ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ມັງກອນ 2025

  

ໄຟຟ້າລາວສົ່ງຂາຍໃຫ້ 5 ປະເທດ
ເວລາອອກຂ່າວ: 2018-12-06 10:02:56 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 442 | ຄວາມນິຍົມ:



ມາຮອດປັດຈຸບັນ ສປປ ລາວ ມີເຂື່ອນຜະລິດໄຟຟ້າແລ້ວ 61 ແຫ່ງລວມມີກຳລັງຕິດຕັ້ງ 7.207,24 ເມກາວັດເພື່ອຕອບ ສະໜອງໃຫ້ແກ່ການຊົມໃຊ້ ທັງ ພາຍໃນ ແລະ ຕ່າງປະເທດ, ເຊິ່ງ ເວລານີ້ໄດ້ສົ່ງອອກໄປແລ້ວ 5 ປະເທດປະກອບດ້ວຍໄທ, ສ.ສ ຫວຽດນາມ, ມາເລເຊຍ, ກຳປູ ເຈຍ ແລະ ມຽນມາ, ຂະນະນີ້ກຳ ລັງສຶກສາເພື່ອກໍ່ສ້າງສາຍສົ່ງໄຟ ຟ້າແຫ່ງຊາດຮ່ວມກັບ ສ ປ ຈີນ ເຊິ່ງຄາດວ່າໃນປີ 2019 ຈະໄດ້ ຈັດຕັ້ງປະຕິບັດ. ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ໄດ້ລາຍງານຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາແຫ່ງຊາດຊຸດທີ VIII ວ່າ: ສ ປປ ລາວເປັນອີກປະເທດໜຶ່ງທີ່ມີ ທ່າແຮງທາງດ້ານຊັບພະຍາກອນ ແຫຼ່ງນໍ້າເພື່ອພັດທະນາເປັນພະ ລັງງານໄຟຟ້ານໍ້າຕົກໄດ້ເຖິງ 30 ພັນເມກາວັດ, ໃນນີ້ 90%ແມ່ນ ພະລັງງານໄຟຟ້ານໍ້າຕົກ, ນອກ ຈາກນີ້ຍັງມີທ່າແຮງທາງດ້ານ ແຫຼ່ງພະລັງງານອື່ນໆເຊັ່ນ: ຖ່ານ ຫີນ, ແສງແດດ, ສາຍລົມ, ໄບໂອ ມາສ, ໄບໂອກາສ. ສຳລັບແຫຼ່ງພະລັງງານໄຟຟ້າ ທີ່ຜະລິດສຳເລັດແລ້ວ 61 ແຫ່ງ ລວມກຳລັງຕິດຕັ້ງ 7.207,24 ເມກາວັດ, ສາມາດຜະລິດໄຟຟ້າ ໄດ້ 37,3 ພັນກິໂລແມັດໂມງຕໍ່ປີ ໃນນີ້ມີເຂື່ອນຂະໜາດກາງ-ໃຫຍ່ 32 ແຫ່ງ, ຂະໜາດນ້ອຍ 15 ເມ ກາວັດລົງມາມີ 21 ແຫ່ງ, ໂຮງ ຜະລິດໄຟຟ້າຖ່ານຫີນ 1 ແຫ່ງ, ໂຮງໄຟຟ້າພະລັງງານທົດແທນ 2 ແຫ່ງ ແລະ ໂຮງຜະລິດໄຟຟ້າ ແສງຕາເວັນມີ 5 ແຫ່ງ, ບັນດາ ແຫຼ່ງຜະລິດໄຟຟ້າເຫຼົ່ານີ້ ນອກ ຈາກຜະລິດຮັບໃຊ້ພາຍໃນແລ້ວ ຍັງສົ່ງອອກຂາຍໃຫ້ຕ່າງປະເທດ ນຳອີກ, ໂດຍໄດ້ສ້າງຖານລາຍ ຮັບເງິນຕາອັນໝັ້ນຄົງໃຫ້ແກ່ປະ ເທດຊາດ, ໂດຍປັດຈຸບັນສະມາດ ສະໜອງໄຟຟ້າຮັບໃຊ້ໄດ້ 100% ກວມເອົາ 96 % ຂອງຈຳນວນ ຄອບຄົວທັງໝົດໃນຂອບເຂດທົ່ວ ປະເທດທີ່ມີໄຟຟ້າຊົມໃຊ້ຖາວອນ. ນອກຈາກນັ້ນໃນປັດຈຸບັນກຳ ລັງກໍ່ສ້າງ 73 ແຫ່ງ ເຊິ່ງຄາດວ່າ ຈະໃຫ້ສຳເລັດໃນປີ 2020 ນີ້, ໂດຍມີກຳລັງຕິດຕັ້ງ 9.184,10 ເມກາວັດສາມາດຜະລິດພະລັງ ງານໄຟຟ້າໄດ້ 20.892,99 ກິ ໂລແມັດໂມງຕໍ່ປີ, ໃນນີ້ມີເຂື່ອນ ຂະໜາດກາງ-ໃຫຍ່ 14 ແຫ່ງ, ຂະໜາດນ້ອຍ 48 ແຫ່ງ, ພະລັງ ງານລົມ 11 ແຫ່ງພ້ອມດຽວກັນ ຍັງສຳເລັດການກໍ່ສ້າງສາຍສົ່ງ ໄຟຟ້າແຮງຕໍ່າ, ກາງ ແລະ ແຮງ ສູງ ລວມທັງໝົດ81.918,5 ກິ ໂລແມັດ ແລະ ມີ 78 ສະຖານີຈຳ ໜ່າຍໄຟຟ້າໃນຂອບເຂດທົ່ວປະ ເທດ. ທາງດ້ານການຈຳໜ່າຍໃນ ໄລຍະຜ່ານມາໄດ້ມີສັນຍາຊື້-ຂາຍພະລັງງານໄຟຟ້າກັບ 5 ປະ ເທດຄືໄທ ຈຳນວນ 9 ພັນເມກາ ວັດສະໜອງໃຫ້ແລ້ວ 4 ພັນເມກາ ວັດ, ສ.ສ ຫວຽດນາມ 5 ພັນເມ ກາວັດສະໜອງໃຫ້ແລ້ວ 3 ເມກາ ວັດ(ສຳລັບສອງປະເທດຄາດວ່າ ຈະສົ່ງໃຫ້ຄົບໃນປີ 2030) ປະເທດມາເລເຊຍສັນຍາຊື້-ຂາຍ 500 ເມກາວັດສະແລ້ວ 100 ເມ ກາວັດປີ 2020 ຈະສະ ໜອງໃຫ້ 400 ເມກາວັດ (ໂດຍຜ່ານປະເທດໄທ)ກຳປູ ເຈຍສະໜອງໃຫ້ແລ້ວ 50 ເມກາວັດປີ 2020 ຈະສົ່ງໃຫ້ 250 ເມກາວັດລວມເປັນ 300 ເມກາວັດ ແລະ ມຽນມາສະໜອງ ໃຫ້ແລ້ວ 10 ເມກາວັດປີ 2020 ຈະໜອງໃຫ້ 190 ເມກາວັດ. ໂດຍ: ຈັນທະວົງ ອູ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ