ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ທະຫານແຂວງວຽງຈັນ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019
ເວລາອອກຂ່າວ: 2020-09-28 08:04:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 423 | ຄວາມນິຍົມ:



ວັນທີ 24 ກັນຍານີ້, ກອງບັນ ຊາການທະຫານແຂວງວຽງ ຈັນ, ໄດ້ຈັດພິທີມອບ-ຮັບໃບຢັ້ງ ຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2019, ມອບ ບັດໃຫ້ສະມາຊິກພັກ ແລະ ປະກາດ ການເລື່ອນຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ບຸນມາ ວົງດາ ລາແສນ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງວຽງຈັນ, ມີຄະນະປະຈໍາ ພັກ, ຄະນະພັກ ກອງບັນຊາການ, ຄະນະພັກຮາກຖານ-ໜ່ວຍພັກ ຕະຫຼອດຮອດພະນັກງານ-ສະມາ ຊິກພັກເຂົ້າຮ່ວມ. ສະຫາຍ ພັນໂທ ສາຍຟອງ ແກ້ວປະເສີດ ຫົວໜ້າພະແນກຈັດ ຕັ້ງພັກກອງບັນຊາການ ໄດ້ຂຶ້ນ ຜ່ານມະຕິຕົກລົງຂອງຄະນະ ປະຈໍາພັກແຂວງວຽງຈັນ ວ່າ ດ້ວຍການຮັບຮອງເອົາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ທີ່ຂຶ້ນກັບອົງຄະນະພັກກອງບັນ ຊາການທະຫານແຂວງວຽງຈັນ ຈໍາ ນວນ 31 ໜ່ວຍພັກ, ໃນນັ້ນມີ ໜ່ວຍທີ 1, 2, 3 ທີ່ຂຶ້ນກັບຄະນະ ພັກຮາກຖານຫ້ອງການເມືອງ, ໜ່ວຍພັກທີ 1, 2, 3 ທີ່ຂຶ້ນກັບຄະ ນະພັກຮາກຖານຫ້ອງພະລາທິ ການ, ໜ່ວຍພັກທີ 1,2,3 ທີ່ຂຶ້ນ ກັບຄະນະພັກຮາກຖານຫ້ອງ ການບໍລິຫານ, ໜ່ວຍພັກທີ 1,2,3 ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງເຕັກນິກ, ໜ່ວຍພັກທີ 1,2,3 ທີ່ຂື້ນກັບຄະນະພັກຮາກຖານ ກອງພັນ 103, ໜ່ວຍພັກທີ 1,2,4 ທີ່ຂຶ້ນກັບຄະນະພັກຮາກຖານ ກອງພັນ614, ໜ່ວຍພັກທີ 1,2, 3,4 ທີ່ຂຶ້ນກັບຄະນະພັກຮາກ ຖານກອງພັນ 432 ແລະ ໜ່ວຍ ພັກທີ 1,2,3,4 ທີ່ຂື້ນກັບຄະນະ ພັກຮາກຖານກອງພັນ 102. ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນ ໃຫ້ໜ່ວຍພັກທີ່ໄດ້ຮັບການຢັ້ງ ຢືນເປັນໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈໍາປີ 2019 ຢ່າງສົມກຽດ, ພ້ອມທັງມອບບັດ ໃຫ້ສະມາຊິກພັກສົມບູນທີ່ມີມາດຖານເງື່ອນໄຂຄົບຖ້ວນຈຳນວນ 50 ສະຫາຍ ແລະ ປະກາດການເລື່ອນຊັ້ນຈາກຮ້ອຍເອກຂຶ້ນຊັ້ນພັນຕີຈໍານວນ 8 ສະຫາຍ ແລະ ເລື່ອນຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 1 ສະຫາຍ ອີກດ້ວຍ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ບຸນມາ ວົງດາລາແສນ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານ ທີ່ຄະນະພັກຮາກຖານ, ແຕ່ລະໜ່ວຍພັກຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ ຈົ່ງພ້ອມ ກັນເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ເປັນ ບັນຫາສໍາຄັນຕິດພັນກັບການ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ວຽກງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ, ສຸມ ໃສ່ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ, ກຳແໜ້ນ ຢ່າງເລິກເຊິ່ງ ທິດສະດີຫຼັກການ ໃນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງໜັກແໜ້ນ, ຫັນເອົາມະຕິຕ່າງໆຂອງຄະນະ ພັກຂັ້ນເທິງມາສ້າງເປັນແຜນ ງານອັນລະອຽດຂອງກົມກອງກໍ ຄືໜ່ວຍພັກໃຫ້ແທດເໝາະກັບສະ ພາບແວດລ້ອມຂອງຕົນໃຫ້ໄດ້ ຮັບໝາກຜົນສູງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ