ກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊ
ເວລາອອກຂ່າວ: 2020-09-25 08:13:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 563 | ຄວາມນິຍົມ: ![]()
ກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊ ໄດ້ໄຂຂຶ້ນຢ່າງເປັນທາງການໃນ ຕອນເຊົ້າວັນທີ 24 ກັນຍາ ນີ້, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງ ພັກ ເລຂາພັກ ແຂວງເຈົ້າແຂວງໆ ບໍລິຄຳໄຊ, ມີຜູ້ແທນສົມບູນ 237 ສະຫາຍ, ຍິງ 26 ສະຫາຍ ເປັນ ຕົວແທນໃຫ້ແກ່ສະມາຊິກພັກທົ່ວ ແຂວງ 13.467 ສະຫາຍ, ຍິງ 3.295 ສະຫາຍ ແລະ ແຂກຖືກ ເຊີນຈາກສູນກາງ ແລະ ທ້ອງ ຖິ່ນເຂົ້າຮ່ວມ. ໃນກອງປະຊຸມໄດ້ເປັນກຽດຕ້ອນຮັບ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການ ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ປະທານກວດກາສູນກາງພັກ.
ໃນກອງປະຊຸມ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ໄດ້ ຜ່ານບົດລາຍງານການເມືອງ ທັງສອງພາກ ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຜົນງານການຊີ້ ນຳ-ນຳພາ ຂອງອົງຄະນະພັກ ແຂວງບໍລິຄຳໄຊ ຕະຫຼອດໄລຍະ 5 ປີຜ່ານມາ, ເຖິງວ່າແຂວງບໍ ລິຄໍາໄຊ ໄດ້ຮັບຜົນກະທົບຈາກ ໄພພິບັດທໍາມະຊາດຮ້າຍແຮງ ໃນປີ 2017-2019, ການແຜ່ ລະບາດຂອງພະຍາດສັດອະຫິ ວາໝູອາຟິກກາ ແລະ ຜົນກະທົບ ຕໍ່ເສດຖະກິດຂອງການລະບາດ ພະຍາດ ໂຄວິດ-19, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມຕ່າງໆ ແຕ່ພາຍໃຕ້ການຊີ້ນຳ-ນໍາພາ ຂອງຄະນະບໍລິຫານງານພັກ ແຂວງ ໃນການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ອົງ ຄະນະພັກແຂວງ ຄັ້ງທີ VI ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ IV (2016 - 2020) ແຂວງບໍລິຄໍາໄຊ ໄດ້ສຸມ ໃສ່ການແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ວິທະຍາສາດ ເຂົ້າສູ່ ວຽກງານຕົວຈິງຢູ່ແຕ່ລະຂະ ແໜງການອັນໄດ້ເຮັດໃຫ້ທົ່ວ ແຂວງມີຄວາມສະຫງົບໂດຍພື້ນ ຖານ, ເສດຖະກິດມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງໃນອັດຕາ ສະເລ່ຍ 6,5% ຕໍ່ປີ, ລວມຍອດ ຜະລິດຕະພັນພາຍໃນບັນລຸ 5.878 ຕື້ກີບ, ສະເລ່ຍໃສ່ພົນລະ ເມືອງໄດ້ 18.336.343 ກີບ ເທົ່າກັບ 2.060 ໂດລາ, ໂຄງປະ ກອບເສດຖະກິດຂະແໜງກະສິ ກໍາກວມ 26%, ອຸດສາຫະກໍາ 48,9% ແລະ ການບໍລິການ 25,1% ຂອງ GPP; ການລົງ ທຶນບັນລຸ 7.914 ຕື້ກີບ ກວມ 29,8% ຂອງລວມຍອດຜະລິດ ຕະພັນພາຍໃນ 5 ປີ, ການຈັດ ເກັບລາຍຮັບເຂົ້າງົບປະມານໄດ້ ຕາມແຜນທີ່ວາງໄວ້ເຮັດໃຫ້ ແຂວງສາມາດກຸ້ມຕົນເອງດ້ານ ສະບຽງອາຫານໂດຍພື້ນຖານ, ຫຼຸດຜ່ອນການນໍາເຂົ້າ ແລະ ມີ ຜົນຜະລິດສົ່ງອອກ. ຊຸກຍູ້ສົ່ງເສີມ ການປູກພືດເປັນສິນຄ້າໄດ້ຂະ ຫຍາຍຕົວຢ່າງກວ້າງຂວາງສີ່ງ ທີ່ພົ້ນເດັ່ນແມ່ນ ກຸ່ມປູກຜັກອິນຊີ ບ້ານຫົວນາ ເມືອງບໍລິຄັນ, ກໍາຈັດ ການຖາງປ່າເຮັດໄຮ່ແບບເລື່ອນ ລອຍຢ່າງເຂັ້ມງວດ, ສ້າງໃຫ້ທຸກ ຄົນມີສ່ວນຮ່ວມໃນການປົກ ປັກຮັກສາ, ຄຸ້ມຄອງແຫຼ່ງນ້ຳ, ຟື້ນຟູ ແລະ ພັດທະນາປ່າໄມ້ໃຫ້ ມີຄວາມສົມດຸນ, ທົ່ວແຂວງມີເນື້ອທີ່ປົກຫຸ້ມຂອງປ່າໄມ້ກວມ 70,41%, ສົ່ງເສີມການປູກ- ການລ້ຽງ ແລະ ການປະມົງແບບ ທໍາມະຊາດຫັນໄປສູ່ການນໍາໃຊ້ ເຕັກນິກວິທະຍາສາດ ແລະ ຫັນ ເປັນກຸ່ມ, ເປັນຟາມສາມາດສະ ໜອງຊີ້ນ, ປາ ແລະ ໄຂ່ເພື່ອບໍລິ ໂພກໄດ້ເປັນຢ່າງດີສະເລ່ຍ 52,4 ກິໂລຕໍ່ຄົນຕໍ່ປີ, ໂຮງງານ ອຸດສາຫະກຳ, ຫັດຖະກຳປຸງແຕ່ງ ເພີ່ມຂຶ້ນ 15,4% ທຽບໃສ່ປີ 2015, ທົ່ວແຂວງ ໄດ້ມີລະບົບ ໄຟຟ້າ, ການຄົມມະນາຄົມ ແລະ ການບໍລິການໂທລະຄົມ ໄດ້ເຂົ້າ ເຖິງປະຊາຊົນຢູ່ຂັ້ນຮາກຖານ ຢ່າງທົ່ວເຖິງ, ການຈັດເກັບລາຍ ຮັບເຂົ້າງົບປະມານໃຫ້ສູນກາງ ປະຕິບັດໄດ້ 2.650 ຕື້ກີບ ເທົ່າ ກັບ103,43%, ພາຍໃນແຂວງ ປະຕິບັດໄດ້ 956 ຕື້ກີບ ເທົ່າກັບ 94,19% ຂອງແຜນການ.
ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ກໍໄດ້ຫັນເອົາ ພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານໃນຫຼາຍຮູບການ ແລະ ນໍາພາ-ຊິ້ນໍາຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍ ການປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ໜັກແໜ້ນ, ຈັດ ສັນເຕົ້າໂຮມບ້ານ, ສ້າງບ້ານໃຫຍ່ ໃຫ້ກາຍເປັນບ້ານໃຈກາງພັດທະ ນາ ແລະ ກາຍເປັນສີສັນຕົວ ເມືອງນ້ອຍໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ. ຜ່ານການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ ຕາມດໍາລັດ ເລກທີ 309/ນຍ ໃນປີ 2018 ທົ່ວແຂວງມີຄອບ ຄົວພົ້ນທຸກກວມ 98,2%, ບ້ານພົ້ນທຸກກວມ 89% ແລະ ເມືອງພົ້ນທຸກ 6 ເມືອງ; ມີຄອບ ຄົວພັດທະນາ86,73%, ບ້ານ ພັດທະນາກວມ 70,44%, ຜົນ ປະເມີນປີ 2019 ຕາມດໍາລັດ 348/ນຍ ມີຄອບຄົວພົ້ນທຸກກວມ 93,2%, ບ້ານພົ້ນທຸກກວມ 84,48%, ເມືອງພົ້ນທຸກ 5 ເມືອງ ແລະ ມີຄອບຄົວພັດທະນາ87%, ບ້ານພັດທະນາກວມ 73,54%, ການສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ ໃນ 5 ດ້ານ ມີເມືອງບັນລຸ 4 ດ້ານ ມີ 5 ເມືອງ ຄື: ເມືອງປາກຊັນ, ທ່າພະບາດ, ປາກກະດິງ, ບໍລິຄັນ ແລະ ເມືອງ ຄໍາເກີດ; ເມືອງທີ່ບັນລຸເງື່ອນໄຂ 3 ດ້ານ ມີ 2 ເມືອງ ຄື: ເມືອງໄຊ ຈໍາພອນ ແລະ ເມືອງວຽງທອງ, ສ້າງບ້ານເປັນຫົວໜ່ວຍ ພັດທະນາ 4 ດ້ານ ໃນທົ່ວແຂວງທັງໝົດ 291 ບ້ານ, ມີບ້ານບັນລຸ 4 ດ້ານ 148 ບ້ານ; ບັນລຸ 3 ດ້ານ 26 ບ້ານ, ບັນລຸ 2 ດ້ານ 57 ບ້ານ, ບັນລຸ 1 ດ້ານ 30 ບ້ານ ແລະ ບ້ານບໍ່ບັນລຸທັງ 4 ດ້ານມີ 30 ບ້ານ, ໄດ້ປັບປຸງການສຶກສາໃຫ້ມີຄຸນນະພາບດີຂຶ້ນ, ປະຕິບັດຕົວ ຊີ້ວັດເປົ້າໝາຍສະຫັດສະຫວັດ ຫຼາຍດ້ານບັນລຸຕາມຄາດໝາຍ, ໄດ້ຮັບຮອງເປັນແຂວງຈົບມັດທະ ຍົມຕົ້ນ, ຕາໜ່າງສາທາລະນະສຸກ ໄດ້ຂະຫຍາຍປົກຄຸມ 100%, ສ້າງບ້ານແບບຢ່າງດ້ານສາທາ ລະນະສຸກກວມ 93,8%, ປັບ ປຸງຍົກລະດັບວິທະຍຸ, ໂທລະ ພາບ, ໜັງສືພິມ, ເວບໄຊ໌ໃຫ້ມີຄຸນ ນະພາບດີຂຶ້ນ, ມີບ້ານວັດທະນະ ທໍາກວມ 91,06% ແລະ ຄອບ ຄົວກວມ 84,62%, ເອົາໃຈໃສ່ ປັບປຸງ ແລະ ພັດທະນາແຫຼ່ງ ທ່ອງທ່ຽວ ທາງທຳມະຊາດ, ປະຫວັດສາດ, ວັດທະທໍາທີ່ມີການ ບໍລິການອະນຸລັກ ແລະ ປະຊາ ຊົນ ມີສ່ວນຮ່ວມ ແລະ ຮັບຮອງ ວັດພະບາດໂພນສັນເປັນມໍລະດົກ ຂອງແຂວງ.
ຄຽງຄູ່ກັບການພັດທະນາ ດ້ານອື່ນໆ ກອງທຶນໜຶ່ງດວງໃຈ ບໍລິຄໍາໄຊຊ່ວຍເຫຼືອສັງຄົມ ໄດ້ ເຄື່ອນໄຫວສ້າງກິດຈະກໍາຫາ ລາຍໄດ້ ແລະ ລະດົມທຶນຈາກທຸກ ພາກສ່ວນ ໃນສັງຄົມມາຮອດ ປັດຈຸບັນມີເງິນກອງທຶນ 8 ຕື້ກວ່າ ກີບ ແລະ ປະກອບສ່ວນຊ່ວຍ ເຫຼືອສັງຄົມເຊັ່ນ: ກໍ່ສ້າງ ແລະ ສ້ອມແປງໂຮງຮຽນຈໍານວນ 50 ຫຼັງ ມູນຄ່າ 5 ຕື້ກວ່າກີບ, ມອບລົດຮັບສົ່ງຄົນເຈັບ 2 ຄັນ, ວັດຖຸອຸປະກອນການແພດ ໃຫ້ໂຮງໝໍແຂວງ, ຊ່ວຍຕ້ານໄພ ນໍ້າຖ້ວມ 2 ແຂວງພາກໃຕ້ມູນ ຄ່າ 90 ລ້ານກວ່າກີບ, ບັນເທົາທຸກ ໃຫ້ແກ່ຄອບຄົວອານາຖາ ແລະ ຖືກເຄາະຮ້າຍຈາກໄພພິບັດ ຕ່າງໆ ເປັນມູນຄ່າ 1,3 ຕື້ ກວ່າ ກີບ; ປະກອບລົດດັບເພີງ 2 ຄັນ ໃຫ້ແກ່ກອງບັນຊາການ ປກສ ແຂວງ ແລະ ປະກອບສ່ວນຊ່ວຍ ສັງຄົມຢ່າງຫຼວງຫຼາຍ.
ກອງປະຊຸມຈະໄດ້ດຳເນີນໄປ ເປັນ ເວລາ 2 ວັນ ຈຶ່ງຈະສຳເລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















