ກອງພັນໃຫຍ່ 279 ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ພະນັກງານ-ນັກຮົບ
ເວລາອອກຂ່າວ: 2020-08-04 09:46:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 323 | ຄວາມນິຍົມ: ![]()
ໃນວັນທີ 31 ກໍລະກົດ 2020,
ກອງພັນໃຫຍ່ 279 ໄດ້ປະດັບ
ຫຼຽນໄຊ ແລະ ມອບໃບຍ້ອງ ຍໍໃຫ້ພະນັກງານ-ນັກຮົບທີ່ໄດ້ ເຂົ້າຮ່ວມການເຝິກຊ້ອມກູ້ໄພພິບັດເພື່ອຊ່ວຍເຫຼືອມະນຸດສະທໍາ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ບຸນຍັງ ແກ້ວ
ດາມສີ ເລຂາຄະນະພັກ, ຫົວໜ້າ ການເມືອງກອງພັນໃຫຍ່ 279, ມີພະແນກການ, ກອງພັນ, ກອງ
ຮ້ອຍເອກະລາດ ຕະຫຼອດຮອດ ພະນັກງານ-ນັກຮົບທີ່ໄດ້ຮັບ ການຍ້ອງຍໍເຂົ້າຮ່ວມ.
ສະຫາຍ ພັນໂທ ອົນມະນີ ວິວັນທອງ ຮອງຫົວໜ້າພະແນກການເມືອງກອງພັນໃຫຍ່ 279 ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການຍ້ອງຍໍສັນລະເສີນຜົນງານໃຫ້ແກ່ນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມຫັດແອບເຝິກຊ້ອມ ກູ້ໄພພິບັດເພື່ອຊ່ວຍເຫຼືອມະນຸດ ສະທໍາດ້ານການແພດ ແລະ ກິດ ຈະກໍາການບໍລິການດ້ານການ ແພດ ປະຈໍາປີ 2019, ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ
ວ່າດ້ວຍ ການແຂ່ງຂັນ ແລະ ຍ້ອງ
ຍໍ, ອີງຕາມໜັງສືສະເໜີຂອງ ກົມໃຫຍ່ການເມືອງກອງທັບ ເພື່ອ
ຕອບສະໝອງຜົນງານຂອງຄະ
ນະຊີ້ນໍາ ແລະ ອະນຸກໍາມະການ, ນາຍ ແລະ ພົນທະຫານທີ່ມີຜົນ ງານດີເດັ່ນໃນການເຂົ້າຮ່ວມ ຫັດແອບເຝິກຊ້ອມກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາ ດ້ານການແພດ ແລະ ກິດຈະ ກໍາການບໍລິການການແພດ ປະ
ຈໍາປີ 2019, ດ້ວຍຄວາມຮັບ ຜິດຊອບສູງ ແລະ ມີຜົນສໍາເລັດ ຕາມແຜນການເຊິ່ງເປັນການ ປະກອບສ່ວນອັນສໍາຄັນເຂົ້າ ໃນການປົກປັກຮັກສາ ແລະ ສ້າງ ສາປະເທດຊາດ, ດັ່ງນັ້ນ, ກະ ຊວງປ້ອງກັນປະເທດຕົກລົງ, ປະດັບຫຼຽນໄຊພິລາດອາດຫານ ຊັ້ນ III ຈໍານວນ 96 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນ ປະເທດ ຈໍານວນ 299 ສະຫາຍ.
ໂດຍ: ນ໋ອດ ແສນຈົງຮັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















