ກອງປະຊຸມແຫ່ງຊາດດ້ານໂພຊະນາການ ປະຈຳປີ 2020
ເວລາອອກຂ່າວ: 2021-02-16 08:42:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 702 | ຄວາມນິຍົມ: ![]()
ກອງປະຊຸມແຫ່ງຊາດດ້ານ ໂພຊະນາການ ຄັ້ງທີ 6 ແລະ ກອງ ປະຊຸມຄະນະກຳມະການແຫ່ງ ຊາດ ດ້ານໂພຊະນາການປະ ຈຳປີ 2020 ( ໂພຊະນາການທີ່ດີ ເພື່ອທຸກຄົນ ) ໄດ້ປິດລົງໃນ ວັນທີ 12 ກຸມພາຜ່ານມາ ໂດຍການເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ, ປະທານຄະນະກຳ ມະການແຫ່ງຊາດດ້ານໂພຊະ ນາການ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ; ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະ ນະສຸກ, ຮອງປະທານຄະນະກໍາ ມະການແຫ່ງຊາດດ້ານໂພຊະນາ ການ; ທ່ານ H.E. ອີນາ ມາຊິນູ ຣິເຕ ເອກອັກຄະລັດຖະທູດຜູ້ມີ ອຳນາດເຕັມຂອງສະຫະພາບ ເອີຣົບ ປະຈຳ ສປປ ລາວ; ທ່ານ ປີເຕີ ເຮມອນ ເອກອັກຄະລັດ ຖະທູດສະຫະລັດອະເມຣິກາ ປະຈຳ ສປປ ລາວ ; ທ່ານ ດຣ ເປຍ ເລເບວໂລ ຜູ້ຕາງໜ້າອົງ ການ ອຸຍນີເຊັບ, ບັນດາທ່ານ ຫົວໜ້າທະນາຄານໂລກ, ຜູ້ຕາງ ໜ້າອົງການຈັດຕັ້ງສາກົນຄູ່ຮ່ວມ ພັດທະນາອົງການຈັດຕັ້ງສັງ ຄົມພາກທຸລະກິດເອກະຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຮສ ດຣ ບຸນກອງ ສີຫາວົງ ກ່າວວ່າ: ຜ່ານການປະ ຕິບັດວຽກງານດ້ານໂພຊະນາ ການ ໃນປີ 2020 ຜ່ານມາ ເຖິງວ່າຈະມີຜົນສໍາເລັດຫຼາຍ ດ້ານ ແຕ່ກໍຍັງພົບບາງຂໍ້ຄົງ ຄ້າງ ແລະ ສິ່ງທ້າທາຍເຊັ່ນ: ໂຄວິດ–19 ໄດ້ກະທົບເຮັດໃຫ້ ບາງຕົວຊີ້ວັດບໍ່ບັນລຸ, ການເຊື່ອມ ສານ ແລະ ປະສານງານດ້ານ ໂພຊະນາການຂະແໜງສຶກສາ, ກະສິກຳ ແລະ ສາທາລະນະ ສຸກຢູ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ບ້ານຍັງເຮັດບໍ່ໄດ້ດີເທົ່າ ທີ່ຄວນ, ບໍ່ສາມາດສັງລວມຕີລາ ຄາການຂາດອາຫານແຕ່ລະປະ ເພດໃນເດັກຕໍ່າກວ່າ 5 ປີໄດ້, ບາງໂຮງຮຽນບໍ່ມີນໍ້າໃຊ້ພຽງພໍ ໃນການປຸງແຕ່ງອາຫານ, ການ ປະຕິບັດວຽກງານສຸຂະອະນາ ໄມ, ການນໍາໃຊ້ຫ້ອງນໍ້າ, ການ ສະໜອງນໍ້າ ແລະ ວິດຖ່າຍຢູ່ບັນ ດາໂຮງຮຽນສ່ວນຫຼາຍຍັງບໍ່ ພຽງ ພໍ, ການແຈກຢາຍຢາທາດເຫຼັກ ແລະ ຢາຂ້າແມ່ທ້ອງລະຫວ່າງຂະ ແໜງສຶກສາ ແລະ ສາທາລະນະ ສຸກ ຍັງບໍ່ທັນສອດຄ່ອງເທົ່າທີ່ ຄວນ, ງົບປະມານຈັດກິດຈະກຳ ຕ່າງໆແມ່ນຍັງບໍ່ພຽງພໍ ແລະ ບັນ ຫາອື່ນໆອີກ.
ທ່ານ ສອນໄຊ ສີພັນດອນ ໄດ້ກ່າວບາງຕອນໃນກອງປະຊຸມ ວ່າ: “ ການລົງທຶນໃສ່ດ້ານໂພຊະ ນາການມີຈຸດປະສົງ ເພື່ອພັດທະ ນາຊັບພະຍາກອນມະນຸດໃຫ້ມີ ຄຸນນະພາບ ”. ໃນ ສປປ ລາວ ເຖິງຈະແກ້ໄຂບັນຫາດ້ານໂພຊະ ນາການໄດ້ໃນລະດັບໃດໜຶ່ງ ແຕ່ໃນປັດຈຸບັນກໍຍັງມີເດັກນ້ອຍ 1 ໃນ 3 ຄົນ ຫຼື ຈໍານວນເກືອບ 3 ແສນຄົນ ທີ່ຈະເປັນອະນາຄົດ ຂອງຊາດ ຍັງສ່ຽງຕໍ່ການຂາດ ສານອາຫານ, ເຊິ່ງຈະມີຜົນກະ ທົບຕໍ່ການພັດທະນາດ້ານຮ່າງ ກາຍ ແລະ ມັນສະໝອງ ພ້ອມພົບ ວ່າ ເກີດບັນຫາໂພຊະນາການເກີນ ແລະ ຕຸ້ຍ ທັງໃນເດັກ ແລະ ຜູ້ໃຫຍ່ ເພີ່ມຂຶ້ນ, ເຊິ່ງພົວພັນມາຈາກພຶດ ຕິກຳໃນການບໍລິໂພກອາຫານ ທີ່ບໍ່ຖືກຫຼັກໂພຊະນາການເປັນ ເຫດໃຫ້ມີຜົນກະທົບຕໍ່ ສຸຂະພາບ, ເສດຖະກິດ ແລະ ສັງຄົມ.
ທ່ານກ່າວຕື່ມວ່າ: ເພື່ອຜັນຂະ ຫຍາຍເນື້ອໃນຈິດໃຈຂອງກອງ ປະຊຸມຄັ້ງນີ້ໃຫ້ປະກົດເປັນຈິງ, ໃນນາມປະທານກອງປະຊຸມ ແລະ ປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນ ດາທ່ານຄະນະກຳມະການແຫ່ງ ຊາດດ້ານໂພຊະນາການບັນດາ ກະຊວງ-ອົງການ ແລະ ກອງ ເລຂາຄະນະກຳມະການໂພຊະ ນາການ ຈົ່ງໄດ້ສືບຕໍ່ຍົກສູງຄວາມ ຮັບຜິດຊອບ ແລະ ເອົາໃຈໃສ່ໃນ ການຊີ້ນຳ-ນຳພາການຈັດຕັ້ງປະ ຕິບັດບາງວຽກງານທີ່ສຳຄັນ ດັ່ງນີ້:
ໃຫ້ກອງເລຂາຂັ້ນສູນກາງ ຜັນຂະຫຍາຍຜົນກອງປະຊຸມໃນ ຄັ້ງນີ້ເຂົ້າໃນການສ້າງແຜນປະ ຕິບັດງານໂພຊະນາການ 2021-2025 ໃຫ້ສຳເລັດ ແລະ ໃຫ້ ບັນດາຂະແໜງການ, ແຂວງ ເຊື່ອມສານເຂົ້າໃນແຜນພັດທະນາ 5 ປີ ຄັ້ງທີ IX ແລະ ແຜນປະຈຳປີ ພ້ອມທັງກຳນົດບຸລິມະສິດສຳຄັນຂອງໂຄງການກິດຈະກຳໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ມອບໃຫ້ຄະນະກຳມະການໂພ ຊະນາການບັນດາຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງໄດ້ສືບຕໍ່ນຳພາ, ຊຸກຍູ້, ສົ່ງ ເສີມ, ໂຄສະນາ ແລະ ໃຫ້ຄວາມ ຮູ້ແກ່ປະຊາຊົນໃຫ້ທົ່ວເຖິງໃນ ການບໍລິໂພກອາຫານຖືກຫຼັກໂພ ຊະນາການທີ່ຫຼາກຫຼາຍ, ສົມ ສ່ວນ, ເໝາະສົມ ແລະ ພຽງພໍ ພ້ອມທັງປຸກລະດົມຂົນຂວາຍ ຊຸມຊົນເປັນເຈົ້າການໃນການແກ້ ໄຂບັນຫາໂພຊະນາການ ແລະ ຄ້ຳປະກັນສະບຽງອາຫານ ເພື່ອ ໃຫ້ເກີດຄວາມຍືນຍົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















