
ກອງພັນໃຫຍ່ 497 ປະດັບຫຼຽນໄຊ ມອບໃບຍ້ອງຍໍ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ
ເວລາອອກຂ່າວ: 2020-09-23 08:25:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 315 | ຄວາມນິຍົມ:
ໃນວັນທີ 17 ກັນຍາ 2020 ກອງພັນໃຫຍ່ 497 ໄດ້ຈັດພິ ທີປະດັບຫຼຽນໄຊ ແລະ ມອບໃບ ຍ້ອງຍໍໃຫ້ນາຍ ແລະ ພົນທະ ຫານທີ່ມີຜົນງານດີເດັ່ນໃນການ ປະຕິບັດໜ້າທີ່ວຽກງານຢູ່ແຂວງ ໄຊສົມບູນໃນໄລຍະ 4 ປີ (2016-2020), ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພັນເອກ ຄຳວົງ ໄຊຍະລາດ ຫົວ ໜ້າກົມ 49, ກົມໃຫຍ່ເສນາທິ ການກອງທັບ, ມີບັນດາແຂກ ຈາກກົມກອງອ້ອມຂ້າງກະຊວງ, ຄະນະພັກ-ຄະນະບັນຊາຕະຫຼອດ ຮອດພະນັກງານ-ນັກຮົບທີ່ໄດ້ ຮັບການຍ້ອງຍໍເຂົ້າຮ່ວມ.
ສະຫາຍ ພັນໂທ ພອນໄຊ ບໍລະດົມ ຫົວໜ້າພະແນກການ ເມືອງກອງພັນໃຫຍ່ 497 ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງ ທັບ ວ່າດ້ວຍ ການປະດັບຫຼຽນ ໄຊພິລາດອາດຫານ ແລະ ມອບ ໃບຍ້ອງຍໍໃຫ້ນາຍ ແລະ ພົນທະ ຫານຢູ່ກອງພັນໃຫຍ່ 497 ທີ່ ມີຜົນງານດີເດັ່ນໃນການເຄື່ອນ ໄຫວປະຕິບັດໜ້າທີ່ຢູ່ເຂດທຸລະ ກັນດານແຂວງໄຊສົມບູນທີ່ສຳ ເລັດການມອບໝາຍ, ຜົນງານ ດັ່ງກ່າວເປັນການປະກອບສ່ວນ ອັນສຳຄັນເຂົ້າໃນວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາ ແລະ ພັດທະ ນາປະເທດຊາດ ໃນນີ້, ໄດ້ປະດັບ ຫຼຽນໄຊພິລາດອາດຫານ ຊັ້ນ II ໃຫ້ກົມກອງລວມໝູ່ຈຳນວນ 12 ໜ່ວຍ, ຫຼຽນໄຊພິລາດອາດຫານ ຊັ້ນ III ໃຫ້ກົມກອງລວມໝູ່ 1 ໜ່ວຍ, ຫຼຽນໄຊພິລາດອາດຫານ ຊັ້ນ III ໃຫ້ບຸກຄົນຈຳນວນ 346 ສະຫາຍ, ມອບໃບຍ້ອງຍໍກະຊວງ ປ້ອງກັນປະເທດໃຫ້ບຸກຄົນ ຈຳ ນວນ 111 ສະຫາຍ ແລະ ມອບ ໃບຍ້ອງຍໍກົມໃຫຍ່ການເມືອງ ກອງທັບໃຫ້ບຸກຄົນຈຳນວນ 49 ສະຫາຍຢ່າງສົມກຽດ.
ໃນໂອກາດນີ້, ສະຫາຍ ພັນເອກ ຄຳວົງ ໄຊຍະລາດ ໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາທຸກ ຂັ້ນເອົາໃຈໃສ່ວຽກງານສຶກສາ ອົບຮົມການເມືອງແນວຄິດໃຫ້ ເປັນປົກກະຕິ, ປະຕິບັດຫຼັກການ ລວມສູນປະຊາທິປະໄຕ ເຮັດວຽກ ງານເປັນໝູ່ຄະນະແບ່ງວຽກ ງານໃຫ້ບຸກຄົນຮັບຜິດຊອບຢ່າງ ຈະແຈ້ງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມ ຕົນເອງທາງດ້ານຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນ ທຳປະຕິວັດ, ເພື່ອຕອບສະໜອງ ໄດ້ກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນ ໄລຍະໃໝ່, ເອົາໃຈໃສ່ວຽກງານ ເພີ່ມພູນຜະລິດຜົນປູກຝັງ-ລ້ຽງ ສັດ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ວຽກ ງານພັກ-ລັດ ແລະ ການຈັດຕັ້ງ ມອບໝາຍໃຫ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ