ກອງພັນ 705 ເປີດຂະບວນການກິລາເພື່ອຂ່ຳນັບຮັບຕ້ອນວັນບຸນປະຫວັດສາດ ສຳຄັນຕ່າງໆ
ເວລາອອກຂ່າວ: 2020-08-05 10:03:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ: ![]()
ໃນທ້າຍເດືອນກໍລະກົດນີ້
ຢູ່ທີ່ເດີ່ນກີລາກອງພັນ 705 ທີ່ ຂຶ້ນກັບກອງພັນໃຫຍ່ 11 ໄດ້ ເປີດຂະບວນການກີລາເພື່ອຂໍ່າ ນັບຮັບຕ້ອນວັນບຸນປະຫວັດສາດ ສຳຄັນຕ່າງໆຂອງຊາດ, ຂອງ ພັກ, ຂອງກອງທັບ, ໂດຍການ ເປັນປະທານຂອງ ສະຫາຍ ພັນ ໂທ ຄຳສຸກ ອິນທະພອນ ຄະນະ ພັກ ຫົວໜ້າພະແນກເສນາທິ ການ ກອງພັນໃຫຍ່ 11 ມີຄະນະ ພັກ-ຄະນະບັນຊາຕ່າງໆໜ້າຈາກ ກົມກອງຕະຫຼອດຮອດພະນັກ ງານ-ນັກກີລາເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳແພງ ມີລາວັນ ຄະນະ ພັກຮາກຖານ ຫົວໜ້າການເມືອງກອງພັນ 705 ໄດ້ຂຶ້ນຜ່ານແຜນການ ໂດຍອີງຕາມຄຳສັ່ງແນະນຳ ຂອງກອງພັນໃຫຍ່ 11 ວ່າ ດ້ວຍ ການກະກຽມຈັດຕັ້ງສະ ເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງ ກອງທັບ ໂດຍສະເພາະວັນສ້າງ ຕັ້ງກອງພັນໃຫຍ່ 11 ຄົບຮອບ 45 ປີໃຫ້ມີເນື້ອໃນບັນຍາກາດ ຟົດຟື້ນ, ອີງຕາມການຕົກລົງ ເຫັນດີເປັນເອກະພາບຂອງຄະ ນະພັກ-ຄະນະບັນຊາກອງພັນ ຕົກລົງກະກຽມຂະບວນການ ສ້າງຜົນງານເພື່ອຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງພັນໃຫຍ່ 11 ໃຫ້ມີບັນຍາກາດຄຶກຄື້ນ ມ່ວນຊື່ນ. ເພື່ອເປັນການສ້າງຂະ ບວນການສ້າງຄວາມສາມັກຄີ ລະຫວ່າງພະນັກງານ-ນັກຮົບ ໄປຄຽງຄູ່ ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ພ້ອມກັນປະຕິບັດໜ້າທີ່ວຽກ ງານຂອງກົມກອງ ກໍຄືຂັ້ນເທິງ ວາງອອກໃຫ້ປະກົດຜົນເປັນ ຈິງ. ເຊິ່ງກີລາທີ່ນຳມາແຂ່ງຂັນ ໃນຄັ້ງນີ້ມີຄື: ແລ່ນກະເປົາ, ກີ ລາເປຕັງ, ກີລາບານສົ່ງ ແລະ ກີລາກະຕໍ້.
ໂດຍ ອິນກອງ ສຸກໄຊຍະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















