ພົນຕີ ວົງຄຳ ພົມມະກອນ ລົງຊຸກຍູ້ ຕິດຕາມ ຊີ້ນຳວຽກງານຮັບປະກັນດ້ານພະລາທິການ
ເວລາອອກຂ່າວ: 2018-12-07 09:41:04 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1013 | ຄວາມນິຍົມ:
ໃນວັນທີ 29 ພະຈິກ 2018 ທ່ານ ພົນຕີ ປອ ວົງຄຳ ພົມມະ ກອນ ກຳມະການຄະນະປະຈຳ ພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການ ກອງທັບ ພ້ອມດ້ວຍບັນດາຄະນະ
ກົມນ້ອຍທີ່ກ່ຽວຂ້ອງ ຈຳນວນ 6 ກົມ ໄດ້ລົງຊຸກຍູ້ ຕິດຕາມ ແລະ ຊີ້ ນຳວຽກງານຮັບປະກັນດ້ານພະ ລາທິການຢູ່ບັນດາຈຸດເຝິກຊ້ອມ ກ້ອນສວນສະໜາມ 3 ຈຸດ ເພື່ອ ກະກຽມສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ເຊັ່ນ: ຈຸດສະ ໜາມຍິງປືນອາຊຽນຫຼັກ 27, ຈຸດສູນເຝິກຊ້ອມລົດຕັງ-ຍານ ເກາະ ແລະ ຈຸດວິທະຍາຄານກົມ ມະດຳ.
ໂອກາດນີ້, ທ່ານຫົວໜ້າກົມ ໃຫຍ່ພະລາທິການກອງທັບ ໄດ້ ຮັບຟັງການລາຍງານສະພາບ ການຮັບປະກັນທາງດ້ານພະລາ ທິການ ກໍຄືການດຳລົງຊີວິດຂອງ ບັນດາພະນັກງານ-ນັກຮົບ ກ້ອນ ສວນສະໜາມຕ່າງໆ ຈາກນັ້ນກໍ ໄດ້ລົງກວດກາເບິ່ງເຮືອນນອນ,
ເຮືອນຄົວກິນ, ຫ້ອງນໍ້າ ແລະ ອື່ນໆຕົວຈິງເພື່ອປັບປຸງແກ້ໄຂ
ໃຫ້ດີຂຶ້ນ.
ໃນໂອກາດນີ້, ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ສະ ແດງຄວາມຊົມເຊີຍຄະນະຮັບ ຜິດຊອບ ແລະ ຄູເຝິກທີ່ເອົາໃຈ ໃສ່ຊີ້ນຳ-ສິດສອນເຝິກຊ້ອມ ແລະ ແກ້ໄຂຄວາມຫຍຸ້ງຍາກດ້ານ ຕ່າງໆ ພ້ອມນີ້ທ່ານຍັງຮຽກຮ້ອງ ໃຫ້ຄະນະຮັບຜິດຊອບທຸກຄົນ ເພີ່ມທະວີຄວາມຮັບຜິດຊອບ, ຄຸ້ມ ຄອງການກິນການຢູ່ຂອງພະນັກ ງານ-ນັກຮົບກ້ອນສວນສະໜາມ ຕ່າງໆເພື່ອໃຫ້ສຸຂະພາບຂອງ ເຂົາເຈົ້າມີຄວາມເຂັ້ມແຂງເຮັດ ສຳເລັດໜ້າທີ່ ທີ່ການຈັດຕັ້ງມອບ ໝາຍໃຫ້.
ໂດຍ: ກຸນລະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ