ກອງປະຊຸມທາງໄກຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 17
ເວລາອອກຂ່າວ: 2020-09-25 08:11:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ: ![]()
ວັນທີ 24 ກັນຍາ ນີ້, ຄະນະ ຜູ້ແທນຝ່າຍລາວ ນຳໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເສນາ ທິການກອງທັບ ຮ່ວມກັບບັນດາ ຜູ້ບັນຊາການທະຫານສູງສຸດ ຂອງປະເທດສະມາຊິກອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຜູ້ບັນຊາການທະຫານສູງສຸດອາ ຊຽນ ຄັ້ງທີ 17 (ACDFM-17) ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ຟານວັນຢາງ, ຫົວ ໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນ ຫວຽດນາມ.
ກອງປະຊຸມໄດ້ແລກປ່ຽນທັດ ສະນະກ່ຽວກັບບັນຫາສິ່ງທ້າ ທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປຶກສາຫາລືກ່ຽວກັບຊ່ອງທາງ ເພື່ອເພີ່ມທະວີການຮ່ວມມືທີ່ເປັນ ຮູບປະທຳ, ເສີມຂະຫຍາຍຄວາມ ເປັນໜຶ່ງດຽວພາຍໃນພາກພື້ນ ແລະ ຮັບມືກັບສິ່ງທ້າທາຍຮ່ວມ ກັນ, ບັນຫາສິ່ງທ້າທາຍຕໍ່ຄວາມ ໝັ້ນຄົງທີ່ບໍ່ແມ່ນທາງການທະຫານແມ່ນນັບມື້ນັບເພີ່ມທະວີຄວາມສະຫລັບສັບຊ້ອນ ແລະ ຍາກທີ່ຈະຄາດຄະເນໄດ້ເປັນຕົ້ນ ແມ່ນ: ອາຊະຍາກຳຂ້າມຊາດ, ການກໍ່ການຮ້າຍ, ຄວາມໝັ້ນຄົງ ທາງທະເລ, ຄວາມໝັ້ນຄົງທາງລະ ບົບຄອມພິວເຕີ, ໄພພິບັດທາງທຳ ມະຊາດ, ຢາເສບຕິດ ແລະ ອື່ນໆ.
ນອກຈາກນັ້ນ, ບັນຫາພະຍາດ ລະບາດ ໂຄວິດ-19 ກໍເປັນອີກ ບັນຫາໜຶ່ງ ທີ່ບັນດາປະເທດເຂົ້າ ຮ່ວມໃຫ້ຄວາມສຳຄັນເນື່ອງ ຈາກວ່າການແຜ່ລະບາດຂອງ ພະຍາດດັ່ງກ່າວ ໄດ້ສົ່ງຜົນກະ ທົບຢ່າງໜັກໜ່ວງຕໍ່ການພັດ ທະນາເສດຖະກິດ-ສັງຄົມ, ລວມ ທັງການສູນເສຍຊີວິດຂອງມວນ ມະນຸດຢ່າງຫຼວງຫຼາຍ ເຊິ່ງມາ ເຖິງປັດຈຸບັນຕົວເລກຂອງຜູ້ຕິດ ເຊື້ອ ແລະ ເສຍຊີວິດຍັງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ຕໍ່ກັບບັນຫາດັ່ງ ກ່າວ, ກອງທັບຂອງບັນດາປະ ເທດສະມາຊິກອາຊຽນ ໄດ້ມີບົດ ບາດອັນສຳຄັນ ແລະ ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນວຽກ ງານປ້ອງກັນ, ສະກັດກັ້ນ, ຄວບ ຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.
ເພື່ອຮັບມືກັບບັນດາສິ່ງທ້າ ທາຍທີ່ໄດ້ກ່າວມານັ້ນ, ກອງ ປະຊຸມໄດ້ຮຽກຮ້ອງໃຫ້ບັນດາ ກອງທັບປະເທດສະມາຊິກອາ ຊຽນ ຕ້ອງໄດ້ເພີ່ມທະວີຮ່ວມ ມືກັນຢ່າງໃກ້ຊິດ, ສົ່ງເສີມຄວາມ ສາມັກຄີ, ສ້າງຄວາມອາດສາ ມາດ, ສ້າງຄວາມ ເຊື່ອໝັ້ນ ແລະ ໄວ້ວາງໃຈເຊິ່ງກັນ ແລະ ກັນ ໂດຍຜ່ານບັນດາກົນໄກທີ່ມີຢູ່ ໃນຂອບການຮ່ວມມືຂອງກອງ ປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ, ອາຊຽນ-ບວກ, ກອງປະຊຸມຜູ້ບັນຊາການທະ ຫານສູງສຸດອາຊຽນ ແລະ ອື່ນໆ ເພື່ອສົ່ງເສີມສັນຕິພາບ, ສະຖຽນ ລະພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນະຖາວອນຂອງ ພາກພື້ນ ແລະ ສາກົນ.
ນອກຈາກນີ້, ກອງປະຊຸມຍັງ ໄດ້ຮັບຟັງການລາຍງານຜົນສຳ ເລັດຂອງກອງປະຊຸມທາງໄກຫົວໜ້າສູ້ຮົບອາຊຽນ ຄັ້ງທີ 10 ໃນວັນທີ 16 ກັນຍາ 2020 ແລະ ກອງປະຊຸມທາງໄກຫົວໜ້າ ສືບຂ່າວທະຫານອາຊຽນ ຄັ້ງ ທີ 17 ໃນວັນທີ 22 ກັນຍາ 2020. ພ້ອມກັນນັ້ນຍັງໄດ້ຮັບ ຮອງເອົາແຜນວຽກ 02 ປີຂອງ ທະຫານອາຊຽນ (2020-2022) ແລະ ຮັບຮອງເອົາຖະ ແຫຼງການຮ່ວມຂອງກອງປະ ຊຸມຜູ້ບັນຊາການທະຫານສູງ ສຸດອາຊຽນ ຄັ້ງທີ 17 ວ່າດ້ວຍ ການຮ່ວມມືທາງທະຫານ ເພື່ອ ຄວາມເປັນໜຶ່ງດຽວ ແລະ ການ ຮັບມືຂອງອາຊຽນ.
ໃນຕອນທ້າຍຂອງກອງປະ ຊຸມໄດ້ມີພິທີມອບໂອນການເປັນ ປະທານກອງປະຊຸມຜູ້ບັນຊາການ ທະຫານສູງສຸດອາຊຽນ ຈາກ ສສ ຫວຽດນາມ ໃຫ້ແກ່ ບຣູໄນ ດາລູຊະລາມ ເພື່ອທີ່ຈະເປັນເຈົ້າ ພາບຈັດກອງປະຊຸມດັ່ງກ່າວ ໃນປີຕໍ່ໄປ ໃນຖານະທີ່ຈະເປັນປະ ທານກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ, ອາ ຊຽນ-ບວກ ແລະ ກອງປະຊຸມ ຜູ້ບັນຊາການທະຫານສູງສຸດ ໃນ ປີ 2021.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















