ກອງພັນໃຫຍ່ 11 ປະກາດຈັດຕັ້ງຂັ້ນຫົວໜ້າພະແນກ ແລະ ປະດັບຫຼຽນກາລະນຶກ 70 ປີກອງທັບ
ເວລາອອກຂ່າວ: 2018-12-07 09:38:53 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1341 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ 28 ພະຈິກ 2018 ນີ້ຢູ່ທີ່ສະໂມສອນ ກອງພັນໃຫຍ່ 11 ໄດ້ມີພິທີປະ ກາດການຈັດຕັ້ງຂັ້ນພະແນກ ການ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ພົນຈັດຕະວາ ວັນ ທອງ ກອງມະນີ ກຳມະການ ຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ບັນດາຜູ້ຕາງໜ້າຈາກບັນດາອົງ ການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ສະ ມາຊິກພັກພາຍໃນກົມກອງເຂົ້າ ຮ່ວມ.
ໃນໂອກາດນີ້, ພັນໂທ ໂສພາ ວັນ ທຳມະເທວາ ຫົວໜ້າພະ ແນກຈັດຕັ້ງປະກອບກົມພະນັກ ງານ ກົມໃຫຍ່ການເມືອງກອງ ທັບ ກໍໄດ້ຂຶ້ຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ ເລກທີ 4382/ກປທ ວ່າ ດ້ວຍການຍົກຍ້າຍນາຍທະຫານ ໄປຮັບໜ້າທີ່ໃໝ່ ໂດຍອີງຕາມ ກົດໝາຍນາຍທະຫານ ກອງທັບ ປະຊາຊົນລາວ ໝວດທີ IV ມາດ
ຕາທີ 21 ວ່າດ້ວຍການຍົກຍ້າຍ ແຕ່ງຕັ້ງນາຍທະຫານ ໂດຍອີງ ຕາມທິດທາງກ່ຽວກັບການບູລະ ນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ໃນການພັດທະນາກົມກອງເພື່ອ ເຮັດສຳເລັດໜ້າທີ່ປົກປັກຮັກສາ ພັດທະນາປະເທດຊາດທີ່ຂັ້ນເທິງ ມອບໝາຍໃຫ້ໄດ້ຢ່າງສົມກຽດ ອີງຕາມການສະເໜີຂອງກົມ ໃຫຍ່ການເມືອງກອງທັບ ດັ່ງນັ້ນ ກະຊວງປ້ອງກັນປະເທດຈິ່ຶງໄດ້ ຕົກລົງ ມາດຕາ 01: ຍົກຍ້າຍ ພັນໂທ ຄຳສຸກ ອິນທະພອນ ຫົວ ໜ້າພະແນກຈັດຕັ້ງປະກອບ ກົມ ກຳລັງພົນໄປຮັບໜ້າທີ່ໃໝ່ທີ່ ກອງພັນໃຫຍ່ 11, ມາດຕາ 02: ແຕ່ງຕັ້ງ ພັນໂທ ຄຳສຸກ ອິນທະ ພອນ ເປັນຮອງຫົວໜ້າການທະ ຫານ ທັງເປັນຫົວໜ້າພະແນກ ເສນາທິການກອງພັນໃຫຍ່ 11; ກະຊວງປ້ອງກັນປະເທດຕົກລົງ ມາດຕາ 01: ຍົກຍ້າຍພັນໂທ ພອນແກ້ວ ສຸລິວັນວົງສາ ຮອງ ຫົວໜ້າການທະຫານ ຫົວໜ້າ ພະແນກເສນາທິການກອງພັນ ໃຫຍ່ 11 ຜູ້ເກົ່າທີ່ຖືກຍົກຍ້າຍ ໄປຮັບໜ້າທີ່ໃໝ່, ກົມໃຫຍ່ການ ເມືອງກອງທັບຕົກລົງມາດຕາ 01: ແຕ່ງຕັ້ງ ພັນໂທ ພອນແກ້ວ ສຸລິວັນວົງສາ ເປັນຫົວໜ້າການ ທະຫານກອງພັນ 199.
ໃນພິທີພັນໂທ ທອນສີ ອິນ ຄຳອ່ອນ ຫົວໜ້າຂະແໜງນະໂຍ ບາຍ ກອງພັນໃຫ່ຍ11 ກໍໄດ້ຂຶ້ນ
ອ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າ ດ້ວຍການປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວ ໃຫ້ນາຍ ແລະ ພົນທະຫານກອງ ພັນໃຫຍ່ 11 ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊາຊົນລາວຄົບ ຮອບ 70 ປີ 20/01/1949 -20/01/2019 ອີງຕາມຄໍາແນະ ນໍາຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍເງື່ອນໄຂມາດ ຖານການນຳໃຊ້ຫຼຽນການລະ ນຶກ 70 ປີສະບັບເລກທີ 5860/ ກປທ, ລົງວັນທີ 27/11/ 2017 ເພື່ອຕອບສະໜອງຜົນງານ, ຄຸນ ງາມຄວາມດີຂອງນາຍ ແລະ ພົນທະຫານກອງທັບປະຊາຊົນ ລາວທີ່ໄດ້ອຸດທິຕົນປະກອບ ສ່ວນເຂົ້າໃນພາລະກິດຕໍ່ສູ້ປົດ ປ່ອຍປະເທດຊາດ ແລະ ປົກປັກ ຮັກສາພັດທະນາປະເທດຊາດຕະ ຫຼອດໄລຍະທີ່ຜ່ານມາ ຈຳນວນ 417 ສະຫາຍ ໃຫ້ກຽດຂຶ້ນປະ ດັບຫຼຽນກາ 70 ປີໂດຍທ່ານ ພົນຈັດຕະວາ ວັນທອງ ກອງມະ ນີ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ພ້ອມກັນນັ້ນທ່ານຍັງ ໄດ້ໃຫ້ການໂອ້ລົມ ຊີ້ທິດເຍືອງ ທາງຕໍ່ທີ່ປະຊຸມເຊິ່ງກ່ອນອື່ນ ທ່ານໄດ້ກ່າວສະແດງຄວາມຍິນ ດີຕໍ່ຜູ້ທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ໃນຄັ້ງນີ້ ແລະ ໄດ້ເນັ້ນໜັກບາງ ບັນຫາພ້ອມທັງຮຽກຮ້ອງມາຍັງ ບັນດາສະຫາຍທີ່ເຂົ້າຮ່ວມກອງ ປະຊຸມ ເວົ້າສະເພາະກໍຄືຜູ້ທີ່ໄດ້ ຮັບໜ້າທີ່ໃໝ່ຈົ່ງພ້ອມກັນຕັ້ງໜ້າ ແລະ ສືບຕໍ່ເຮັດໜ້າທີ່ການເມືອງ ຂອງຕົນເອົາໃຈໃສ່ຍົກສູງບົດ ບາດຄວາມຮັບຜິດຊອບຕໍ່ໜ້າທີ່ ວຽກງານໃຫ້ສູງຂຶ້ນກວ່າເກົ່າ.
ໂດຍ: ຮຕ ອິນກອງ ສຸກໄຊຍະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ