ເປີດໂຕ ລົດເອັສຍູວີ ນິສສັນ ອິນິວ ຂະໜາດ 7 ບ່ອນນັ່ງ
ເວລາອອກຂ່າວ: 2018-12-12 09:03:11 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 433 | ຄວາມນິຍົມ:
ຕອນແລງວັນທີ 7 ທັນວາ 2018, ບໍລິສັດ ຕັນຈົງ ມໍເຕີ ລາວ ແລະ ກຳປູເຈຍ ຈຳກັດຜູ້ ດຽວ ( TCML) ເປັນບໍລິສັດໃນເຄືອ ຂ່າຍຂອງບໍລິສັດ ຕັນຈົງ ມໍເຕີ ໂຮນດີງ ເບີຫາດ( ມາເລເຊຍ) ແລະ ຜູ້ຈຳໜ່າຍພຽງຜູ້ດຽວຢ່າງ ເປັນທາງການ ລົດຍີ່ຫໍ້ ນິສສັນ ໄດ້ເປີດໂຕລົດ ເອັສ ຍູວີ ນິສສັນ ອໍນີວ ເທີລ້າ ສູ່ມະຫາຊົນຊາວນະ ຄອນຫຼວງວຽງຈັນ ຢູ່ທີ່ວຽງຈັນ ເວີເທດ ເຊັນເຕີ.
ທ່ານ ທັນ ໄຕ ຫີງ ປະທານ ຝ່າຍປະຕິບັດການບໍລິສັດ ຕັນ ຈົງ ມໍເຕີ ລາວ ແລະ ກຳປູເຈຍ
ຈຳກັດຜູ້ດຽວໄດ້ກ່າວວ່າ: ການ
ອອກແບບລົດ ນິສສັນ ອໍນີວ ເທີລ້າ ແມ່ນອີງໃສ່ຄວາມຕ້ອງ ການໃນການຂັບຂີ່ຂອງລູກຄ້າ. ເນື່ອງຈາກປັດຈຸບັນນີ້ ລູກຄ້າມີ ຄວາມຄາດຫວັງ ແລະ ຕ້ອງ ການຫຼາຍໃນການນຳໃຊ້ຍານ ພະຫະນະ, ນິສສັນ ຈຳຕ້ອງສ້າງ ຍານພາຫະນະທີ່ຈະສາມາດ ກາຍເປັນສ່ວນໜຶ່ງໃນການດຳ ລົງຊີວິດຂອງລູກຄ້າ. ນິສສັນ ອໍນີວ ເທິລ້າ ມີການອອກແບບທີ່ ໄວ້ວາງໃຈ, ມີຄຸນປະໂຫຍດທີ່ ສາມາດຕອບສະໜອງຕາມ ຄວາມອະເນັກປະສົງຕ່າງໆ ຂອງການນຳໃຊ້ໃນຊີວິດປະຈຳ ວັນ.
ນິສສັນ ອໍນີວ ເທີລ້າ ເປັນລົດ ທີ່ນຳເຂົ້າຈາກປະເທດໄທ ເຊິ່ງ ປະກອບດ້ວຍປະສິດທິພາບຂອງ ເຄື່ອງຈັກຊັ້ນເລີດ ພ້ອມທັງມີ ຄວາມສະດວກ ສະບາຍ, ກວ້າງ ຂວາງ ແລະ ເຕັກໂນໂລຊີຂັບ ເຄື່ອນທີ່ລໍ້າໜ້າ ເຮັດໃຫ້ລູກຄ້າ ເດີນທາງດ້ວຍຄວາມໝັ້ນໃຈ, ມີ ອຸປະກອນຄວາມປອດໄພມາດ ຕະຖານ, ມີລະບົບເບຣກກັນລໍ້ ຣ໋ອກ ABS. ລະບົບກະຈາຍ ແຮງ-ເບຣກໄຟຟ້າ ( EBD ) ແລະ ລະບົບຊ່ວຍເບຣກ (BA), ລະບົບຄວາມຄຸມການຊົງໂຕອັດ ຕະໂນມັດ ( VDC ), ລະບົບ ຣ໋ອກປ້ອງກັນຄວາມປອດໄພ ແລະ ການປະກອບສ້າງຂອງໂຄງ ລົດເພື່ອຮັບແຮງກະທົບດ້ານໜ້າ ພ້ອມໂຄງສ້າງຫ້ອງຜູ້ໂດຍສານ ທີ່ແຂງແກ່ນສູງ ຫຼຸດຜ່ອນການ ຊົນປະທະ, ເປັນລົດທີ່ມີຄວາມ ເໝາະສົມທີ່ສຸດຢູ່ໃນພາກພື້ນຄື: ຖານລໍ້ຈາກໜ້າດິນຫາໂຕລົດ ສູງລະດັບ 225 ມມ, ຫຼຸດຜ່ອນ ຄວາມສ່ຽງໃນການເກີດຜົນເສຍ ຫາຍຈາກເສັ້ນທາງ ວິບາກ, ຂຸມ ຕ່າງໆ ຈາກການຂັບຂີ່ໃນເຂດ ທີ່ມີນໍ້າຖ້ວມ ແລະ ສາມາດເຮັດ
ໃຫ້ລູກຄ້າປ່ຽນຈາກການນຳໃຊ້ ໃນຊີວິດປະຈຳວັນແບບທຳມະ
ດາເປັນແບບປະຈົນໄພທີ່ມີ ຄວາມສະດວກ ສະບາຍສາມາດ “ໄປໄດ້ທຸກທີ່“.
ລູກຄ້າຜູ້ທີ່ສົນໃຈ ສາມາດ ເລືອກໄດ້ຫລາຍສີ: ສີນໍ້າຕານດິນ ສີເທົາລູນາ ເມທາລິກ, ສີຄຳແຟ ເມທາລິກໂກ, ສີແດງ ຟີຣິເຣັດ, ສີດຳ ກະເລັກຊີ, ສີຟ້າເຂັ້ມ, ສີເງິນ
ບີວລ້ຽນຊິວເວີ ແລະ ສີຂາວມຸກ
ແອັສ ເປັນຢູ່ທີ່ຫ້ອງວາງສະແດງ
ລົດນິສສັນ. ສຳລັບຂໍ້ມູນເພີ່ມ ເຕີມກ່ຽວກັບລົດນິສສັນລຸ້ນ ຕ່າງໆໃນປະເທດລາວ, ກະລຸນາ
ເຂົ້າເບິ່ງເວັບໄຊຂອງນິສສັນ ລາວ WWW.nissan-lao.la ຫລືຕິດຕາມໄດ້ທີ່ fb.com/Nissan Lao.
ໂດຍ: ບຸນທະວີ ອິນທະມິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ