ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ພະແນກຍຸດທະສາດ ມອບປື້ມນິພົນໃຫ້ຫໍສະໝຸດກົມວິທະຍາສາດ - ປະຫວັດສາດການທະຫານ
ເວລາອອກຂ່າວ: 2020-09-24 08:31:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:



ວັນທີ 17 ກັນຍາ 2020 ນີ້, ຢູ່ທີ່ຫໍສະໝຸດ ກົມວິທະຍາສາດ-ປະຫວັດສາດການທະຫານ ກະ ຊວງປ້ອງກັນປະເທດ ໄດ້ມີການ ມອບ-ຮັບປຶ້ມນິພົນ, ໂດຍຕາງ ໜ້າກ່າວມອບຂອງ ສະຫາຍ ພັນໂທ ສັນຕິ ດວງພົມມີ ຮັກສາ ການຫົວໜ້າພະແນກຍຸດທະສາດ, ກ່າວຮັບຂອງ ສະຫາຍ ພັນໂທ ສົມເອື້ອງ ຂຸນມາລາ ຮອງຫົວໜ້າ ພະແນກຂໍ້ມູນຂ່າວສານ, ມີຫົວ ໜ້າຫໍສະໝຸດ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງຂອງທັງ ສອງຝ່າຍເຂົ້າຮ່ວມ. ປຶ້ມນິພົນທີ່ນຳມາມອບໃນ ຄັ້ງນີ້, ມີຈຳນວນ 100 ຫົວ, ປະກອບບົດນິພົນກ່ຽວກັບ "ເພີ່ມ ທະວີການຮ່ວມມືລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ ໃນການປ້ອງກັນ, ຕ້ານສະກັດ ກັ້ນຍຸດທະສາດ, ຫັນປ່ຽນໂດຍ ສັນຕິ ຂອງອິດທິກຳລັງປໍລະ ປັກໃນສະພາບການໃໝ່" ເຊິ່ງ ມອບໃຫ້ພະແນກຂໍ້ມູນຂ່າວ ສານເກັບຮັກສາໄວ້(ຫໍສະໝຸດ)ເປັນການເກັບຮັກສາຂໍ້ມູນ ໃວ້ໃນຫໍສະໝຸດກົມກອງເພື່ອ ໃຫ້ພະນັກງານ-ນັກຮົບທັງ ພາຍໃນ ແລະ ພາຍ ນອກເຂົ້າ ມາສຶກສາຄົ້ນຄວ້າກ່ຽວກັບ ສາຍພົວພັນລະຫວ່າງກອງທັບ ປະຊາຊົນລາວ ແລະ ກອງທັບ ປະຊາຊົນຫວຽດນາມ ໃຫ້ເຂົ້າ ໃຈຢ່າງຈະແຈ້ງ ເພື່ອຮ່ວມມືກັນ ປ້ອງກັນຕ້ານ ແລະ ສະກັດກັ້ນຍຸດ ທະສາດຫັນປ່ຽນໂດຍສັນຕິຂອງ ອິດທິກຳລັງປໍລະປັກ ທີ່ເຂົ້າມາ ຮຸກຮານປະເທດຊາດໃນສະພາບ ການໃໝ່. ຈຸດປະສົງເພື່ອເຮັດ ໃຫ້ຫໍສະໝຸດພາຍໃນກົມກອງ ເປັນຜູ້ປົກປັກຮັກສາ ແລະ ຈັດຕັ້ງ ເຜີຍແຜ່ໃຫ້ພາຍໃນກົມກອງ ແລະ ພາຍນອກໄດ້ເຂົ້າມາສຶກສາຄົ້ນ ຄວ້າ ແລະ ນຳໄປຈັດຕັ້ງຜັນຂະ ຫຍາຍໃຫ້ຖືກຕ້ອງ ແລະ ສອດ ຄ່ອງກັບສະພາບການຕົວຈິງ. ໂອກາດນີ້, ພະແນກຂໍ້ມູນຂ່າວ ສານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະແນກຍຸດທະສາດທີ່ນຳເອົາປຶ້ມບົດນິພົນມາມອບໃຫ້ ໃນຄັ້ງນີ້. ໂດຍ: ວົງວິໄລ ບຸນລືໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ