ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບງານຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ເວລາອອກຂ່າວ: 2020-05-13 13:07:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 657 | ຄວາມນິຍົມ: ![]()
- ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດ ເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ, ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງ ແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການສູງສຸດກອງທັບປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະປົກຄອງກໍາແພງນະຄອນຫຼວງວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເສຍຊີວິດແລ້ວໃນເວລາ 07 ໂມງ 09 ນາທີ ຂອງວັນທີ 12 ພຶດສະພາ 2020.
- ເພື່ອເຮັດໃຫ້ງານຊາປະນະກິດສົບຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງສົມກຽດ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ກົມການເມືອງສູນກາງພັກ ຕົກລົງ :
ມາດຕາ 1 : ແຕ່ງຕັ້ງຄະນະຮັບຜິດຊອບງານຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ປະກອບດ້ວຍບັນດາສະຫາຍ ດັ່ງນີ້ :
1. ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ
ເປັນປະທານ
2. ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວ
ລາວສ້າງຊາດເປັນຮອງປະທານ
3. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນຮອງປະທານ
4. ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເປັນກໍາມະການ
5. ສະຫາຍ ລຽນ ທິແກ້ວ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ
ປ່າໄມ້ ເປັນກໍາມະການ
6. ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການ
ສໍານັກງານນາຍົກລັດຖະມົນຕີ ເປັນກໍາມະການ
7. ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ເຈົ້າແຂວງໆຫົວພັນ ເປັນກໍາ
ມະການ
8. ສະຫາຍ ອານຸພາບ ຕຸນາລົມ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ປະທານ
ສະພາປະຊາຊົນ ນະຄອນຫຼວງວຽງຈັນ ເປັນກໍາມະການ
9. ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ
ສູນກາງຊາວໜຸ່ມ ສປປ ລາວ ເປັນກໍາມະການ
10. ສະຫາຍ ນ. ໃບຄໍາ ຂັດຕິຍະ ກໍາມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີກະຊວງ
ແຮງງານ ແລະ ສະຫວັດດີການສັງຄົມ ເປັນກໍາມະການ
11. ສະຫາຍ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເປັນກໍາມະການ
12. ສະຫາຍ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນກໍາມະການ
13. ສະຫາຍ ຈັນທະບູນ ລັດຕະນະວົງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ເປັນກໍາມະການ
14. ສະຫາຍ ນ. ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ເປັນກໍາມະການ
15. ສະຫາຍ ນ. ອາລີ ວົງໜໍ່ບູນທໍາ ຮອງປະທານສູນກາງສະຫະພັນກໍາມະບານລາວ ເປັນກໍາ
ມະການ
16. ສະຫາຍ ສຸບັນ ສະວະບຸດ ຮອງເລຂາທິການສະພາແຫ່ງຊາດ ເປັນກໍາມະການ
17. ສະຫາຍ ບູນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນກໍາມະການ
18. ສະຫາຍ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ
ທ່ອງທ່ຽວ ເປັນກໍາມະການ
19. ສະຫາຍ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ເປັນກໍາມະການ
20. ຕາງໜ້າຄອບຄົວ ແກ້ວບຸນພັນ ເປັນກໍາມະການ
ມາດຕາ 2 : ມອບໃຫ້ຄະນະຮັບຜິດຊອບງານຊາປະນະກິດສົບ ດັ່ງກ່າວປະຊຸມປຶກສາຫາລືກັນລະອຽດ
ແລະ ມີການແບ່ງງານແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ.
ມາດຕາ 3 : ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.
ຕ. ກົມການເມືອງສູນກາງພັກ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ
ບຸນຍັງ ວໍລະຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















