ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 27 ມີນາ 2025

  

ວກ ມອບເງິນອຸດໜູນໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2020-12-28 08:48:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 479 | ຄວາມນິຍົມ:



v ໃນວັນທີ 23 ທັນວາ 2020 ນີ້, ວິທະຍາຄານ ກົມມະດໍາ(ວກ) ໄດ້ຈັດຕັ້ງພິທີມອບເງິນອຸດໜູນ ໃຫ້ຄອບຄົວຜູ້ເສຍຊີວິດ, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຄໍາດີ ແສນວົງສາ ຮອງ ຫົວໜ້າຫ້ອງການເມືອງວິທະ ຍາຄານ ກົມມະດໍາ, ພ້ອມດ້ວຍ ການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຄອບຄົວ ຜູ້ເສຍຊີວິດເຂົ້າຮ່ວມ. ສະຫາຍ ພັນໂທ ບຸນສີ ວົງນະຄອນ ຫົວໜ້າພະແນກປະກັນສັງ ຄົມວິທະຍາຄານກົມມະດໍາໄດ້ ຜ່ານແຜນເບີກຈ່າຍ, ການມອບ-ຮັບເງິນອຸດໜູນເສຍຊີວິດ, ອີງ ຕາມຄໍາສັ່ງແນະນໍາຂອງກະ ຊວງປ້ອງກັນປະເທດກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການປະກັນສັງຄົມ. ເພື່ອປະ ຕິບັດຕາມຄໍາສັ່ງຂອງອໍານວຍ ການວິທະຍາຄານກົມມະດໍາ, ພະ ແນກປະກັນສັງຄົມຫ້ອງການ ເມືອງວິທະຍາຄານກົມມະດໍາ ຈຶ່ງໄດ້ມອບເງິນອຸດໜູນເສຍຊີວິດ ຂອງຜູ້ປະກັນຕົນ ແລະ ຄູ່ສົມລົດ ຂອງຜູ້ປະກັນຕົນໃຫ້ຜູ້ທີ່ເສຍຊີ ວິດ ຈໍານວນ 3 ຄອບຄົວ ລວມ ເປັນເງິນ ທັງໝົດ 222.886.870 ກີບ. ເປັນກຽດກ່າວມອບໂດຍສະ ຫາຍ ພັນໂທ ຄໍາດີ ແສນວົງສາ ແລະ ຕາງໜ້າກ່າວຮັບ ໂດຍຄອບ ຄົວຂອງຜູ້ເສຍຊີວິດ. ໂອກາດດັ່ງກ່າວ, ສະຫາຍ ພັນໂທ ຄໍາດີ ແສນວົງສາ ໄດ້ກ່າວ ວ່າການມອບເງິນອຸດໜູນນະ ໂຍບາຍ ໃຫ້ຄອບຄົວຜູ້ເສຍຊີ ວິດ ໃນວິທະຍາຄານກົມມະດໍາ ໃນຄັ້ງນີ້ເປັນການປະຕິບັດ ຕາມ ແຜນນະໂຍບາຍຂອງພັກ- ລັດຂັ້ນ ເທິງເຫັນໄດ້ຄຸນງາມຄວາມດີ ຂອງພະນັກງານ-ນັກຮົບຜູ້ເສຍ ຊີວິດ ທີ່ໄດ້ປະກອບສ່ວນວຽກ ງານ ແລະ ສຸມທຸກສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ວຽກ ງານພາຍໃນກົມກອງໃນໄລຍະ ຜ່ານມາ, ຫວັງວ່າເງິນຈໍານວນ ດັ່ງກ່າວນີ້ຈະນໍາເອົາໄປໝູນໃຊ້ ເຂົ້າໃນການສ້າງສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງຄອບ ຄົວໃຫ້ເກີດຜົນປະໂຫຍດສູງ. ໂດຍ: ຕ່ວນ ບຸບຜາ ທິບທິດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ