ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ແລະ ກອງພົນທີ 2 ເປີດກອງປະຊຸມ ສ້າງແຜນກຳນົດພະນັກງານບັນຊາ - ນຳພາ
ເວລາອອກຂ່າວ: 2018-12-19 10:53:41 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ໃນລະຫວ່າງ 12-14 ທັນ ວາ ກອງພົນທີ1 ໄດ້ເປີດກອງປະ ຊຸມສ້າງແຜນກໍານົດພະນັກງານ ບັນຊາ-ນໍາພາ ຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ ໂດຍໃຫ້ກຽດ ເຂົ້າຮ່ວມເປັນປະທານກອງປະ ຊຸມຂອງທ່ານ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ຄະນະພັກ ກະຊວງປ້ອງກັນປະເທດ ຫົວ ໜ້າກົມປ້ອງກັນພາຍໃນ, ມີຄະ ນະພັກ-ຄະນະບັນຊາການກອງ ພົນ; ພະນັກງານຫຼັກແຫຼ່ງທົ່ວ ກອງພົນເຂົ້າຮ່ວມ. ໂດຍປະຕິບັດຕາມມະຕິຂອງ ກົມການເມືອງສູນກາງພັກວ່າ ດ້ວຍວຽກງານສ້າງແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ, ກໍ ຄືຄໍາແນະນໍາຂອງຄະນະຈັດຕັ້ງ ສູນກາງພັກວ່າດ້ວຍມາດຖານ ຂອງພະນັກງານຄຸ້ມຄອງ, ວຽກ ງານຄຸ້ມຄອງພະນັກງານ ແລະ ວຽກງານສ້າງແຜນກໍານົດພະ ນັກງານນໍາພາ-ຄຸ້ມຄອງ. ດັ່ງ ນັ້ນຄະນະພັກກອງພົນ ໄດ້ປະ ສານສົມທົບ ຄະນະພັກກະຊວງ ປ້ອງກັນປະເທດ ດໍາເນີນກອງ ປະຊຸມທາບທາມສ້າງແຜນກໍາ ນົດພະນັກງານນໍາພາ-ບັນຊາ ຂັ້ນກະຊວງປ້ອງກັນປະເທດຄຸ້ມ ຢູ່ກອງພົນທະຫານຮາບທີ 1ເພື່ອ ເປັນພື້ນຖານ, ເປັນບ່ອນອີງໃນ ການສ້າງພະນັກງານນໍາພາ-ບັນ ຊາໃນອະນາຄົດ. ການທາບ ທາມບຸກຄະລາກອນເພື່ອສ້າງ ແຜນກໍານົດເອົາພະນັກງານນໍາ ພາ-ບັນຊາຢູ່ກອງພົນທີ 1 ໃນ ຄັ້ງນີ້ແມ່ນໄດ້ດໍາເນີນການບ່ອນ ບັດທາບທາມ 3 ຂັ້ນຄື: ຂັ້ນທໍາ ອິດແມ່ນຕົວແທນພະນັກງານຫຼັກ ແຫຼ່ງແຕ່ລະອົງການ; ກົມກອງ ຮາກຖານທົ່ວກອງພົນ, ຂັ້ນທີ 2 ແມ່ນຫົວໜ້າໂຮງຮຽນ, ໂຮງໝໍ; ກອງພັນນ້ອຍຂຶ້ນໄປ, ຂັ້ນທີ 3 ແມ່ນຄະນະພັກກອງພົນເປັນຜູ້ ຄົ້ນຄວ້າ ເຊິ່ງແຕ່ລະຂັ້ນໄດ້ໃຊ້ ສິດປ່ອນບັດທາບທາມ. ບຸກຄະລະກອນທີ່ມີຊື່ຖືກຄັດ ເລືອກລົງທາບທາມຕ້ອງມີຄຸນ ທາດການເມືອງໜັກແໜ້ນ; ຍຶດ ໝັ້ນຕໍ່ອຸດົມການສັງຄົມນິຍົມ; ມີ ຄວາມຈົງຮັກພັກດີຕໍ່ພັກຕໍ່ປະ ເທດຊາດ ຕໍ່ລະບອບປະຊາທິປະ ໄຕ ປະຊາຊົນຢ່າງແທ້ຈິງ; ມີ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ, ເຄົາ ລົບ ແລະ ປະຕິບັດກົດລະບຽບ ຂອງພັກ; ລັດຖະທໍາມະນູນ; ກົດ ໝາຍຂອງລັດຢ່າງເຂັ້ມງວດ; ມີ ຄວາມສາມັກຄີເປັນເອກະພາບ ພາຍໃນພັກ; ມີປະຫວັດຕົ້ນກໍາ ເນີດຈະແຈ້ງ ແລະ ການເຄື່ອນ ໄຫວທີ່ດີ. ມີຄຸນສົມບັດສິນທໍາປະ ຕິວັດ, ມີແບບແຜນວິທີເຮັດວຽກ ທີ່ດີ, ມີນໍ້າໃຈເສຍສະຫຼະເພື່ອ ຊາດເພື່ອປະຊາຊົນ, ມີຄວາມດຸ ໝັ່ນ; ປະຢັດ; ອົດທົນ, ມີຄວາມ ຮູ້ຄວາມສາມາດ ແລະ ຮັບໃຊ້ ປະເທດຊາດຮັບໃຊ້ປະຊາຊົນ ຢ່າງສຸດໃຈ. ການບ່ອນບັດທາບ ທາມຄັ້ງນີ້ຍັງເປັນພື້ນຖານໃຫ້ ແກ່ການກະກຽມເປີດກອງປະ ຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະ ພັກກອງພົນທີ 1 ໃຫ້ມີຄວາມ ພ້ອມ, ມີຜົນສໍາເລັດ ແລະ ບັນ ລຸໄດ້ຕາມລະດັບຄາດໝາຍ. ໃນວັນທີ 10-12 ທັນວາ 2018 ນີ້, ກອງພົນທີ 2 ໄດ້ ເປີດກອງປະຊຸມສ້າງແຜນການ ກໍານົດພະນັກງານນໍາພາ-ບັນ ຊາຂັ້ນກະຊວງຄຸ້ມຄອງຢູ່ກອງ ພົນທີ 2 ໂດຍການເປັນປະທານ ຂອງ ພົນຈັດຕະວາ ພັນແສງ ບຸນພັນ ເລຂາຄະນະພັກ ຫົວໜ້າ ການເມືອງກອງພົນທີ 2, ມີ ພັນເອກ ບຸນປັນ ຂຸນພູມີ ຮອງ ຫົວໜ້າກົມພະນັກງານ, ກົມໃຫຍ່ ການເມືອງກອງທັບ, ມີຄະນະ ພັກກອງພົນ, ຄະນະຫ້ອງ, ຫົວ ໜ້າພະແນກ,ຮອງພະແນກ ແລະ ຄະນະພັກ-ຄະນະບັນຊາກົມ ກອງຮາກຖານທີ່ຂຶ້ນກັບເຂົ້າ ຮ່ວມ. ໃນກອງປະຊຸມ ພົນຈັດຕະວາ ພັນແສງ ບຸນພັນ ໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມໃນ ຄັ້ງນີ້ວ່າ: ການຈັດຕັ້ງດໍາເນີນ ກອງປະຊຸມທາບທາມການສ້າງ ແຜນກໍານົດພະນັກງານທີ່ມີມາດ ຖານ, ມີເງື່ອນໄຂເພື່ອຈັດວາງ ເຂົ້າໃນຕໍາແໜ່ງງານນໍາພາ-ບັນ ຊາບັນດາເປົ້າໝາຍເປັນຕົ້ນໂຄງ ປະກອບດ້ານອາຍຸ, ການເລືອກ ເຟັ້ນເປົ້າໝາຍທີ່ຈະເຂົ້າໃນແຜນ ກໍານົດ, ການກໍານົດແຕ່ລະຕໍາ ແໜ່ງງານ, ກອງປະຊຸມໃນຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍຢ່າງ ເລິກເຊິ່ງໃນການຄົ້ນຄວ້າພະນັກ ງານສືບທອດປ່ຽນແທນໃນອະ ນາຄົດ, ຜູ້ທີ່ມີຄວາມຮູ້ຄວາມສາ ມາດ, ມີຄຸນທາດການເມືອງໜັກ ແໜ້ນເປັນຜູ້ສືບທອດຮັບພາລະ ກໍາຂອງກອງທັບ ກໍຄືຂອງປະ ເທດຊາດ, ນໍາພາປັບປຸງກໍ່ສ້າງ ກໍາລັງປະກອບອາວຸດໃຫ້ມີ ຄວາມປອດໃສ, ເຂັ້ມແຂງໜັກ ແໜ້ນ, ເປັນຫຼັກແຫຼ່ງແກ່ນສານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວເດີນຕາມອຸດົມການສັງ ຄົມນິຍົມດ້ວຍທ່ວງທ່າອັນໜັກ ແໜ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ