ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບເຜີຍແຜ່ແຜນການອົບຮົມ-ຫັດແອບ
ເວລາອອກຂ່າວ: 2020-09-23 08:23:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:
ວັນທີ 17 ກັນຍາ 2020 ນີ້, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຈັດຕັ້ງເຜີຍແຜ່ແຜນການ ອົບຮົມ-ຫັດແອບການທະຫານ ການເມືອງ, ພະລາທິການ, ເຕັກນິກ, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນໂທ ດຣ ໂພສະເດັດ ເສນາມຸນຕີ ເລຂາ ຄະນະພັກຮາກຖານ, ຫົວໜ້າ ການທະຫານສະຖາບັນອະນາ ໄມກັນພະຍາດ ແລະ ສົ່ງເສີມ
ສຸຂະພາບກອງທັບ, ມີບັນດາ
ສະຫາຍຄະນະພັກ-ຄະນະບັນ
ຊາ, ພະນັກງານ-ນັກຮົບພາຍໃນ ກົມກອງເຂົ້າຮ່ວມ.
ສະຫາຍ ພັນຕີ ເດັດໃຈ
ພົມມະຫາໄຊ ຫົວໜ້າຂະແໜງ ຊາວໜຸ່ມ ພະແນກການເມືອງ, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ທັງເປັນຄະນະນັກວິຊາການ ນໍາພາອົບຮົມ-ຫັດເເອບ ຂັ້ນກົມ ກອງໄດ້ຂຶ້ນຜ່ານແຜນການ ອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ, ເຕັກນິກ ໂດຍໄດ້ຍົກໃຫ້ເຫັນເຖິງ ຈຸດປະສົງຄາດໝາຍ, ເນື້ອໃນ ແລະ ການກໍານົດເວລາອົບຮົມ, ວິທີການຈັດຕັ້ງປະຕິບັດຕົວຈິງ. ເຊິ່ງໃນນັ້ນ ພາກການທະຫານ ລວມມີ: ອົບຮົມ-ຫັດແອບລະບຽບ ກໍານົດເວລາ 10 ວັນ, ກີລາ 5 ວັນ, ສິລະປະຍຸດທະຫານຮາບ 5 ວັນ, ພາກການເມືອງມີ: ວຽກ ງານການເມືອງຮັບໃຊ້ສູ້ຮົບ ກໍານົດເວລາ 5 ວັນ, ວຽກງານ ພະລາທິການ-ເຕັກນິກຮັບໃຊ້ ສູ້ຮົບກໍານົດເວລາ 10 ວັນ ແລະ ໄດ້ຜ່ານຂໍ້ຕົກລົງຂອງ
ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງ ທັບ ວ່າດ້ວຍ ການອົບຮົມ-ຫັດ
ແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈໍາ
ປີ 2020 ອີກດ້ວຍ.
ທັງນີ້, ກໍເພື່ອຍົກລະດັບ ຄວາມຮູ້, ຄວາມສາມາດທາງ ດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ນາຍ ແລະ ພົນທະຫານໃນ ກົມກອງມີຄວາມຊໍານິຊໍານານ, ມີພິກໄຫວຄ່ອງແຄ້ວຮັບປະກັນ ກຽມພ້ອມສູ້ຮົບ ແລະ ສູ້ຮົບທຸກ ກໍລະນີ.
ໂດຍ: ອ້ອຍພັນ ແພງບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ