
ເປີດງານມະຫະກຳນັດພົບແຮງງານ ປະຈຳປີ 2018
ເວລາອອກຂ່າວ: 2018-12-17 08:43:23 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 664 | ຄວາມນິຍົມ:
ໃນຕອນເຊົ້າ ວັນທີ 14 ທັນວາ 2018, ກະຊວງແຮງ ງານ ແລະ ສະຫວັດດີການ-ສັງ ຄົມຮ່ວມກັບບໍລິສັດໄອຈ໋ອບ ໄດ້ ຈັດງານນັດພົບແຮງງານ ປະຈຳ ປີ 2018 ຂຶ້ນທີ່ ສູນການຄ້າທົ່ງ ຂັນຄໍາ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ໃບຄໍາ ຂັດຕິຍະ ຮອງລັດຖະມົນຕີກະຊວງແຮງ ງານ ແລະ ສະຫວັດດີການ-ສັງ ຄົມ, ທ່ານ ນາງ ກາລີນາ ອິມໂມ ເນັນ ຜູ້ຕາງໜ້າອົງການສະຫະ ປະຊາຊາດ ປະຈໍາລາວ, ທ່ານ ຢາຊູສິ ນິກິສິ ຜູ້ຕາງໜ້າທະນາ
ຄານພັດທະນາອາຊີ (ADB), ມີຜູ້ຕາງໜ້າຈາກສະຖານທູດຍີ່ ປຸ່ນ, ອົສຕຣາລີ, ອົງການແຮງ ງານສາກົນ (ILO), ພາກສ່ວນ ທີ່ກ່ຽວຂ້ອງ ແລະ ຊາວນະຄອນ ຫຼວງວຽງຈັນເຂົ້າຮ່ວມ.
ທ່ານ ນາງ ໃບຄໍາ ຂັດຕິຍະ ໄດ້ກ່າວວ່າ: ເພື່ອເປັນການເປີດ ກວ້າງດ້ານຂໍ້ມູນຂ່າວສານຕະ ຫຼາດແຮງງານ ເຮັດໃຫ້ກຳລັງ ແຮງງານໄດ້ເຂົ້າເຖິງການມີ ວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳ, ສ້າງໂອກາດໃຫ້ ກຳລັງແຮງງານທີ່ຕ້ອງການ ວຽກເຮັດງານທຳ ແລະ ຫົວ ໜ່ວຍແຮງງານຕ່າງໆໄດ້ພົບປະ ປຶກສາຫາລືກັນກ່ຽວກັບການ ຮັບສະໝັກງານ ແລະ ການພັດ ທະນາສີມືແຮງງານທີ່ສອດ ຄ່ອງກັບຄວາມຕ້ອງການຂອງ ຕະຫຼາດແຮງງານ, ທັງເປັນການ ສ້າງເງື່ອນໄຂໃຫ້ຜູ້ປະກອບການ ທຸລະກິດ ແລະ ຜູ້ຊອກວຽກເຮັດ ງານທຳ, ພ້ອມທັງເປີດໂອກາດ ໃຫ້ນັກສຶກສາ ແລະ ປັນຍາຊົນ ໄດ້ຍື່ນໃບສະໝັກວຽກກັບໜ່ວຍ ງານ, ອົງກອນ ຫຼື ບໍລິສັດໂດຍ ກົງ ແລະ ຍັງເປັນອີກຊ່ອງທາງ ໜຶ່ງທີ່ບໍລິສັດ ແລະ ໂຄງການລົງ ທຶນຕ່າງໆໄດ້ຄັດເລືອກເອົານັກ ສຶກສາໄປເຝິກງານ ຫຼື ຮັບບັນ ຈຸເຂົ້າເປັນພະນັກງານໃນອົງ ກອນ ຫລື ບໍລິສັດຂອງຕົນໃນອະ ນາຄົດ. ພ້ອມນັ້ນ ຍັງເປັນໂອ ກາດໃນການປະຊາສຳພັນກ່ຽວ ກັບອົງກອນ ຫຼື ບໍລິສັດຂອງຕົນຕໍ່ ສັງຄົມ ແລະ ທັງເປັນການປະ ກອບສ່ວນເຂົ້າໃນການພັດທະ ນາຕະຫຼາດແຮງງານຢູ່ໃນ ສປປ ລາວ ອີກດ້ວຍ.
ການຈັດງານນັດພົບແຮງ ງານ ສຳລັບປີ 2018 ນີ້ ໄດ້ມີ ການເປີດຮ້ານວາງສະແດງ ຂອງຫົວໜ່ວຍທຸລະກິດ, ຫົວ ໜ່ວຍການຜະລິດ, ການບໍລິການ ແລະ ບໍລິສັດບໍລິການຈັດຫາງານ ຈາກ 9 ແຂວງ (ແຂວງອຸດົມ ໄຊ, ໄຊຍະບູລີ, ຫຼວງພະບາງ, ວຽງຈັນ, ນະຄອນຫລວງວຽງ ຈັນ, ບໍລິຄຳໄຊ, ຄຳມ່ວນ, ສະ ຫວັນນະເຂດ ແລະ ແຂວງຈຳ ປາສັກ) ເພື່ອໃຫ້ຄໍາແນະນໍາຂັ້ນ ຕອນການສະໝັກງານ, ການຂຶ້ນ ທະບຽນ, ການນຳໃຊ້ເວັບໄຊບໍ ລິການຈັດຫາງານສາທາລະນະ ຊົນ, ການສຳພາດ ແລະ ການ ເຮັດສັນຍາແຮງງານ, ມີບັນດາ ສູນເຝິກ ແລະ ວິທະຍາໄລ ຕ່າງໆ ຮ່ວມສະແດງກິດຈະກຳການ ເຝິກ, ການໃຫ້ການແນະນຳດ້ານ ອາຊີບ ແລະ ມີການວາງສະແດງ ຈໍາໜ່າຍສິນຄ້າຫັດຖະກຳ, ຜະ ລິດຕະພັນກະສິກຳ, ຜະລິດຕະ ພັນພູມປັນຍາຂອງຊາວບ້ານ ທັງໝົດເກືອບ100 ຫົວໜ່ວຍ.
ການຈັດງານນັດພົບແຮງ ງານຈະໄດ້ດໍາເນີນໄປເປັນເວລາ 3 ວັນຄືແຕ່ວັນທີ14-16 ທັນວາ 2018
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ