
ືກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍເປັນທາງການຄັ້ງທີ 3
ເວລາອອກຂ່າວ: 2018-12-17 09:06:04 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 657 | ຄວາມນິຍົມ:
ໂດຍຕອບສະໜອງຕາມຄໍາ ເຊີນຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກ
ໄທ ພ້ອມດ້ວຍພັນລະຍາ ແລະ
ຄະນະ ໄດ້ເດີນທາງມາຢ້ຽມຢາມ ເຮັດວຽກ ແລະ ເຂົ້າຮ່ວມກອງ ປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ໃນລະຫວ່າງວັນທີ 13-14 ທັນວາ 2018, ທີ່ນະຄອນ ຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນກອງປະຊຸມຄັ້ງນີ້, ພະນະ ທ່ານ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ເປັນຫົວໜ້າຄະນະຜູ້ແທນ ແລະ ປະທານຮ່ວມຝ່າຍລາວ ແລະ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ເປັນ ຫົວໜ້າຄະນະຜູ້ແທນ ແລະ ປະ
ທານຮ່ວມຝ່າຍໄທ. ໃນໂອກາດ
ນີ້, ພະນະທ່ານນາຍົກລັດຖະມົນ ຕີ ທອງລຸນ ສີສຸລິດ ໄດ້ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນ
ແຫ່ງ ສປປ ລາວ ສະແດງຄວາມ ຂອບໃຈຢ່າງສູງມາຍັງສົມເດັດ ພະເຈົ້າມະຫາຊີວິດ ແລະ ພະບໍ ລົມວົງສານຸວົງທຸກພະອົງ, ລັດ ຖະບານ ແລະ ປະຊາຊົນໄທທຸກ
ຖ້ວນໜ້າທີ່ໄດ້ໃຫ້ການຊ່ວຍເຫຼືອ
ແກ່ ສປປ ລາວ, ໂດຍສະເພາະ ແມ່ນປະຊາຊົນຜູ້ປະສົບໄພພິບັດ ທີ່ເມືອງສະໜາມໄຊ, ແຂວງອັດ ຕະປື ໃນເດືອນກໍລະກົດ 2018, ເຊິ່ງການຊ່ວຍເຫຼືອດັ່ງກ່າວໄດ້ ເປັນກຳລັງໃຈທີ່ສຳຄັນໃຫ້ແກ່ຜູ້ ປະສົບໄພ. ນອກຈາກນັ້ນ, ພະນະ ທ່ານນາຍົກລັດຖະມົນຕີ ປຣະ
ຢຸດ ຈັນໂອຊາ ກໍໄດ້ຕາງໜ້າໃຫ້ ລັດຖະບານໄທ ຢືນຢັນໃຫ້ການ ຊ່ວຍເຫຼືອເພີ່ມເຕີມຢູ່ພື້ນທີ່ປະສົບ ໄພໃນໄລຍະຟື້ນຟູໂດຍຈະດຳ ເນີນໂຄງການສ້າງທີ່ພັກໃຫ້ປະ ຊາຊົນທີ່ໄດ້ຮັບຜົນກະທົບ, ການ ສ້ອມແປງຂົວທີ່ແຂວງອັດຕະປື ແລະ ໃຫ້ການຮ່ວມມືດ້ານນິຕິວິ ທະຍາສາດເພື່ອພິສູດອັດຕະລັກຜູ້ ເສຍຊີວິດຈາກເຫດການດັ່ງກ່າວ ຕາມການສະເໜີຂອງຝ່າຍລາວ.
ໃນໂອກາດດັ່ງກ່າວ, ສອງຝ່າຍ ຍັງໄດ້ສະແດງຄວາມຍິນດີຕໍ່ ສາຍພົວພັນມິດຕະພາບ ແລະ
ການຮ່ວມມືລະຫວ່າງສອງປະ ເທດ ທີ່ໄດ້ຮັບການເສີມຂະຫຍາຍ ໃນຫຼາຍໆດ້ານ, ເຊິ່ງສອດຄ່ອງ ກັບຫຼັກການພື້ນຖານທີ່ລະບຸໄວ້ ໃນຖະແຫຼງການຮ່ວມ ໃນໂອ ກາດການຢ້ຽມຢາມ ສປປ ລາວ
ຢ່າງເປັນທາງການຂອງ ພະນະ
ທ່ານ ພົນເອກ ກຽງສັກ ຊະມະ ນັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ໃນເດືອນ
ມັງກອນ 1979, ຖະແຫຼງການ
ຮ່ວມໃນໂອກາດການຢ້ຽມ ຢາມ ຣາຊະອານາຈັກໄທ ຢ່າງ ເປັນທາງການຂອງພະນະ ທ່ານ
ໄກສອນ ພົມວິຫານ, ນາ ຍົກລັດ
ຖະມົນຕີ ແຫ່ງ ສປປ ລາວ ໃນ
ເດືອນເມສາ 1979, ສົນທິສັນຍາ
ມິດຕະພາບ ແລະ ການຮ່ວມມື ປີ 1992 ລະຫວ່າງສອງປະ ເທດ ແລະ ທັງເປັນການຕອບສະ ໜອງກັບຜົນປະໂຫຍດຂອງປະ ຊາຊົນສອງຊາດລາວ ແລະ ໄທ
ຢ່າງແທ້ຈິງ ເພື່ອພ້ອມກັນກ້າວ
ໄປສູ່ຄວາມວັດທະນະຖາວອນ.
ພ້ອມນັ້ນ, ສອງຝ່າຍ ຍັງໄດ້ສະ ແດງຄວາມເພິ່ງພໍໃຈຕໍ່ໝາກ ຜົນຂອງການພົວພັນຮ່ວມມື ລາວ-ໄທ ໃນໄລຍະຜ່ານມາ ເຊິ່ງມີເອກະລັກພິເສດຖານບ້ານ ໃກ້ເຮືອນຄຽງ ແລະ ຍາດພີ່ນ້ອງ ໃກ້ຊິດສະໜິດສະໜົມກັນມາ ແຕ່ດົນນານ ແລະ ເຫັນວ່າ ຜົນ ຂອງກອງປະຊຸມຮ່ວມນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ແບບບໍ່ເປັນທາງການໃນຄັ້ງນີ້ ໄດ້ເພີ່ມທະວີຄວາມເຂົ້າອົກເຂົ້າ ໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ, ຊຸກຍູ້ໃຫ້ມີ ການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ເພື່ອເປັນ ພື້ນຖານອັນໜັກແໜ້ນກ້າວໄປສູ່ ການຍົກລະດັບການພົວພັນ ລາວ-ໄທ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ “Strategic Partnership for
Growth and Sustainable Development” ເພື່່ອຜົນປະ ໂຫຍດສູງສຸດຂອງປະຊາຊົນ ສອງປະເທດ. ໃນກອງປະຊຸມ ຄັ້ງນີ້, ສອງຝ່າຍຍັງໄດ້ປຶກສາ ຫາລື ແລະ ແລກປ່ຽນຄວາມຄິດ ຄວາມເຫັນໃນ 03 ບັນຫາໃຫຍ່ ຄື: 1. ການຮ່ວມມືດ້ານການ ເມືອງ ແລະ ຄວາມໝັ້ນຄົງ; 2. ການຮ່ວມມືດ້ານເສດຖະກິດ; 3. ການຮ່ວມມືດ້ານສັງຄົມ ແລະ ການພັດທະນາ. ລັດຖະ ບານສອງປະເທດເຫັນດີໃຫ້ມີ ການສ້າງແຜນຍຸດທະສາດຮ່ວມ ລາວ-ໄທ ດ້ານການພັດທະນາ ໄລຍະ 05 ປີ (2019-2023) ແລະ ມອບໝາຍໃຫ້ກະຊວງທີ່ ກ່ຽວຂ້ອງຂອງທັງສອງປະເທດ ນໍາໄປປຶກສາຫາລື ກ່ຽວກັບ ລາຍລະອຽດຮ່ວມກັນຕໍ່ໄປ. ພ້ອມດຽວກັນນັ້ນ, ສປປ ລາວ ຈະສະໜັບສະໜູນການເປັນປະ ທານໝູນວຽນອາຊຽນຂອງ ຣາ ຊະອານາຈັກໄທ ໃນປີ 2019.
ຫຼັງຈາກນັ້ນ, ກອງປະຊຸມຮ່ວມ ນາຍົກ ລັດຖະມົນຕີ ແລະ ລັດ ຖະມົນຕີ ລາວ-ໄທ ແບບບໍ່ເປັນ ທາງການຄັ້ງທີ 3 ໃນຄັ້ງນີ້ໄດ້ ດໍາເນີນໄປໃນບັນຍາກາດແຫ່ງ ຄວາມເຂົ້າອົກເຂົ້າໃຈ ແລະ ເຕັມ ໄປດ້ວຍໄມຕີຈິດມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ ກັນ.
ພາຍຫຼັງສຳເລັດການເຂົ້າ ຮ່ວມກອງປະຊຸມໃນຄັ້ງນີ້, ໄດ້ມີ ຖະແຫຼງຂ່າວຮ່ວມ ເຊິ່ງສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈທີ່ເຫັນ ວ່າການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍໃນໄລຍະ ຜ່ານມາໄດ້ຂະຫຍາຍຕົວຢ່າງບໍ່ ຢຸດຢັ້ງ ທັງໃນຂອບທະວີພາຄີ ແລະ ພະຫຸພາຄີ ອັນເປັນການ ຕອບສະໜອງຕໍ່ສິດຜົນປະໂຫຍດ ຂອງປະຊາຊົນສອງຊາດຢ່າງ ແທ້ຈິງເພື່ອພ້ອມກັນກ້າວໄປສູ່ ຄວາມວັດທະນະຖາວອນ. ພ້ອມ ກັນນັ້ນ, ສອງຝ່າຍຍັງໄດ້ຢືນຢັນ ສືບຕໍ່ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກໃນການ ຮ່ວມມືດ້ານເສດຖະກິດກໍຄື ການຄ້າ, ການລົງທຶນ ແລະ ການ ຮ່ວມມືດ້ານພະລັງງານໄຟຟ້າ ໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ ເພື່ອພ້ອມກັນພັດທະນາ ປະກອບ
ສ່ວນເຮັດໃຫ້ການສ້າງປະຊາ
ຄົມເສດຖະກິດອາຊຽນມີຄວາມ
ເຂັ້ມແຂງຍິ່ງຂຶ້ນ, ໂດຍສະເພາະ
ການຮ່ວມທຶນນໍາກັນ ເພື່ອສ້າງ ຖານຜະລິດອັນດຽວກັນ, ທັງນີ້
ກໍເພື່ອຈະເປັນການສົ່ງເສີມການ
ຄ້າໃຫ້ເຕີບໂຕໄວຂຶ້ນ. ກອງປະ ຊຸມໄດ້ທົບທວນຄືນຜົນການພົວ
ພັນຮ່ວມມືສອງຝ່າຍໃນໄລ
ຍະຜ່ານມາໃນແຕ່ລະດ້ານ ແລະ
ໄດ້ເປັນເອກະພາບກັນກ່ຽວກັບ
ທິດທາງໃນການເສີມຂະຫຍາຍ ການພົວພັນລະຫວ່າງສອງປະ ເທດໃນຕໍ່ໜ້າໃຫ້ມີຄວາມຄືບໜ້າ ແລະ ມີບາດກ້າວອັນໃໝ່ ເພື່ອ
ປູພື້ນຖານໃຫ້ແກ່ການກ້າວໄປ ສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາແບບຍືນຍົງ ໃນອະນາຄົດ.
ໃນໂອກາດເຂົ້າຮ່ວມກອງປະ ຊຸມຄັ້ງນີ້, ສອງນາຍົກລັດຖະມົນ ຕີ ລາວ-ໄທ ຍັງໄດ້ເຂົ້າຮ່ວມ ເປັນ
ສັກຂີພະຍານໃຫ້ແກ່ການລົງ ນາມໃນບັນດາເອກະສານຄື: ຖະແຫຼງການຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ ເປັນທາງການຄັ້ງທີ 3, ບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການ ຮ່ວມມຶືທາງດ້ານກົດໝາຍ ແລະ ຍຸຕິທໍາ, ບົດບັນທຶກການຮ່ວມມື ໃນຂົງເຂດການຄົມມະນາຄົມ ຂົນສົ່ງ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການ ສຶກສາທິການ, ບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການກໍ່ສ້າງສວນ ພຶກສາສາດ, ຂອບການຮ່ວມມື ວ່າດ້ວຍ ການກວດຄົນເຂົ້າ-ອອກ ເມືອງ ແລະ ບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍການຊື້-ຂາຍໄຟ ຟ້າ ລາວ-ໄທ.
ໃນຕອນທ້າຍ, ຄະນະຜູ້ແທນ ຣາຊະອານາຈັກໄທ ໄດ້ສະແດງ ຄວາມຂອບໃຈຕໍ່ຄະນະຜູ້ແທນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ແລະ ອໍານວຍ ຄວາມສະດວກເປັນຢ່າງດີໃນ ການຈັດກອງປະຊຸມຄັ້ງນີ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ