ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ການເຄື່ອນໄຫວລະນຶກວັນຊາດທີ 2 ທັນວາ ຄົບຮອບ 43 ປີ ຢູ່ແຫ່ງຕ່າງໆ
ເວລາອອກຂ່າວ: 2018-12-07 09:43:17 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1037 | ຄວາມນິຍົມ:



ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ, ອຳ ນາດການປົກຄອງແຂວງຕ່າງໆ ກໍໄດ້ຈັດຕັ້ງລະນຶກວັນປະຫວັດ ສາດສຳຄັນຕ່າງໆດັ່ງກ່າວຢ່າງ ມີເນື້ອໃນ ແລະ ຄວາມໝາຍອັນ ເລິກເຊິ່ງ. ໃນນັ້ນ, ຢູ່ແຂວງຊຽງຂວາງ, ໃນຕອນເຊົ້າວັນທີ 2 ທັນວາ 2018 ການນຳແຂວງຊຽງ ຂວາງ ເຊິ່ງນຳໂດຍທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ພ້ອມ ດ້ວຍການນຳ, ພະນັກງານຫຼັກ ແຫຼ່ງຂອງແຂວງ ໄດ້ເຂົ້າວາງ ກະຕ່າດອກໄມ້ຢູ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ອະນຸສາວະລີທ່ານ ພູມີ ວົງວິຈິດ, ອະນຸສາວະລີທ່ານ ຕູ້ຢ່າ ໄຊຈູ ແລະ ວາງພວງມາລາ ຈູດທູບ ທຽນ ເພື່ອກາບໄຫວ້ເຖິງດວງ ວິນຍານຂອງພະນັກງານ-ນັກ ຮົບຢູ່ອະນຸສາວະລີນັກຮົບປະ ຕິວັດລາວ. ຢູ່ແຂວງສາລະວັນ, ໃນວັນທີ 30 ພະຈິກ 2018 ນີ້, ການນຳ ພັກ-ລັດແຂວງສາລະວັນ ໄດ້ເຂົ້າ ຮ່ວມວາງພວງມະລາ ຢູ່ທີີ່ອະນຸ ສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ທີ່ອະນຸສາ ວະລີປະທານ ໄກສອນ ພົມວິ ຫານ ແລະ ຮູບຫຼໍ່ຂອງທ່ານອົງ ແກ້ວ ໂດຍການເຂົ້າຮ່ວມຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະ ການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆສາລະວັນ, ມີການນຳຂັ້ນແຂວງ, ທະຫານ, ຕຳຫຼວດ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງແຂວງ, ຕະຫຼອດຮອດ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງ ຫຼວງຫຼາຍ. ຢູ່ແຂວງຄຳມ່ວນເລີ່ມຈາກ ຕອນເຊົ້າເວລາ 7 ໂມງ 30 ນາທີ ຂອງວັນທີ 2 ທັນວາ 2018 ບັນດາການນໍາຂັ້ນສູງຂອງ ແຂວງນໍາໂດຍສະຫາຍ ໂອໄດ ສຸດາພອນ ກໍາມະການສູນກາງ ພັກ, ເລຂາພັກແຂວງ, ເຈົ້າ ແຂວງໆຄໍາມ່ວນໄດ້ໄປວາງ ພວງມາລາ ແລະ ກະຕ່າດອກ ໄມ້ຢູ່ 3 ສະຖານທີ່ສໍາຄັນຄື: ອະ ນຸສາວະລີນັກຮົບນິລະນາມ ແຂວງ, ອະນຸສາວະລີປະທານ ໄກສອນ ພົມວິຫານ ແລະ ສວນ ອຸທິຍານ 21 ມີນາ ປະທານ ສຸພານຸວົງ . ຫຼັງຈາກນັ້ນຄະນະນໍາຂັ້ນ ສູງຂອງແຂວງກໍໄດ້ເຂົ້າຮ່ວມ ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 43 ປີ ຢູ່ສະໂມສອນໃຫຍ່ 21 ມີ ນາຂອງແຂວງ ( ຫຼັກ 4 ) ໂດຍ ມີຕາງໜ້າຈາກພາກສ່ວນຕ່າງໆ ຜູ້ເຂົ້າຮ່ວມຈໍານວນ 700 ກວ່າ ຄົນ ເຊິ່ງໃນພິທີໂຮມຊຸມນຸມອັນ ມີຄວາມໝາຍ,ຄວາມສໍາຄັນ ທາງດ້ານປະຫວັດສາດນີ້ສະ ຫາຍ ໂອໄດ ສຸດາພອນໄດ້ໃຫ້ ກຽດຂຶ້ນກ່າວປາໄສເຊິ່ງໄດ້ຫວນຄືນມູນເຊື້ອວັນຊາດທີ 2 ທັນວາ ວ່າ: ກ່ອນໜ້ານີ້ 43 ປີ , ພວກ ເຮົາມີຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງທີ່ກອງປະຊຸມໃຫຍ່ຜູ້ແທນປະຊາຊົນໃນທົ່ວປະເທດ ໄດ້ຕົກລົງສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ລົບລ້າງລະບອບສັກດີ ນາ-ລ່າເມືອງຂຶ້ນທີ່ຄອບງໍາປະ ເທດເຮົາເປັນເວລາຍາວນານໄດ້ ຢ່າງສິ້ນເຊີງ ສາມາດຍາດໄດ້ໄຊ ຊະນະ ແລະ ປະກາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975. ພ້ອມດຽວກັນ ນັ້ນກໍໄດ້ຍົກໃຫ້ເຫັນຜົນງານ ການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດຕະ ຫຼອດໄລຍະ 43 ປີທີ່ຜ່ານມາ ເວົ້າລວມການສ້າງສາພັດທະ ນາເສດຖະກິດ-ສັງຄົມຂອງ ແຂວງຄໍາມ່ວນໃນໄລຍະຊຸມປີທີ່ ຜ່ານມາເວົ້າສະເພາະ ພ້ອມນັ້ນ ກໍໄດ້ຍົກໃຫ້ເຫັນຊີວິດ ແລະ ການ ເຄື່ອນໄຫວປະຕິວັດຂອງປະ ທານ ໄກສອນ ພົມວິຫານຜູ້ນໍາ ທີ່ແສນເຄົາລົບຮັກຂອງປະຊາ ຊົນລາວເຮົາ .



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ