ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ຜົນກອງປະຊມລັດຖະມົນຕີຕ່າງປະເທດຂອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ IV
ເວລາອອກຂ່າວ: 2018-12-18 09:07:35 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 976 | ຄວາມນິຍົມ:



ສປປ ລາວ ໄດ້ເປັນເຈົ້າ ພາບຈັດກອງປະຊຸມລັດຖະມົນ ຕີຕ່າງປະເທດ ແມ່ນຳ້ຂອງ-ແມ່ ນຳ້ລ້ານຊ້າງ ຄັ້ງທີ IV ໃນວັນທີ 17 ທັນວາ 2018 ພາຍໃຕ້ການ ເປັນປະທານຮ່ວມລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້, ທີ່ປຶກສາແຫ່ງ ລັດ, ລັດຖະມົນຕີ ກະຊວງການ ຕ່າງປະເທດ ແຫ່ງ ສປ ຈີນ, ໂດຍ ມີລັດຖະມົນຕີ ແລະ ຄະນະຜູ້ແທນ ຈາກບັນດາປະເທດແມ່ນ້ຳຂອງ ແລະ ສປ ຈີນ ເຂົ້າຮ່ວມຫຼາຍກວ່າ 120 ທ່ານ. ກອງປະຊຸມຄັ້ງນີ້ ດຳເນີນໄປພາຍໃຕ້ຄໍາຂວັນ: “ເພີ່ມທະວີການເປັນຄູ່ຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມ ກັນ” (Enhancing Partner- ship for Shared Prosper- ity) ໂດຍໄດ້ປຶກສາຫາລືກັນ ໃນຫຼາຍບັນຫາເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດບັນດາໂຄງ ການເຫັນຜົນໄວ ຈໍານວນ 45 ໂຄງການ ເຊິ່ງປະຈຸບັນສາມາດ ປະຕິບັດສໍາເລັດແລ້ວ 25 ໂຄງ ການ, ກໍາລັງປະຕິບັດຢູ່ 8 ໂຄງການ ແລະ ຍັງລໍຖ້າການຈັດ ຕັ້ງປະຕິບັດອີກ 13 ໂຄງການ; ບັນດາໂຄງການພາຍໃຕ້ກອງ ທຶນພິເສດແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ ຈໍານວນ 132 ໂຄງ ການ ຈັດຕັ້ງປະຕິບັດແລ້ວ 24 ໂຄງການ, ກໍາລັງຈັດຕັ້ງປະຕິ ບັດຢູ່ 98 ໂຄງການ ແລະ ຍັງ ລໍຖ້າອີກ 4 ໂຄງການ ໃນນັ້ນມີ ໂຄງການທີ່ໄດ້ຮັບການຈັດຕັ້ງ ປະຕິບັດຢູ່ ສປປ ລາວ ຈໍານວນ 18 ໂຄງການ (ໂຄງການເຫັນ ຜົນໄວ 5 ໂຄງການ ແລະ ພາຍ ໃຕ້ ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງອີກ 13 ໂຄງ ການ), ໄດ້ທົບທວນຄືນກ່ຽວກັບ ການຈັດຕັັ້ງປະຕິບັດແຜນງານ 5 ປີ 2018-2022 ໃນໄລຍະ 1 ປີຜ່ານມາ ເຊິ່ງແຜນງານ 5 ປີ ດັ່ງກ່າວ ໄດ້ຖືກຮັບຮອງເອົາຢູ່ ກອງປະຊຸມຜູ້ນຳແມ່ນຳ້ຂອງ-ແມ່ນຳ້ລ້ານຊ້າງ ຄັ້ງທີ 2 ທີ່ ປະ ເທດກຳປູເຈຍ ໃນຕົ້ນປີ 2018 ແລະ ວາງທິດທາງການຮ່ວມມື ໃນຕໍ່ໜ້າ. ນອກຈາກນີ້້, ຍັງໄດ້ມີ ການຮັບຮອງເອົາ ບົດຖະແຫລງ ຂ່າວຮ່ວມກອງປະຊຸມລວມທັງ ບົດລາຍງານການຈັດຕັ້ງປະຕິ ບັດບັນດາໂຄງການໃນແຜນ ງານ 5 ປີ 2018-2022. ກ່ອນກອງປະຊຸມ ລັດຖະມົນ ຕີຕ່າງປະເທດແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ໄດ້ມີການຈັດກອງ ປະຊຸມໜ່ວຍງານວິຊາການຮ່ວມດ້ານການທູດ ແລະ ກອງປະຊຸມ ເຈົ້າໜ້າທີ່ອາວຸໂສໃນລະຫວ່າງ ວັນທີ 15-16 ທັນວາ 2018 ເພື່ອປຶກສາຫາລືບັນດາເອກະ ສານທີ່ຮັບຮອງເອົາໃນກອງປະ ຊຸມລັດຖະມົນຕີຕ່າງປະເທດ ຄັ້ງ ທີ 4. ຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກ ສ້າງຕັ້ງຂຶ້ນໃນປີ 2016 ເຊິ່ງຖື ເປັນຂອບການຮ່ວມມືລະຫວ່າງ ສປ ຈີນ ແລະ ບັນດາປະເທດແມ່ ນໍ້າຂອງ ກໍຄື ສປປ ລາວ, ຫວຽດ ນາມ, ກຳປູເຈຍ, ມຽນມາ ແລະ ໄທ; ໂດຍມີຈຸດປະສົງ ເພື່ອຮ່ວມ ມືກັນພັດທະນາເສດຖະກິດ ແລະ ສັງຄົມໂດຍແນໃສ່ຫຼຸດຜ່ອນ ຄວາມແຕກໂຕນທາງດ້ານການ ພັດທະນາໃນພາກພື້ນນີ້ ເຊິ່ງມີ ກົນໄກການຮ່ວມມືແຕ່ລະດັບ ໜ່ວຍງານວິຊາການໃນ 5 ຂົງ ເຂດບູລິມະສິດ ໄປຈົນເຖິງລະ ດັບກອງປະຊຸມຜູ້ນໍາຂັ້ນສູງ ເຊິ່ງ ກອງປະຊຸມລະດັບລັດຖະມົນຕີ ຕ່າງປະເທດແມ່ນຖືກຈັດຂຶ້ນໃນ ທຸກໆປີ ໂດຍການເປັນປະທານ ໝູນວຽນຂອງປະເທດແມ່ນໍ້າ ຂອງ ແລະ ສປ ຈີນ. ສປປ ລາວ ໄດ້ຮັບກຽດໃຫ້ເປັນເຈົ້າພາບຈັດ ກອງປະຊຸມລັດຖະມົນຕີຕ່າງປະ ເທດຄັ້ງທີ 4 ໃນປີ 2018 ແລະ ຈະສືບຕໍ່ເປັນປະທານກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງຄັ້ງທີ 3 ໃນປີ 2020.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ