ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ເມືອງຈຳພອນມອບໃບຢັ້ງຢືນບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ, ປ້ອງກັນຄວາມສະຫງົບດີ ແລະ ປອດຄະດີ ປະຈຳປີ 2018
ເວລາອອກຂ່າວ: 2018-12-07 10:19:46 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ:



ຫ້ອງວ່າການເມືອງຈຳພອນ ແຂວງສະຫວັນນະເຂດ.ໄດ້ຈັດພິ ທີປະກາດ ແລະ ມອບໃບຢັ້ງຢືນ ໃຫ້ບ້ານ ແລະ ຄອບຄົວປ້ອງກັນ ຊາດເຂັ້ມແຂງ, ປ້ອງກັນຄວາມ ສະຫງົບດີ ແລະ ປອດຄະດີປະ ຈຳປີ 2018 ຂຶ້ນ. ໃນວັນທີ 28 ພະຈິກ 2018 ນີ້. ໂດຍການເຂົ້າ ຮ່ວມຂອງ ພັນໂທ ວິລະວົງ ມະ ນີແສງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ສະຫວັນນະເຂດ, ທ່ານ ສຸທິຜິວ ສຸລິຍະມາດ ວ່າການເລຂາພັກ ເມືອງ, ເຈົ້າເມືອງ ເມືອງຈຳ ພອນ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ປກສ ແຂວງ, ກອງບັນຊາການ ທະຫານເມືອງ, ປກສ ເມືອງຈຳ ພອນ, ພະແນກການກ່ຽວຂ້ອງ, ຫ້ອງການອ້ອມຂ້າງຕະຫຼອດ ຮອດອຳນາດການປົກຄອງ 38 ບ້ານເຂົ້າຮ່ວມ. ໃນພິທີທ່ານ ບຸນເລີດ ຊາມົນ ຕີ, ເລຂາພັກບ້ານ-ນາຍບ້ານບຶກ ທົ່ງ ຕາງໜ້າ 38 ບ້ານ. ໄດ້ຂຶ້ນ ຜ່ານບົດສະຫຼຸບວຽກງານການ ເຄື່ອນໄຫວປະຕິບັດວຽກງານ ດ້ານຕ່າງໆ ຂອງບັນດາບ້ານ ພາຍໃນເມືອງ ໃຫ້ຮູ້ວ່າ: ປະຊາ ຊົນຂອບເຂດດັ່ງກ່າວສ່ວນຫຼາຍ ແມ່ນຖືອາຊີບເຮັດນາເປັນຫຼັກ ນອກນັ້ນ, ຍັງໄດ້ປູກຝັງ, ລ້ຽງ ສັດ ແລະ ຫັດຖະກຳເຄື່ອງປັ້ນ ດິນເຜົາເປັນສິນຄ້າສົ່ງອອກ ສາມາດສ້າງຮັບລາຍໃຫ້ແກ່ ຄົວຄອບດີຂຶ້ນເປັນກ້າວໆ. ຈາກ ນັ້ນກໍໄດ້ຜ່ານຂໍ້ຕົກລົງຂອງ ກອງບັນຊາການທະຫານແຂວງ ວ່າດ້ວຍການມອບໃບຢັ້ງຢືນ ບ້ານປ້ອງກັນຊາດເຂັ້ມແຂງຂັ້ນ ກອງບັນຊາການທະຫານ ແຂວງໃຫ້ 10 ບ້ານ ແລະ ຂໍ້ຕົກ ລົງຂອງທ່ານເຈົ້າເມືອງຈຳພອນ ວ່າດ້ວຍການມອບໃບຢັ້ງຢືນ ຄອບຄົວປ້ອງກັນຊາດເຂັ້ມແຂງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການມອບໃບຢັ້ງຢືນ ບ້ານ ແລະ ຄອບຄົວປ້ອງກັນ ຄວາມສະຫງົບດີ ແລະ ບ້ານປອດ ຢາເສບຕິດໃຫ້ 38 ບ້ານ ແລະ 1.799 ຄອບຄົວທີ່ຂຶ້ນກັບ ເມືອງຈຳພອນ ແຂວງສະຫວັນ ນະເຂດໃຫ້ກຽດຂຶ້ນມອບໃບ ຢັ້ງຢືນບ້ານປ້ອງກັນຊາດເຂັ້ມ ແຂງ ແລະ ຄອບຄົວປ້ອງກັນ ຊາດເຂັ້ມແຂງ ໂດຍ ພັນໂທ ວິລະວົງ ມະນີແສງ ຫົວໜ້າ ຫ້ອງການເມືອງກອງບັນຊາ ການທະຫານແຂວງມອບໃບ ຢັ້ງຢືນບ້ານ, ຄອບຄົວປ້ອງກັນ ຄວາມສະຫງົບດີ 23 ບ້ານ ແລະ ໃບຢັ້ງຢືນບ້ານປອດຢາເສບ ຕິດຈຳນວນ 10 ບ້ານຂຶ້ນມອບ ໂດຍ ທ່ານ ສຸທິຜິວ ສຸລິຍະມາດ ວ່າການເລຂາພັກເມືອງເຈົ້າ ເມືອງຈຳພອນ. ຂຶ້ນມອບຢ່າງ ສົມກຽດ. ໂດຍ: ບຸນສົມພາວັນ ພາບ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ