ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກອງບັນຊາການທະຫານ ແຂວງ ຄຳມ່ວນ ຈັດຕັ້ງປາຖະກະຖາມູນເຊື້ອ ວັນປະຫວັດສາດ ສຳຄັນຕ່າງໆ
ເວລາອອກຂ່າວ: 2018-12-19 10:40:35 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349219562 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງຄຳມ່ວນໄດ້ຈັດຕັ້ງປາຖະ ກະຖາມູນເຊື້ອວັນປະຫວັດສາດ ທີ່ສຳຄັນຕ່າງໆຂອງຊາດ ຂອງ ກອງທັບຄື ວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ວັນຄ້າຍວັນ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງ ຕັ້ງເມືອງວຽງໄຊ ຄົບຮອບ 50 ປີ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2018 ນີ້ ໂດຍການເປັນ ປະທານ ແລະ ປາຖະກະຖາຂອງ ທ່ານ ພົນຈັດຕະວາ ສົມແຄນ ອັບປະສອນ ຄະນະປະຈຳພັກ ແຂວງ, ເລຂາຄະນະພັກ, ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງຄຳມ່ວນ, ມີ ພັນ ເອກ ຄຳພາ ຕາງຊາຢຸດ ຮອງເລ ຂາພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະພັກ-ຄະນະບັນ ຊາ, ອົງການ 5 ຫ້ອງ, ບັນດາ ພະແນກການ ຕະຫຼອດຮອດພະ ນັກງານ-ນັກຮົບເຂົ້າຮ່ວມຮັບ ຟັງ. ການກ່າວປາຖະກະຖາດັ່ງ ກ່າວ ທ່ານ ພົນຈັດຕະວາ ສົມ ແຄນ ອັບປະສອນ ໄດ້ຍົກໃຫ້ເຫັນ ມູນເຊື້ອອັນອົງອາດກ້າຫານ ຂອງບັນດາຜູ້ນຳ ແລະ ປະຊາຊົນ ບັນດາເຜົ່າພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ, ໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ຢ່າງພິ ລາດອາດຫານຕ້ານການຮຸກ ຮານຂອງພວກລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່, ສາ ມາດປົດປ່ອຍປະເທດຊາດຢ່າງ ມີໄຊ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ແມ່ນວັນທີ່ມີ ຄວາມໝາຍສຳຄັນ, ເປັນວັນ ແຫ່ງໄຊຊະນະອັນຍິ່ງໃຫຍ່ແຫ່ງ ການຕໍ່ສູ້ຂອງປະຊາຊົນລາວບັນ ດາເຜົ່າເພື່ອອິດສະຫຼະພາບ, ເປັນ ເຈົ້າຂອງປະເທດຊາດຢ່າງແທ້ ຈິງ ແລະ ເປັນວັນແຫ່ງການກ້າວ ເຂົ້າສູ້ຍຸກສະໄໝໃໝ່ ແລະ ສ້າງ ສາພັດທະນາປະເທດລາວໃຫ້ມີ ຄວາມຮຸ່ງເຮືອງຂຶ້ນໄປເລື້ອຍໆ, ພ້ອມທັງໄດ້ຫວນຄືນປະຫວັດມູນ ເຊື້ອການເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິ ຫານ ໃນການນຳພາປະຊາຊົນ ບັນດາເຜົ່າ, ຕໍ່ສູ້ກູ້ຊາດລະອິດລະ ອ້ຽວໃນແຕ່ລະໄລຍະ, ຍົກໃຫ້ ເຫັນແບບແຜນດຳລົງຊີວິດທີ່ ປອດໃສ, ມີຜົນງານຄຸນງາມ ຄວາມດີ, ຄວາມອົງອາດກ້າ ຫານນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ, ຄຸນສົມ ບັດສິນທຳປະຕິວັດ, ສະຕິປັນຍາ ອັນສະຫຼາດສ່ອງໃສ ແລະ ບົດ ຮຽນໃນການເປັນຜູ້ນຳທີ່ດີເດັ່ນ ຂອງປະທານ ໄກສອນ ພົມວິ ຫານ, ພ້ອມດຽວກັນນັ້ນຍັງໄດ້ ຍົກໃຫ້ເຫັນຄວາມໝາຍຄວາມ ສຳຄັນຂອງການສ້າງຕັ້ງເມືອງ ວຽງໄຊຖານທີ່ໝັ້ນຂອງການປະ ຕິວັດລາວເປັນອົງການນຳສູງ ສຸດຂອງການປະຕິວັດ, ເປັນ ເຂດທີ່ໝັ້ນອັນແໜ້ນແກ່ນໃນທົ່ວ ປະເທດໃນການຕໍ່ສູ້ຕ້ານສົງ ຄາມ, ພິເສດແມ່ນຕ້ານຈັກກະ ພັດອາເມຣິກາ, ເປັນຟື້ນຖານ ເພື່ອກໍ່ສ້າງອຳນາດການປົກຄອງປະຕິວັດ, ກໍ່ສ້າງພະນັກງານ, ກໍ່ສ້າງກຳລັງປະກອບອາວຸດ ແລະ ກຳລັງການເມືອງ, ກໍ່ ສ້າງເສດຖະກິດວັດທະນະທຳ ແລະ ດ້ານຕ່າງໆແກ່ການປະຕິ ວັດສາມາດຍາດໄດ້ໄຊຊະນະອັນ ໃຫຍ່ຫຼວງແຕ່ລະໄລຍະ, ນຳພາ ປວງຊົນລາວລຸກຮືຂຶ້ນຕໍ່ສູ້ກູ້ຊາດ ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ປົດປ່ອຍປະເທດຊາດໄດ້ຢ່າງສົມ ບູນໃນປີ 1975, ທັງນີ້ກໍເພື່ອ ເປັນການແນໃສ່ໃຫ້ພະນັກງານ- ນັກຮົບຮຸ່ນສືບທອດໄດ້ຮັບຮູ້ ເຊື່ອມຊຶມກ່ຽວກັບວັນປະຫວັດ ສາດສຳຄັນຕ່າງໆຂອງຊາດ ຂອງກອງທັບ ແລະ ຊີວິດການ ເຄື່ອນໄຫວປະຕິວັດການດຳລົງຊີວິດປອດໃສ ຄຸນສົມບັດສິນທຳ ປະຕິວັດມາເປັນແນວທາງການ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍ ເປັນພະນັກງານ-ນັກຮົບສືບ ທອດທີ່ດີຂອງກອງທັບ. ຕານ່າງຂ່າວກອງບັນຊາການ ທະຫານແຂວງຄຳມ່ວນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ