ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ເປີດງານຕະຫຼາດນັດເພື່ອການກຸສົນ
ເວລາອອກຂ່າວ: 2018-12-12 09:06:26 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 461 | ຄວາມນິຍົມ:
ໃນຕອນວັນທີ 8 ທັນວາ 2018 ສະມາຄົມນັກທຸລະກິດ ຫນຸ່ມແຫ່ງຊາດລາວ ໄດ້ຈັດ ງານເປີດງານຕະຫລາດນັດເພື່ອ ການກຸສົນ(YEAL Green Bazaar for Charity 2018) ຢູ່ທີ່ ຄະນະວິສະວະ ກຳສາດ (ຄວສ) ນະຄອນ ຫລວງວຽງຈັນ, ເປັນກຽດເຂົ້າ ຮ່ວມເປີດພິທີໂດຍ ທ່ານ ອາ ລຸນໄຊ ສຸນນະລາດ ເລຂາຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ມີທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານນາຍົກລັດຖະມົນຕີແຫ່ງ ສ ປປ ລາວ, ທ່ານ ປອ. ຄຳແສນ ສີສະວົງ ປະທານສະມາຄົມ ນັກ ທຸລະກິດໜຸ່ມແຫ່ງຊາດລາວ, ທ່ານນາງ ສົມສະໜຸກ ໄຊຊະນະ ວົງເພັດ ຄະນະບໍລິຫານງານປະ ທານສະພາບໍລິຫານສະມາຄົມ ນັກທຸລະກິດໜຸ່ມແຫ່ງຊາດລາວ, ບັນດາທູຕານຸທູດ, ບັນດານັກທຸ ລະກິດ, ນັກທ່ອງທ່ຽວ ແລະ ພາກ
ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ສົມສະໜຸກ ໄຊຊະ ນະວົງເພັດ ໄດ້ກ່າວວ່າ: ງານ ຕະຫລາດນັດເພື່ອການກຸສົນ YEAL Green Bazaar for Charity 2018 ແມ່ນຈັດຂຶ້ນ ເປັນປີທຳອິດ ໂດຍໃນຄັ້ງນີ້ ແມ່ນມີ 150 ກວ່າຮ້ານຄ້າເຂົ້າ ຮ່ວມວາງສະແດງສິນຄ້າ, ຈຸດ ປະສົງຂອງການຈັດງານໃນຄັ້ງ ນີ້ແມ່ນເພື່ອເປັນເວທີສະແດງ ຄວາມສາມາດຂອງໄວໜຸ່ມ, ພົບ ປະແລກປ່ຽນບົດຮຽນ, ຄວາມ ຮູ້ຄວາມສາມາດເຊິ່ງກັນ ແລະ ກັນ, ເປັນການສົ່ງເສີມ ແລະ ເປີດກວ້າງໃຫ້ແກ່ເຈົ້າຂອງທຸລະ ກິດຂະໜາດນ້ອຍ ແລະ ຂະໜາດ ກາງນຳໄດ້ສະເໜີທຸລະກິດຂອງ ຕົນອອກສູ່ສັງຄົມ, ເພື່ອເປັນ ກອງທຶນຊ່ວຍເຫລືອໄວໜຸ່ມທີ່ມີ ແນວຄວາມຄິດທີ່ດີໃນການເລີ່ມ ຕົ້ນທຸລະກິດ ແລະ ເປັນການຫາ ລາຍໄດ້ປະກອບສ່ວນສົມທົບທຶນເພື່ອຊ່ວຍສ້າງໂຮງຮຽນປະຖົມ ທີ່ ບ້ານ ຫ້ວຍປາ ເມືອງບົວລະ ພາ ແຂວງຄຳມ່ວນ ແລະ ໂຮງ ຫມໍ, ໂຮງຮຽນແຫ່ງອື່ນໆທີ່ຍັງ ຂາດອຸປະກອນຮັບໃຊ້.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ