ກອງພັນໃຫຍ່ 302ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ
ເວລາອອກຂ່າວ: 2020-08-04 09:36:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 291 | ຄວາມນິຍົມ: ![]()
ທ້າຍເດືອນ ກໍລະກົດ ຜ່ານມາ
ນີ້, ກອງພັນໃຫຍ່ 302 ທີ່ຂຶ້ນກັບ
ກອງພົນທີ 3 ໄດ້ສະຫຼຸບຖອດຖອນ ບົດຮຽນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະ
ຈຳປີ 2019 ແລະ ວາງທິດທາງ ແຜນການປະຈຳປີ 2020, ໂດຍ ການເປັນປະທານຂອງສະຫາຍ ພັນໂທ ສາຍທອງ ປິຊາຈັນ ກຳ
ມະການຄະນະພັກກອງພົນ ເລຂາ
ຄະນະພັກ ຫົວໜ້າການເມືອງ, ກອງພັນໃຫຍ່ 302, ມີບັນດາ ຄະນະພັກກອງພັນໃຫຍ່, 5 ພະ ແນກການ, 2 ກອງພັນນ້ອຍ ພ້ອມ
ດ້ວຍເລຂາ-ຮອງເລຂາໜ່ວຍ
ພັກຕະຫຼອດຮອດສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈອມໃຈ ໄຊ ພະວົງ ຄະນະພັກກອງພັນໃຫຍ່
ປະທານກວດກາພັກ ຫົວໜ້າພະ
ແນກການເມືອງ ກອງພັນໃຫຍ່ 302 ໄດ້ສະຫຼຸບຕີລາຄາຄືນການ
ຈັດຕັ້ງປະຕິບັດວຽກງານການກໍ່
ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ
ໜັກແໜ້ນ ໃນໄລຍະຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26
ແຜນງານ ທີ່ຄະນະພັກກະຊວງ ວາງອອກ, ໃນນີ້, ຄະນະພັກ-ຄະ
ນະບັນຊາແຕ່ລະຂັ້ນ-ແຕ່ລະກົມ ກອງໄດ້ເອົາໃຈໃສ່ສຶກສາອົບຮົມ
ການເມືອງນຳພາ-ແນວຄິດ
ໃຫ້ພະນັກງານ-ສະມາຊິກພັກ,
ນັກຮົບເປັນກົກ ເຮັດໃຫ້ພະນັກ ງານ-ສະມາຊິກພັກ ມີແນວຄິດ ຫຼັກໝັ້ນສິນທຳປະຕິວັດ, ມີຄຸນ ທາດການເມືອງໜັກແໜ້ນເຂົ້າໃຈ ແຈ້ງຕໍ່ແນວທາງນະໂຍບາຍຂອງ
ພັກ-ລັດ, ຂໍ້ກຳນົດກົດລະບຽບວິ ໄນຂອງກອງທັບ, ເຂົ້າໃຈຕໍ່ພາ ລະບົດບາດສິດໜ້າທີ່ຂອງຕົນ,ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ, ຕໍ່ປະຊາຊົນ, ມີສະຕິລະ
ວັງຕົວສູງຕໍ່ການຈັດຕັ້ງ, ຮູ້ຈຳ ແນກມິດ, ສັດຕູໄດ້ຢ່າງຈະແຈ້ງ, ຫ້າວຫັນປະຕິບັດໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງ, ມີຄວາມ ເປັນເອກະພາບຕໍ່ແນວທາງປ່ຽນ ແປງໃໝ່ຂອງພັກ, ເປັນເຈົ້າການ ໃນການປົກປ້ອງແນວທາງ, ອຸ ດົມການຂອງພັກ, ມີສະຕິ ແລະ ຕອບຕ້ານທຸກປະກົດການຫຍໍ້ທໍ້ ຕ່າງໆທີ່ອາດຈະເກີດຂຶ້ນພາຍໃນ ພັກ,ຈັດຕັ້ງກວດກາ ແລະ ຊຸກຍູ້ ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດຫຼັກການລວມສູນ ປະຊາທິປະໄຕ, ນຳພາເປັນໝູ່ຄະ ນະ, ມີຄວາມສາມັກຄີເປັນເອກະ ພາບພາຍໃນພັກ, ດຳເນີນຊີວິດ ການເມືອງເປັນປະຈຳ, ປະຕິບັດ ການສ່ອງແສງລາຍງານໃຫ້ຄະ ນະພັກເປັນປົກກະຕິ ແລະ ກວດ ກາການຈັດຕັ້ງປະຕິບັດກົດລະ ບຽບຂອງພັກຢ່າງເຂັ້ມງວດ, ເຂົ້າ ຮ່ວມຊີວິດການເມືອງ, ເສຍເງິນ ສະຕິພັກເປັນປົກກະຕິ, ປັບປຸງກໍ່
ສ້າງພັກ, ຂະຫຍາຍພັກຖືກຕ້ອງ ຕາມລະບຽບຫຼັກການຂອງພັກ
ແລະ ຮັບປະກັນທາງດ້ານຄຸນ ນະພາບ. ຍົກສູງບົດບາດການ ນຳພາຂອງພັກ, ເປັນແບບຢ່າງທີ່
ດີຕໍ່ມະຫາຊົນ ໃນການປະຕິບັດໜ້າ ທີ່ໃນທຸກຂົງເຂດວຽກງານໃຫ້ສຳເລັດທີ່ຂັ້ນເທິງມອບໝາຍໃຫ້.
ກອງປະຊຸມຍັງໄດ້ຜັດປ່ຽນກັນ ຂຶ້ນປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ສົກປີ 2019-2020 ເພື່ອເປັນເອກະສັນ ແລະ ເປັນແຜນວຽກອັນລະອຽດ ເພື່ອພ້ອມກັນຈັດຕັ້ງປະຕິບັດໃນ ຊຸມປີຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ. ຈາກນັ້ນ, ຍັງໄດ້ມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ
ແໜ້ນ ປະເພດ I ແລະ ປະເພດ II ຈຳນວນ 12 ໜ່ວຍພັກ ແລະ
ມອບໃບຢັ້ງຢືນກົມກອງ 3 ປອດ ປອດໃສ, ປອດໄພ, ປອດຄະດີ ປະເພດ I ແລະ ປະເພດ II ຈຳ ນວນ 12 ກົມກອງຕື່ມອີກ.ໂອ
ກາດດັ່ງກ່າວບັນດາໜ່ວຍພັກກົມ ກອງ ໄດ້ຈັບມືແຂ່ງຂັນກັບຄະນະ ພັກຂັ້ນເທິງ ເພື່ອຮັບເອົາເນື້ອ ໃນຂໍ້ແຂ່ງຂັນການສ້າງກົມກອງ 3 ປອດ, ປອດໃສ, ປອດໄພ, ປອດ
ຄະດີ ແລະ ໜ່ວຍພັກ ປອດໃສ ເຂັ້ມ
ແຂງ ໜັກແໜ້ນ ໃນຊຸມປີຕໍ່ໜ້າ.
ໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















