເດືອນທີ່ຜ່ານມາສາ ມາດຈັດຕັ້ງປະຕິບັດໄດ້ 128 ໂຄງການ, ດ້ານການເກັບລາຍ ຮັບເຂົ້າງົບປະມານມີແຜນການ ເກັບລາຍຮັບທັງພູດຂອງສູນ ກາງ ແລະ ທ້ອງຖິ່ນ 689 ຕື້ ກວ່າກີບ. ມາຮອດກາງເດືອນ ທັນວາ 2018 ສາມາດປະຕິ ບັດໄດ້ 630 ຕື້ກີບ ເທົ່າກັບ 91,45%ຂອງແຜນການ, ດ້ານ ກະສິກຳແຂວງຄຳມ່ວນກໍແມ່ນ ແຂວງໜຶ່ງທີ່ໄດ້ຮັບຜົນກະທົບ ຈາກໄພນຳ້ຖ້ວມ ເຊິ່ງໃນລະດູ ຝົນທີ່ຜ່ານມາ ມີເນື້ອທີ່ນາທີ່ຖືກ ຖ້ວມ 72 ພັນເຮັກຕາ ໃນນີ້ເສຍ ຫາຍ 26 ພັນເຮັກຕາ ແລະ ເພື່ອ ທົດແທນຜົນເສຍຫາຍດັ່ງກ່າວ ທາງແຂວງກໍໄດ້ສູ້ຊົນຜະລິດນາ ແຊງໃນເນື້ອທີ່ 10 ພັນເຮັກຕາ. ສ່ວນວຽກງານກໍ່ສ້າງຮາກຖານ ການເມືອງ ແລະ ພັດທະນາຊົນ ນະບົດຕິດພັນກັບການນຳພາແກ້ ໄຂຄວາມທຸກຍາກຂອງປະຊາ ຊົນກໍມີຜົນຄືບໜ້າ ເຊິ່ງປັດຈຸ ບັນໄດ້ສ້າງ ແລະ ປະກາດຄອບ ຄົວພັດທະນາໄດ້ແລ້ວ 71.310 ຄອບຄົວເທົ່າກັບ 91,3%, ຈຳ ນວນຄອບຄົວທຸກຍາກຍັງເຫຼືອ 638ຄອບຄົວເທົ່າກັບ 0,84%, ບ້ານທຸກຍາກຍັງ 10 ບ້ານ ເທົ່າ ກັບ 1,44% ແລະ ວຽກງານ ອື່ນໆກໍໄດ້ຮັບການຈັດຕັ້ງປະ ຕິບັດໄດ້ຢ່າງມີປະສິດທິຜົນ. ໂອກາດດັ່ງກ່າວທ່ານ ຄຳໄຕ ສີພັນດອນ ທ່ານໄດ້ມີຄຳເຫັນ ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະ ນະພັກ, ອຳນາດການປົກຄອງ ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາ ໃຈໃສ່ໃນຂົງເຂດວຽກງານ ປກຊ-ປກສ ໃຫ້ແຂງແຮງເພື່ອ ແກ້ໄຂບັນດາປາກົດການຫຍໍ້ທໍ້ທີ່ ເກີດຂຶ້ນເປັນຕົ້ນບັນຫາຢາເສບ ຕິດ, ຂີ້ລັກ, ງັດແງະ, ອຸປະຕິເຫດ ຕາມຖະໜົນເພື່ອສ້າງຄວາມເຊື່ອ ໝັ້ນໄວ້ວາງໃຈໃນການດຳລົງຊີ ວິດທີ່ສະຫງົບສຸກ ແລະ ປອດໄພ ຂອງປະຊາຊົນໄປພ້ອມໆກັບ ການເອົາໃຈໃສ່ຊຸກຍູ້ການຜະ ລິດເຂົ້ານາແຊງ, ປູກພືດລະດູ ແລ້ງໃຫ້ຫຼາຍຂຶ້ນ ເພື່ອທົດແທນ ຜົນເສຍຫາຍຈາກໄພນຳ້ຖ້ວມ ໂດຍສະເພາະບັນດາປັດໃຈສຳ ຄັນຂອງການຜະລິດເຊັ່ນ: ຊົນ ລະປະທານ, ແນວພັນພືດພັນ ສັດຕ່າງໆ ແລະ ພ້ອມກັນໃຫ້ ຄວາມສຳຄັນວຽກງານກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍ. ນອກນີ້ ທ່ານຍັງໄດ້ເນັ້ນຕື່ມເຖິງຈຸດປະ ສົງການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານເປັນຫົວ ໜ່ວຍພັດທະນາແມ່ນແນວທາງ ພັດທະນາປະເທດຊາດ ພາຍໃຕ້ ການນຳພາຂອງພັກຢ່າງເຖິງ ຖອງທີ່ສຸດ. ຂ່າວ: ກອງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ