ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ໜ່ວຍພັກຫ້ອງການເມືອງ ກສນ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2020-08-02 12:15:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 299 | ຄວາມນິຍົມ:



ໃນວັນທີ 27 ກໍລະກົດ 2020 ນີ້, ໜ່ວຍພັກຫ້ອງການເມືອງ ກົມໃຫຍ່ເສນາ ທິການກອງທັບ ( ກສນ ) ສະຫຼຸບການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020, ໂດຍ ການເປັນ ປະທານຂອງສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ກຳມະການ ຄະນະພັກກົມໃຫຍ່, ຫົວໜ້າຫ້ອງ ການເມືອງ ( ກສນ ), ມີຄະນະ ຫ້ອງ, ພະແນກ ການ, ພະນັກ ງານ, ສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນໂທ ໄຊພອນ ສອນມະນີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງການເມືອງ ( ກສນ ) ໄດ້ຂຶ້ນຜ່ານບົດສະຫຼຸບ ໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງ ໜ້າ ແລະ ຂໍ້ຄົງຄ້າງທີ່ຈະໄດ້ ພ້ອມກັນສູ້ຊົນແກ້ໄຂ ເຊິ່ງໄລ ຍະ ຜ່ານມາຄະນະໜ່ວຍພັກໄດ້ນຳ ເອົາແນວທາງ ແຜນການນະໂຍ ບາຍ, ມະຕິຄຳສັ່ງ, ຂໍ້ກຳນົດກົດ ລະບຽບ ຂອງພັກ, ກົດໝາຍຂອງ ລັດ, ລະບຽບວິໄນຂອງກອງທັບ, ມູນເຊື້ອຕ່າງໆ ມາຈັດຕັ້ງເຊື່ອມ ຊຶມໃຫ້ສະມາຊິກພັກໄດ້ຮັບຮູ້ເຂົ້າ ໃຈຢ່າງເລິກເຊິ່ງ, ເຮັດໃຫ້ເຂົາ ເຈົ້າມີທັດສະນະຫຼັກໝັ້ນຊົນຊັ້ນ, ຈຳແນກໄດ້ມິດ-ສັດຕູຢ່າງຈະ ແຈ້ງ, ຮູ້ໄດ້ອັນຜິດ-ອັນຖືກ, ມີ ຄວາມຈົງຮັກພັກດີຕໍ່ປະເທດຊາດ ຕໍ່ພັກ, ຕໍ່ປະຊາຊົນ, ຫ້າວຫັນປະ ຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ນອກນັ້ນຍັງໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນຳພາແນວ ຄິດໃຫ້ຖັນແຖວພະນັກງານ-ສະ ມາຊິກພັກ ໂດຍຖືເອົາ 5 ຫຼັການ 3 ທິດນຳຂອງພັກ ເປັນໄມ້ຫຼາວັດ ແທກຄຸນທາດການເມືອງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການ ເມືອງຂອງຕົນ ທີ່ການຈັດຕັ້ງຂັ້ນ ເທິງມອບໝາຍໃຫ້, ໄດ້ຊີ້ນຳ-ນຳ ພາປັບປຸງກໍ່ສ້າງພັກ, ສ້າງພະນັກ ງານບັນດາຂະແໜງການປ້ອງ ກັນ, ກວດການະໂຍບາຍ, ປະກັນ ສັງຄົມ ແລະ ອົງການຈັດຕັ້ງມະ ຫາຊົນພາຍໃນຫ້ອງ, ອົງການ- ກົມກອງໃຫ້ເຄື່ອນໄຫວຕາມພາ ລະບົດບາດ, ໜ້າທີ່ການເມືອງ ຂອງຕົນ, ຍູ້ແຮງການສ້າງ ໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຄົ້ນຄວ້ານຳສະເໜີຄະນະພັກຂັ້ນ ເທິງ, ຂະຫຍາຍມະຫາຊົນກ້າວ ໜ້າເຂົ້າພັກ 372 ສະຫາຍ, ເລື່ອນ ສະມາຊິກພັກສຳຮອງຂຶ້ນສົມ ບູນໄດ້ 196 ສະຫາຍ, ຮຽນສະ ໜັບສະໜູນມະຫາຊົນກ້າວໜ້າ ເຂົ້າພັກໄດ້ 456 ສະຫາຍ, ນອກ ນັ້ນ, ກອງປະຊຸມໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງອະນຸກຳມະ ການກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ