ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 25 ມັງກອນ 2025

  

ຄາດຄະເນການເປີດປີທ່ອງທ່ຽວລາວ-ຈີນ 2019 ຈະມີ່ນັທ່ອງທ່ຽວຈີນເຂົ້າມາທ່ຽວລາວບໍ່ຫຼຸດ 1 ລ້ານເທື່ອຄົນ
ເວລາອອກຂ່າວ: 2018-12-11 10:12:14 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 388 | ຄວາມນິຍົມ:



ທ່ານ ສາດສະດາຈານ ປອ ບໍ່ ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາ ແຫ່ງຊາດ ຊຸດທີ VIII ໃນວັນທີ 27 ພະຈິກ 2018 ພາຍໃຕ້ການ ເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາ ແຫ່ງຊາດ ບາງຕອນກ່າວວ່າ: ໃນການເປີດປີທ່ອງທ່ຽວ ລາວ 2018 ນີ້ ຈຳນວນນັກ ທ່ອງທ່ຽວທີ່ເຂົ້າມາທ່ຽວລາວ ອາດຈະບັນລຸພຽງ 4 ລ້ານກວ່າ ເທື່ອຄົນ ເຊິ່ງຕ່ໍາກວ່າເປົ້າໝາຍ ທີ່ຕັ້ງໄວ້ 5 ລ້ານເທື່ອຄົນ. ໃນ ທ່າມກາງທີ່ 6 ເດືອນຕົ້ນປີ ມີ ນັກທ່ອງທ່ຽວເຂົ້າມາລາວ 2,1 ລ້ານກວ່າເທື່ອຄົນ ແຕ່ຕໍ່ມາໄລ ຍະໜຶ່ງເກີດມີໄພພິບັດທາງທຳ ມະຊາດຢ່າງຮຸນແຮງຢູ່ຫຼາຍ ແຂວງທົ່ວປະເທດ ໄດ້ສົ່ງຜົນກະ ທົບຕໍ່ການທ່ອງທ່ຽວ, ມາຮອດ ເດືອນ ກັນຍາ ປີ 2018 ມີນັກ ທ່ອງທ່ຽວເຂົ້າມາລາວ 2,9 ລ້ານກວ່າເທື່ອຄົນ ແລະ ອີກ 3 ເດືອນທ້າຍ ປີ ຄາດວ່າຈະມີ ນັກທ່ອງທ່ຽວ ຈຳນວນເພີ່ມຂຶ້ນ ລວມໝົດປີ ຄາດວ່າຈະບໍ່ຕາໍ່ ກວ່າ 4 ລ້ານເທື່ອຄົນ. ສຳລັບ ສາເຫດເຮັດໃຫ້ຈຳ ນວນນັກທ່ອງທ່ຽວຫຼຸດລົງ ແລະ ບໍ່ບັນລຸຕາມແຜນການນັ້ນ, ມາ ຈາກສາເຫດທັງນອກຕົວ ແລະ ໃນຕົວ, ໂດຍສະເພາະແມ່ນ ເກີດມີໄພພິບັດທາງທຳມະຊາດທີ່ ຮ້າຍແຮງ, ບັນດາຂອດອຳນວຍ ຄວາມສະດວກໃນການພັດທະ ນາການທ່ອງທ່ຽວຍັງບໍ່ທັນແກ້ ໄຂໄດ້ດີເທົ່າທີ່ຄວນ, ການພັດທະ ນາພື້ນຖານໂຄງລ່າງຖະໜົນຫົນ ທາງໄປສູ່ແຫຼ່ງທ່ອງທ່ຽວ ຍັງມີ ລັກສະນະຊັກຊ້າຍ້ອນງົບປະ ມານບໍ່ພຽງພໍ, ການບໍລິການ ຂົນສົ່ງນັກທ່ອງທ່ຽວທາງອາ ກາດກໍມີຈຳນວນຈຳກັດ ເພາະບໍ່ ສາມາດຂະຫຍາຍສາຍການບິນ ຕາມຄວາມຮຽກຮ້ອງຕ້ອງ ການ, ການປັບປຸງແຫຼ່ງທ່ອງ ທ່ຽວຕ່າງໆ ຢູ່ບັນດາແຂວງຍັງ ຊັກຊ້າ ແລະ ການບໍລິການອໍາ ນວຍຄວາມສະດວກຢູ່ປະເທດ ເຮົາໃນການເຂົ້າ-ອອກເມືອງ ລວມທັງການອຳນວຍຄວາມ ສະດວກໄປທ່ຽວຈຸດຕ່າງໆ ເຫັນວ່າມີຄວາມຊັກຊ້າ ເຖິງວ່າ ໄລຍະຜ່ານມາຈະມີການປັບປຸງ ແລ້ວກໍຕາມ. ທ່ານ ລັດຖະມົນຕີ ຖວທ ຍັງກ່າວຕື່ມວ່າ: ໃນປີ 2019 ຈະເປີດປີທ່ອງທ່ຽວ ລາວ-ຈີນ ຄາດຄະເນວ່າຈະເຮັດໃຫ້ນັກ ທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ຈາກ 4 ແສນກວ່າເທື່ອຄົນ ໃນປີນີ້ ເພີ່ມຂຶ້ນບໍ່ຫລຸດ 1 ລ້ານ ເທື່ອຄົນ ເຊິ່ງຈະເຮັດໃຫ້ຈໍາ ນວນນັກທ່ອງທ່ຽວເຂົ້າມາທ່ອງ ທ່ຽວລາວທັງໝົດ ບໍ່ຕ່ຳກວ່າ 5 ລ້ານເທື່ອຄົນ ໂດຍ: ໂຊກໄຊ ໄຕແດງເມືອງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ