ປິດຊຸດອົບຮົມບຳລຸງນັກຂ່າວໄລຍະສັ້ນ ໃຫ້ບັນດາຕານ່າງຂ່າວປະຈຳປີ 2020
ເວລາອອກຂ່າວ: 2020-08-05 10:02:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 297 | ຄວາມນິຍົມ: ![]()
ວັນທີ 4 ສິງຫາ 2020 ນີ້, ກອງບັນນາທິການ ໜັງສືພິມ ກອງທັບໄດ້ປິດຊຸດອົບຮົມບຳ ລຸງນັກຂ່າວໄລຍະສັ້ນໃຫ້ບັນດາ ຕານ່າງຂ່າວປະຈຳປີ 2020, ໂດຍການເປັນປະ ທານຂອງ ສະ ຫາຍ ພັນເອກ ຄຳສາວ ແກ້ວ ວິເສດ ຫົວໜ້າບັນນາທິການ ໜັງສືພິມກອງທັບ, ມີຄະນະ ຮັບຜິດຊອບ, ຄູ-ອາຈານຕະ ຫຼອດຮອດນັກເຝິກອົບຮົມເຂົ້າ ຮ່ວມ.
ອີງຕາມທິດຊີ້ນຳຂອງຄະນະ ພັກກະຊວງປ້ອງກັນປະເທດ ກ່ຽວກັບການປັບປຸງ ແລະ ເພິ່ມ ທະວີການເຄື່ອນໄຫວວຽກງານ ສື່ມວນຊົນໃນກອງທັບໃຫ້ແຂງ ແຮງ ແລະ ມີຄຸນນະພາບ, ຕາມ ແຜນການກໍ່ສ້າງບຳລຸງຍົກລະ ດັບໃຫ້ນັກຂ່າວທີ່ປະຈຳຢູ່ບັນ ດາກົມກອງທະຫານແຂວງ ແລະ ກອງພັນໃຫຍ່ທີ່ມີຄວາມ ຈໍາເປັນປະຈຳປີ 2020. ການ
ເຝິກອົບຮົມຄັ້ງນີ້ໄດ້ເລີ່ມຕົ້ນ ນັບແຕ່ວັນທີ 31 ມິຖຸນາ 2020-4 ສິງຫາ 2020 ມີນັກ ຂ່າວເຂົ້າຮ່ວມເຝິກອົບຮົມຈໍາ ນວນ 6 ສະຫາຍ ໃນນີ້, ມາຈາກ ກອງບັນຊາການທະຫານແຂວງ ເຊກອງຈຳນວນ 2 ສະ ຫາຍ, ກອງພັນໃຫຍ່ 279 ຈຳ ນວນ 3 ສະຫາຍ ແລະ ສູນເຝິກ ລົດຕັງ-ຍານເກາະ 1 ສະຫາຍ. ຜ່ານການກວດກາບັນດາບົດ ຂ່າວ ແລະ ຖ່າຍຮູບຂອງແຕ່ ລະສະຫາຍ ສາມາດຕີລາຄາໄດ້ ວ່າ: ບັນດາສະຫາຍນັກເຝິກອົບ ຮົມສ່ວນຫຼາຍແມ່ນມີຄວາມຮັບຮູ້ ກຳແໜ້ນບົດຮຽນແຕ່ລະພາກ, ແຕ່ລະວິຊາໄດ້ດີ, ການຂຽນຕົວ ຈິງມີການປັບປຸງພັດທະນາດີ ຂຶ້ນ, ມີຫຼາຍບົດຂ່າວ ແລະ ຮູບ ຖ່າຍຂອງຫຼາຍສະຫາຍສາມາດ ລົງພິມໃນໜ້າໜັງສືພິມໄດ້ສະ ເລ່ຍຜົນໄດ້ຮັບຕາມລະດັບ ຄາດໝາຍຂອງແຜນການ. ພ້ອມນັ້ນ, ໄດ້ມອບໃບຢັ້ງຢືນ ຈົບການເຝິກອົບຮົມນັກຂ່າວ ໄລຍະສັ້ນໃຫ້ແຕ່ລະສະຫາຍ ເຊິ່ງໃຫ້ກຽດມອບໂດຍ ສະຫາຍ ພັນເອກ ຄຳສາວ ແກ້ວວິເສດ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















