ການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ປີ 2017 ບັນລຸຫຼາຍກວ່າ 1,390 ລ້ານໂດລາສະຫະລັດ
ເວລາອອກຂ່າວ: 2018-12-07 10:25:15 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 389 | ຄວາມນິຍົມ:
ກົມການນໍາເຂົ້າ ແລະ ສົ່ງ ອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສໍາເລັດການສັງ ຮວມສະຖິຕິມູນຄ່າການສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ(ສິດທິພິເສດທາງການຄ້າ ແບບຕອບແທນກັນ ຫລື ພາຍໃຕ້ ຂອບສັນຍາການຄ້າເສລີ: FTA ແລະ ສິດທິພິເສດທາງການຄ້າ ແບບຝ່າຍດຽວ ຫລື ລະບົບສິດທິ ພິເສດແບບທົ່ວໄປ: GSP) ຂອງ ສປປ ລາວ ປະຈຳປີ 2017 ເຊິ່ງມີມູນຄ່າການສົ່ງ ອອກພາຍໃຕ້ສິດທິພິເສດທາງ ການຄ້າ ສູງເຖິງ 1.390 ລ້ານ ໂດລາສະຫະລັດ ກວມເອົາ 28,50% ຂອງມູນຄ່າການສົ່ງ ອອກທັງໝົດໃນປີ ທີ່ມີມູນຄ່າ 4.887 ລ້ານກວ່າໂດລາສະຫະ ລັດ.
ປະເທດສົ່ງອອກພາຍໃຕ້ສິດ ທິພິເສດທາງການຄ້າ ທັງໝົດມີ 37 ປະເທດ ຄື: ໄທ, ສສ ຫວຽດນາມ, ຍີ່ປຸ່ນ, ເຢຍລະມັນ, ສປ ຈີນ, ຊູແອັດ, ອັງກິດ, ປ໊ອກ ຕຸຍການ, ອີຕາລີ, ກຳປູເຈຍ, ໂປ ໂລຍ, ອິນເດຍ, ແບນຊິກ, ຝຣັ່ງ, ໂຮນລັງ, ມາເລເຊຍ, ຟີລິບປິນ, ອຽກລັງ, ໂອຕຣິສ, ສ ເກົາຫຼີ, ແອັດສະປາຍ, ຕວັກກີ, ສ ອາ ເມຣິກາ, ອົສຕຣາລີ, ອິນໂດ ເນເຊຍ, ເກຼັກ, ເອັດສະໂຕນີ, ການາດາ, ມຽນມາ, ໂກຣເອ ເຊຍ, ຣັດເຊຍ, ສະໂລເວນີ, ສິງ ກະໂປ, ນ໊ອກແວ, ສະວິດເຊີ ແລນ, ດານມາກ ແລະ ນິວຊີ ແລນ. ໃນນັ້ນ, ປະເທດທີ່ ສປປ ລາວ ມີການສົ່ງອອກໄປຫຼາຍ ກວ່າໝູ່ແມ່ນ ໄທ, ສສ ຫວຽດ ນາມ ແລະ ຍີ່ປຸ່ນ ເຊິ່ງມີມູນຄ່າ ການສົ່ງອອກສູງເຖິງ 567,9 ລ້ານໂດລາ; 270,5 ລ້ານໂດລາ ແລະ 108,2 ລ້ານໂດລາ ຕາມ ລຳດັບ ແລະ ສິນຄ້າທີ່ມີການສົ່ງ ອອກຫລາຍກວ່າໝູ່ສາມອັນດັບ ຕົ້ນແມ່ນສິນຄ້າທີ່ນອນໃນກຸ່ມ ອຸດສາຫະກໍາ ມີມູນຄ່າການສົ່ງ ອອກຫລາຍສຸດສູງເຖິງ 660,6 ລ້ານໂດລາ, ຮອງລົງມາແມ່ນ ສິນຄ້າໃນກຸ່ມພືດກະສິກໍາມູນຄ່າ 485 ລ້ານໂດລາ ແລະ ຜະລິດ ຕະພັນແຮ່ທາດ ມູນຄ່າ 154 ລ້ານກວ່າໂດລາ.
ໃນປີ 2017 ການສົ່ງອອກ ພາຍໃຕ້ FTA ມີມູນຄ່າສູງ ກວ່າພາຍໃຕ້ GSP ເຖິງ 992,4 ລ້ານໂດລາ ຫລື ກວມ 60% ຂອງມູນຄ່າການສົ່ງອອກ ທັງໝົດພາຍໃຕ້ສິດທິພິເສດທາງ ການຄ້າ. ແບບຟອມທີ່ມີການນຳ ໃຊ້ຫລາຍກວ່າໝູ່ພາຍໃຕ້ FTA ແມ່ນຟອມ D ມີມູນຄ່າ 701,4 ລ້ານໂດລາ, ຮອງລົງມາແມ່ນ ຟອມ S ມີມູນຄ່າ 150,6 ລ້ານ ໂດລາ ແລະ ຟອມ E ມູນຄ່າ 74,8 ລ້ານໂດລາ. ສໍາລັບການ ສົ່ງອອກພາຍໃຕ້ GSP ມີມູນຄ່າ 398,2 ໂດລາ, ແບບຟອມທີ່ນຳ ໃຊ້ຫຼາຍກວ່າໝູ່ແມ່ນ ຟອມ AT ສໍາລັບຜະລິດຕະພັນເຄື່ອງນຸ່ງ ຫົ່ມໄປສະຫະພາບເອີຣົບມີມູນ ຄ່າ 240 ລ້ານໂດລາສະຫະລັດ, ຮອງລົງມາແມ່ນຟອມ A ສໍາລັບ ຜະລິດຕະພັນທົ່ວໄປ ມີມູນຄ່າ 154,8 ລ້ານໂດລາ ແລະ ຟອມ CO-Korea 3,40 ລ້ານໂດ ລາ.
ສະຖິຕິການສົ່ງອອກທີ່ສັງ ຮວມນີ້ ອາດຈະບໍ່ສະທ້ອນເຖິງ ການນຳໃຊ້ສິດທິພິເສດທາງ ການຄ້າຕົວຈິງ ເນື່ອງຈາກວ່າ ເປັນພຽງແຕ່ຕົວເລກທີ່ເຈົ້າໜ້າທີ່ອອກແບບຟອມເປັນຜູ້ເກັບກຳໂດຍ ບໍ່ໄດ້ສົມທຽບກັບມູນຄ່າການນຳ ເຂົ້າຕົວຈິງຂອງປະເທດປາຍ ທາງ, ເປັນທີ່ສັງເກດເຫັນວ່າ ການສົ່ງອອກໃນຂອບ FTA ສ່ວນໃຫຍ່ແມ່ນສິນຄ້າກະສິກຳ ແລະ ເຄື່ອງປ່າຂອງດົງທີ່ສົ່ງ ອອກພາຍໃຕ້ກົດສິນຄ້າທີ່ຜະລິດ ຂຶ້ນໂດຍນຳໃຊ້ວັດຖຸດິບພາຍໃນ ປະເທດທັງໝົດ ນັ້ນໝາຍຄວາມ ວ່າຜູ້ປະກອບການຂອງ ສປປ ລາວ ຍັງບໍ່ທັນສາມາດປະກອບ ສ່ວນເຂົ້າໃນຕ່ອງໂສ້ການຜະລິດໃນພາກພື້ນດີເທົ່າທີ່ຄວນ.
ໂດຍ: ໂຊກໄຊ ໄຕແດງເມືອງຄໍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ