ກອງທັບປະຊາຊົນລາວ ແລະ ກອງທັບສະຫະພັນຣັດເຊຍ ແລກປ່ຽນບົດຮຽນວຽກງານເຊື້ອໄຟ ແລະ ຂົນສົ່ງ
ເວລາອອກຂ່າວ: 2020-09-25 08:10:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 523 | ຄວາມນິຍົມ: ![]()
ໃນວັນທີ 23 ກັນຍາ ນີ້, ສະ ຫາຍ ພັນເອກ ຢາໂບຣບ ອັບເດເລ ຫົວໜ້າຫ້ອງການ, ຜູ້ຕາງໜ້າກະ
ຊວງປ້ອງກັນປະເທດ ແຫ່ງສະ ຫະພັນລັດເຊຍ ປະຈໍາ ສປປ ລາວ
ພ້ອມດ້ວຍຄະນະ ເຂົ້າຮ່ວມພົບປະ
ແລກປ່ຽນບົດຮຽນກັບຄະນະນຳ ກົມໃຫຍ່ພະລາທິການກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂົງ ເຂດວຽກງານເຊື້ອໄຟ ແລະ ຂົງເຂດ ວຽກງານຂົນສົ່ງຂອງກອງທັບ ປະຊາຊົນລາວ ໂດຍມີ ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ກໍາມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມ ໃຫຍ່ພະລາທິການກອງທັບ ພ້ອມ ດ້ວຍຫົວໜ້າກົມ, ຮອງກົມວິຊາສະເພາະທີ່ຂຶ້ນກັບກົມໃຫຍ່ພະລາ ທິການກອງທັບເຂົ້າຮ່ວມ.
ການພົບປະແລກປ່ຽນບົດ ຮຽນຄັ້ງນີ້, ກົມວິຊາສະເພາະທີ່ ກ່ຽວຂ້ອງໄດ້ຜັດປ່ຽນກັນລາຍ ງານສະພາບການຊີ້ນໍາ-ນໍາພາ ແລະ ການຄຸ້ມຄອງວຽກງານວິຊາສະເພາະຂອງກົມ ໃນການ ເຮັດວຽກງານຮັບປະກັນໃຫ້ ແກ່ວຽກງານພະລາທິການ ກໍຄື ການຄຸ້ມຄອງພາຫະນະເຕັກນິກ ຮັບໃຊ້ໃນກອງທັບມີປະສິດທິ ພາບ, ທັງຮັບປະກັນໄດ້ການລໍາ ລຽງ-ຂົນສົ່ງ, ເຄື່ອນຍ້າຍກໍາລັງ, ເຄື່ອງຂອງວັດຖຸ ແລະ ການຄຸ້ມ ຄອງເບີກຈ່າຍນໍ້າມັນເຊື້ອໄຟ ມີ ຄວາມສະດວກວ່ອງໄວ ແລະ ທັນ ກັບສະພາບການໃນໄລຍະໃໝ່ ຂອງກອງທັບປະຊາຊົນລາວ, ພ້ອມກັນນັ້ນ, ທັງສອງຝ່າຍຍັງ ໄດ້ຄົ້ນຄວ້າ, ປຶກສາຫາລືກ່ຽວ ກັບການຈັດຕັ້ງປະຕິບັດຂົງເຂດ ວຽກງານເຊື້ອໄຟ ແລະ ຂົງເຂດ ວຽກງານຂົນສົ່ງໃນກອງທັບ, ໂດຍກົມໃຫຍ່ພະລາທິການ ກອງທັບ ກໍຄື ກົມນໍ້າມັນເຊື້ອໄຟ ແລະ ກົມຂົນສົ່ງກອງທັບປະຊາ ຊົນລາວ ໄດ້ສະເໜີໃຫ້ທາງກອງທັບສະຫະພັນຣັດເຊຍ ຊ່ວຍເຫຼືອ ໃນການກໍ່ສ້າງດ້ານບຸກຄະລາກອນວິຊາສະເພາະພາຫະນະ-ເຕັກນິກ ແລະ ວິໄຈນໍ້າມັນເຊື້ອໄຟ ເພື່ອສ້າງເປັນແຜນການ, ນິຕິກໍາ ໃນການສ້າງບົດບັນທຶກການພົວ ພັນຮ່ວມມືໄລຍະສັ້ນ ແລະ ໄລຍະ ຍາວລະຫວ່າງສອງກະຊວງ ປ້ອງກັນປະເທດ ລາວ-ຣັດເຊຍ ໃຫ້ເຂົ້າສູ່ລວງເລິກ.
ໂດຍ: ຄໍາໄພວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















