ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ອະນຸກຳມະການ ປກຊ-ປກສ ແລະ ຮັກສາສຸຂະພາບ ມີຄວາມພ້ອມຮອບດ້ານຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກແຂວງຄຳມ່ວນ
ເວລາອອກຂ່າວ: 2020-09-25 08:05:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 610 | ຄວາມນິຍົມ:



ມາຮອດປັດຈຸບັນການກະກຽມຄວາມພ້ອມ ດ້ານຕ່າງໆ ຂອງອະນຸກຳມະການປ້ອງກັນຊາດ- ປ້ອງກັນຮັກສາຄວາມສະຫງົບ ແລະ ຮັກສາສຸຂະ ພາບແມ່ນມີຄວາມພ້ອມຮອບດ້ານເພື່ອຮັບປະກັນໃນ ການກະກຽມຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ X ຂອງ ອົງຄະນະພັກແຂວງຄຳມ່ວນ ທີ່ຈະໄຂຂຶ້ນໃນມໍ່ໆນີ້. ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກຳມະການຄະນະປະຈຳພັກແຂວງແຜນການເຄື່ອນ ໄຫວໂດຍສຸມໃສ່ 3 ແຜນວຽກ ໃຫຍ່ເຊັ່ນ : ການຮັກສາຄວາມ ສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ, ການຕ້ານສະກັດ ກັ້ນພະຍາດໄຂ້ຍຸງ, ໄຂ້ເລືອດ, ອອກພິເສດແມ່ນພະ ຍາດໂຄວິດ- 19 ແລະ ແຜນການຫ້າງຫາ ກະກຽມກອບກູ້ເມື່ອເກີດໄພພິ ບັດ. ສໍາລັບແຜນການຮັກສາ ຄວາມສະຫງົບນີ້ແມ່ນ ໄດ້ຈັດ ຕັ້ງວາງກຳລັງປ້ອງກັນເຂດ ຍຸດທະສາດສຳຄັນຕ່າງໆ ເຂດ ແດນລະຫວ່າງຊາດ, ເຂດແດນ ລະຫວ່າງແຂວງທຸກພຶ້ນທີໄດ້ ມີແຜນການຈັດວາງກຳລັງຊີ້ ນຳຊຸກຍູ້ການເຄື່ອນໄຫວ. ອັນ ສອງການຮັບປະກັນຄວາມສະ ຫງົບວົງໃນຂົງເຂດເທສະບານ ຂອງແຂວງພ້ອມທັງສະຖານ ທີ່ຈັດກອງປະຊຸມ, ບ່ອນພັກ ເຊົາການນຳ, ແຂກພາຍໃນ ແລະ ຕ່າງແຂວງ, ພ້ອມທັງຄວາມ ເປັນລະບຽບຮຽບຮ້ອຍການສັນ ຈອນໄປມາ, ກະກຽມພາຫະ ນະເປີດທາງ, ສະຖານທີ່ບ່ອນ ຈອດລົດ ແລະ ອື່ນໆ ພ້ອມນັ້ນ ກໍໄດ້ກະກຽມແຜນປ້ອງກັນກອງ ປະຊຸມ ໂດຍມີເຄື່ອງເອັກສະເລ ໃນການກວດຄົນເຂົ້າ-ອອກ ຫ້ອງ ປະຊຸມ, ສໍາລັບແຜນການຮັບ ປະກັນສຸຂະພາບແມ່ນໄດ້ອີງ ໃສ່ແຜນດຳເນີນກອງປະຊຸມ ການຈັດວາງຜູ້ແທນ ເພື່ອບັນ ຈຸວິຊາການແພດ ແລະ ເຄື່ອງອຸ ປະກອນຕ່າງໆ ມີການກວດອາ ຫານການກິນຂອງຜູ້ແທນຕາມ ຈຸດຕ່າງໆ( ຮ້ານອາຫານ ແລະ ບ່ອນທ່ີແຂກມາພັກເຊົ່າ)ສ່ວນ ແຜນວຽກກອບກູ້ໄພພິບັດໄດ້ ກະກຽມກໍາລັງຄົນ, ກໍາລັງພາຫະ ນະວັດຖຸອຸປະກອນຕ່າງໆ ເພື່ອ ຮັບປະກັນໃນການປະຕິບັດແຜນ ການໃຫ້ໄດ້ 100%. ສະຫາຍ ພົນຈັດຕະວາ ສົມແຄນ ອັບປະ ສອນ ໄດ້ຮຽກຮ້ອງມາຍັງອົງ ການຈັດຕັ້ງທຸກພາກສ່ວນຕະ ຫຼອດເຖິງປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນເປັນເຈົ້າການປະ ກອບສ່ວນເຂົ້າໃນວຽກງານຂະ ບວນການຕ່າງໆ ເພື່ອກະກຽມໃຫ້ ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ແຂວງໃຫ້ໄດ້ຮັບຜົນສຳເລັດ. ຂ່າວ: ມະນີວັນ ນາມວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ