ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ທະຫານເມືອງຂວາ ມອບໃບຢັ້ງຢືນ ຄອບຄົວປ້ອງກັນຊາດເຂັ້ມແຂງ ປະຈໍາປີ 2019
ເວລາອອກຂ່າວ: 2020-09-25 08:24:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:



ວັນທີ 17 ກັນຍາ 2020 ນີ້, ສະຫາຍ ພັນໂທ ຄໍາໝອນ ແສງວິໄລ ກໍາມະການຄະນະປະ ຈໍາພັກເມືອງ, ເລຂາຄະນະພັກ ຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ຂວາ ແຂວງຜົ້ງສາລີ ພ້ອມດ້ວຍ ຄະນະ ໄດ້ເຄື່ອນໄຫວຈັດຕັ້ງ ມອບໃບຢັ້ງຢືນຄອບຄົວປ້ອງ ກັນຊາດເຂັ້ມແຂງໃນເທສະ ບານເມືອງ, ມີເລຂາພັກບ້ານ ນາຍບ້ານ, ແຂກຖືກເຊີນ ຕະ ຫຼອດຮອດຄອບຄົວປ້ອງກັນ ຊາດເຂັ້ມແຂງພາຍໃນເທສະ ບານເຂົ້າຮ່ວມ. ການເຄື່ອນໄຫວມອບໃບ ຢັ້ງຢືນຄອບຄົວປ້ອງກັນຊາດ ເຂັ້ມແຂງໃນຄັ້ງນີ້, ມີທັງໝົດ 8 ບ້ານ ຄື: ໂພໄຊເໜືອ, ໂພໄຊໃຕ້, ໂພນໄຊ, ເມືອງຂວາ, ຫາດເດື່ອ, ນາຕຸ່ນ, ທ່າບັກ ແລະ ຫ້ວຍຍາງ ລວມມີ 684 ຄອບຄົວ. ທັງນີ້, ກໍເພື່ອຍ້ອງຍໍຊົມເຊີຍຜົນງານ ຄຸນງາມຄວາມດີ ແລະ ໄຊຊະນະ ອັນໃຫຍ່ຫຼວງຂອງຄອບຄົວທີ່ຍາດໄດ້ຕະຫຼອດໄລຍະຜ່ານມາ ແລະ ເປັນຄອບຄົວທີ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ຂໍ້ກໍານົດ, ກົດໝາຍ, ແຜນການ ແລະ ມະຕິຄໍາສັ່ງຕ່າງໆ ຂອງລັດ, ເວົ້າລວມ, ເວົ້າສະເພາະ ແມ່ນ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຮັກບ້ານເກີດ ເມືອງນອນ, ເປັນເຈົ້າການປ້ອງກັນຕົນເອງໃຫ້ມີຄວາມສະຫງົບປອດໄພ, ເປັນຄອບຄົວສ້າງເສດ ຖະກິດແກ້ໄຂຊີວິດການເປັນຢູ່, ເປັນແບບຢ່າງໃນການປະຕິບັດລະບຽບການຕ່າງໆ ຂອງບ້ານ, ຕັ້ງໜ້າປະກອບສ່ວນປະຕິບັດພັນ ທະປ້ອງກັນຊາດເຂົ້າໃນການ ເຄື່ອນໄຫວປ້ອງກັນເວນຍາມ ແລະ ເຂົ້າຮ່ວມວຽກງານລວມ ຂອງບ້ານ, ເປັນຫຼັກແຫຼ່ງໃຫ້ ແກ່ອໍານາດການປົກຄອງທຸກຂັ້ນ, ສະມາຊິກໃນຄອບຄົວມີອາຊີບ ຖືກຕ້ອງຕາມກົດໝາຍ, ມີ ຄວາມສະຫງົບ, ດໍາລົງຊີວິດປອດ ໃສຂາວສະອາດ, ມີຄວາມສາ ມັກຄີປອງດອງ, ບໍ່ພົວພັນກຸ່ມ ຄົນບໍ່ດີ, ບໍ່ເຂົ້າຮ່ວມເຄື່ອນໄຫວ ສິ່ງເສບຕິດທີ່ຜິດຕໍ່ລະບຽບກົດ ໝາຍ, ບໍ່ຫຼົງໄຫຼກົນອຸບາຍຂອງ ສັດຕູ. ການເຄື່ອນໄຫວມອບ ໃບຢັ້ງຢືນຄອບຄົວປ້ອງກັນຊາດ ເຂັ້ມແຂງ ໃນຄັ້ງນີ້ແມ່ນຈະໃຊ້ ເວລາ 08 ວັນ ຈິ່ຶງສໍາເລັດ. ໂດຍ: ບຸນເລີດ ສີບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ