
ເມືອງສາລະວັນ ສຳເລັດການອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ກຳລັງກອງຫຼອນ
ເວລາອອກຂ່າວ: 2020-12-28 08:42:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 512 | ຄວາມນິຍົມ:
v ພິທີປີດຊຸດອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍ ລູກປືນແທ້ ປະຈຳປີ 2020 ໃຫ້ ກຳລັງກອງ ຫຼອນກອງຮ້ອຍທີ 1 ເທດສະບານ ເມືອງສາລະວັນ ໄດ້ຈັດຂຶ້ນໃນ ວັນທີ 22 ທັນວາ , ໂດຍການ ເປັນປະທານຂອງ ສະຫາຍ ຈັນ ສີລອນ ສີສົມບູນ ກຳມະການ ພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສາລະວັນປະທານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຂັ້ນເມືອງ, ມີ ສະຫາຍ ພັນໂທ ຄຳເບັນ ແກ້ວສາຍ ທອງ ຄະນະປະຈຳພັກເມືອງ ເລຂາ ຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ສາລະວັນ, ມີເລຂາຄະນະພັກ ບ້ານ, ສະຫະພັນແມ່ຍິງບ້ານ, ຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍກຳລັງກອງຫຼອນ 14 ໝູ່ ບ້ານເທສະບານເມືອງ ຈຳນວນ 45 ສະຫາຍເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳເບັນ ແກ້ວສາຍທອງ ໄດ້ຜ່ານບົດສະ ຫຼຸບການຈັດຕັ້ງເຝິກແອບຮຳ່ ຮຽນໃນໄລຍະຜ່ານມາ. ຄະນະ ພັກ-ຄະນະບັນຊາພວກ ເຮົາໄດ້ ເອົາໃຈໃສ່ຄົ້ນຄວ້າ ແລະ ຈັງຕັ້ງເຊື່ອມຊຶມຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ. ສາມາດກຳໄດ້ແນວຄິດຂອງກຳລັງກອງຫຼອນໃນການເຝິກແອບຮຳ່ຮຽນ, ມີຜູ້ຮຽນໄດ້, ຮຽນດີ, ຮຽນເກັ່ງ, ປະຕິບັດໄດ້ລະບຽບຫຼັກການ,ລະບຽບແບບແຜນໂມງເວລາ ໃນການເຝີກແອບຮຳ່ຮຽນ, ເນັ້ນ ໃສ່ການເຝີກແອບຕົວຈິງເປັນ ຈຸດໝັກເພື່ອເຮັດໃຫ້ກຳລັງກອງ ຫຼອນກຳໄດ້ທ່າຈັງຫວະແຕ່ລະວິ ຊາຮຽນບັນດາສະຫາຍ ມີຄວາມ ຮັບຮູ້ເຂົ້າໃຈຕໍໍ່ບົດຮຽນເກິີນຄາດ ໝາຍວາງໄວ້ ເຊິ່ງສະແດງອອກ ໃນຄະແນນການສອບເສັງ ໃນນີ້, ພາກການເມືອງກວມ ເອົາ 85% ແລະ ພາກການທະຫານ- ພາກ ສິລະປະຍຸດກວມເອົາ 90% ພາກຍຸດທະວີທີກວມເອົາ 75%, ພາກຍິງເປົ້າໝາຍລູກປືນແທ້ ມີນັກຍິງເກັ່ງ 17 ສະຫາຍ, ກາງ 21 ສະຫາຍ ແລະ ຄາດໝາຍ 7 ສະຫາຍ.
ໂອກາດນີ້, ສະຫາຍ ຈັນສີ ລອນ ສີສົມບູນ ໄດ້ເນັ້ນໜັກໃຫ້ ຄະນະພັກແຕ່ລະບ້ານ ພ້ອມນັກ ເຝີກອົບຮົມຈົ່ງເອົາໃຈໃສຍົກ ສູງຕໍ່ໝ້າທີ່ການເມືອງຂອງຕົນ, ຕັ້ງໝ້າເຝີກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງໝັກ ແໝ້ນ, ມີຄຸນສົມບັດສີນທຳ ປະຕີວັດ, ປະຕີບັດຕໍຂໍ້ກຳນົດ, ກົດ ລະບຽບໃຫ້ເຂັ້ມງວດ, ເສີມຂະ ຫຍາຍດ້ານດີ, ແກ້ໄຂດ້ານຫຍໍ້ທໍ້ ໃຫ້ຂາດຕົວ, ກຳລັງກອງຫຼອນ ຈົ່ງຖືກເອົາວຽກງານສືກສາ ອົມຮົມການເມືອງ-ນຳພາ ແນວ ຄິດເປັນຫຼັກ, ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງ ພັກ ສືບຕໍ່ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງພັກ,ຂອງຊາດ, ຂອງກອງທັບ ຮັກສາຄວາມສະ ໝານສາມັກຄີພາຍໃນໃຫ້ໝັກ ແໝ້ນ, ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ ມີຄວາມສະຫງົບປອດໄພ ຕ້ານ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ ເກີດຂື້ນໃນສັງຄົມໃຫ້ຫຼຸດໜ້ອຍ ຖອຍລົງ, ເອົາໃຈໃສປັບປຸງກໍ່ສ້າງ ກຳລັງກອງຫຼອນໃຫ້ມີຄວາມ ເຂັ້ມແຂງທັນສະໄໝຂຶ້ນເປັນ ກ້າວໆ.
ໂດຍ: ພອນມະນີ ລັດສະໝີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ