ປິດດຊຸດອົບຮົມໃຫ້ບ້ານປ້ອມໝັ້ນສູ້ຮົບ ເອກະລາດບ້ານປາກຊອງ ເມືອງພຽງ ແຂວງໄຊຍະບູລີ
ເວລາອອກຂ່າວ: 2020-12-28 08:27:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 297 | ຄວາມນິຍົມ:
v ໃນວັນທີ 20 ທັນວາ ນີ້, ກອງບັນຊາການທະຫານເມືອງ ພຽງ ແຂວງໄຊຍະບູລີ ໄດ້ປິດຊຸດ ອົບຮົມ-ຫັດແອບການເມືອງ-ການທະຫານໃຫ້ບ້ານປ້ອມໝັ້ນ ສູ້ຮົບເອກະລາດ ບ້ານປາກຊອງ ເມືອງພຽງແຂວງໄຊຍະບູລີ, ເຊິ່ງ ໄດ້ຈັດຂຶ້ນຢູ່ທີ່ຫ້ອງການບ້ານ ດັ່ງກ່າວ, ພາຍຫຼັງທີ່ໄດ້ອົບຮົມມາ ເປັນເວລາ 7 ວັນ, ໂດຍການເປັນ ກຽດເຂົ້າຮ່ວມ ຂອງສະຫາຍ ພັນໂທ ຄຳຈັນ ໄຊຫົງສາ ກຳມະ ການພັກເມືອງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ພຽງ ແຂວງໄຊຍະບູລີ, ມີຄະ ນະພັກ-ຄະນະບັນຊາ ຄູ-ອາຈານ ແຂກຖືກເຊີນ, ອຳນາດການປົກ ຄອງບ້ານຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ສີໄວ ໄຊຍະວົງ ຮອງເລຂາພັກບ້ານ, ບ້ານປາກ ຊອງ ເມືອງພຽງ ແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາບັ້ນເຝິກອົບຮົມ-ຫັດແອບໃນຄັ້ງນີ້ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ ຖອດຖອນໄດ້ຈາກການຊີ້ນຳໆ ພາຊຸກຍູ້ຂອງຄະນະພັກຂັ້ນເທິງ ຈຶ່ງ ສາມາດເຮັດໃຫ້ບັ້ນອົບຮົມບັນ ລຸຕາມລະດັບຄາດໝາຍທີ່ວາງໄວ້,ໃນນີ້ພາກການເມືອງບັນລຸໄດ້ 86%, ພາກສິລະປະຍຸດບັນລຸໄດ້ 85%,ພາກບ້ານປ້ອມໝັ້ນບັນລຸ ໄດ້ 85%, ພາກຍຸດທະວິທີບັນ ລຸໄດ້ 85%, ດ້ານລະບຽບການຮ່ຳ ຮຽນປະຕິບັດໄດ້ 90%,
ໂອກາດນີ້, ສະຫາຍ ພັນໂທ ຄຳຈັນ ໄຊຫົງສາ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະ ຫາຍ ທີ່ໄດ້ຜ່ານຜ່າຂໍ້ຫຍຸ້ງຍາກ ເຮັດໃຫ້ບັ້ນເຝິກອົບຮົມຄັ້ງນີ້ໄດ້ຮັບໝາກຜົນຕາມລະດັບ ຄາດໝາຍ ແລະ ຮຽກຮ້ອງໃຫ້ບັນ ດາສະຫາຍທີ່ໄດ້ຮັບການອົບຮົມ ຈົ່ງພ້ອມກັນນຳເອົາບົດຮຽນທີ່ຄູ-ອາຈານໄດ້ສິດສອນໃຫ້ໄປໝູນ ໃຊ້ເຂົ້າໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບຢູ່ ທ້ອງຖິ່ນໃຫ້ໄດ້ຮັບຜົນດີ 100%.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ