
ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຖອດຖອນບົດຮຽນການຈັດຕັ້ງປະຕິບັດ ມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-2019
ເວລາອອກຂ່າວ: 2020-05-06 16:01:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 369 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ 05 ພຶດສະພາ 2020 ນີ້,ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດມາດຕະການ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-2019 ໃນໄລຍະແຕ່ວັນທີ 31 ເດືອນ 03 ຫາ ວັນທີ 03 ເດືອນ 05 / 2020, ໂດຍການເປັນປະທານຂອງພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ແລະ ພັນເອກ ສີ ທະວີໄຊ ຫົວໜ້າການທະຫານ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ເຊິ່ງມີຄະນະພັກ-ຄະນະບັນຊາຈາກອົງການ 05 ຫ້ອງ,ກົມກອງອ້ອມຂ້າງທີ່ຂຶ້ນກັບ ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ ພັນໂທ ເພັດບັນດິດ ແປງນາທີ ຫົວໜ້າຫ້ອງການ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ກໍ່ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-2019 ໃນໄລຍະແຕ່ວັນທີ 31 ເດືອນ 03 ຫາ ວັນທີ 03 ເດືອນ 05 / 2020 ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ, ເຊິ່ງອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ,ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19, ອີງຕາມແຈ້ງການຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 1783/ກປທ, ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ຕ້ານພະຍາດ ໂຄວິດ-19 ແລະ ອີງຕາມຄຳສັ່ງແນະນຳ ຂອງຄະນະສະເພາະກິດ ນະ ຄອນ ຫຼວງວຽງຈັນ ສະບັບເລກທີ 002/ ສພກ.ນວ ນັ້ນເຊິ່ງໃນໄລຍະຜ່ານມາຄະນະພັກ-ຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນແມ່ນໄດ້ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ຢ່າງເຂັ້ມງວດ,ຈັດຕັ້ງລະບົບປະຈຳການແຕ່ລະຂັ້ນເປັນປົກກະຕິ,ເພີ່ມທະວີໃນການເຝົ້າລະວັງສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຈັດຕັ້ງກວດ ກາວັດແທກອຸນຫະພູມພະນັກງານ-ນັກຮົບ ໃນການເຂົ້າ-ອອກ ຄ້າຍຢ່າງເຄັ່ງຄັດ,ໄດ້ເອົາໃຈໃສ່ແຕ່ງຕັ້ງອະນຸກຳມະການ ຢູ່ຂັ້ນກອງບັນຊາການ ລົງເຄື່ອນໄຫວຊີ້ນຳບັນດາກົມກອງທີ່ເຮັດໜ້າທີ່ປະສານສົມທົບ ກັບຂັ້ນເທິງ ແລະ ອະນຸກຳມະການແຕ່ລະພາກສ່ວນ ເຄື່ອນໄຫວກວດກາຂອບເຂດ ນະຄອນຫຼວງວຽງຈັນ ໂດຍນຳໃຊ້ກຳລັງ(ຈກທ) ຈຳນວນ 12 ສະຫາຍ ເຄື່ອນໄຫວກວດກາສາລະເວຕາມຕົວເມືອງ, ຜ່ານ ການເຄື່ອນໄຫວ ມີຜູ້ລະເມີດຕໍ່ຄຳສັ່ງ ເລກທີ 06/ນຍ ຈຳນວນ 34 ກໍລະນີ, ນຳໃຊ້ກຳລັງທະຫານເມືອງ ຈຳນວນ 198 ສະຫາຍ ຊີ້ນຳກຳລັງກອງຫຼອນ,ສົມທົບກັບກຳລັງ ປກສ ກຸ່ມ,ປກສ ບ້ານ ແລະ ອຳນາດການປົກຄອງບ້ານ ເພື່ອຕິດຕາມ,ກວດກາ ການເຄື່ອນໄຫວຂອງປະຊາຊົນໃນການເຂົ້າອອກບ້ານຂອງຕົນເອງແລະສົມທົບກັບຄະນະສະເພາະກິດຂັ້ນເມືອງ,ອົງການທີ່ກ່ຽວຂ້ອງເພື່ອຕັ້ງຈຸດກວດກາການເຂົ້າ-ອອກເມືອງ,ການເຄື່ອນໄຫວສັນຈອນໄປ-ມາ ຂອງພົນລະເມືອງ ໃຫ້ມີຄວາມຮັບປະກັນໃນການປ້ອງກັນ,ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ເປັນຢ່າງດີ.
ຮ້ອຍໂທ ແສງດາລາໄຊຍະລາດ ນັກຂ່າວທະຫານນະຄອນຫຼວງວຽງຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ