ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 644 ປະກາດເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2020-04-07 15:07:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ພິທີປະກາດຂໍ້ຕົກລົງເລື່ອນຊັ້ນໃຫ້ນາຍທະຫານ ກອງພັນໃຫຍ່ 644 ໄດ້ຈັດຂື້ນໃນຕົ້ນເດືອນເມສາ 2020 ທີ່ຜ່ານມານີ້. ໂດຍເປັນປະທານຂອງສະຫາຍ ພັນເອກ ຄໍາສີ ພົມມະຈັນ ເລຂາຄະນະພັກ - ຫົວໜ້າການເມືອງກອງພັນໃຫຍ່ 644 ມີບັນດາສະຫາຍໃນຄະນະພັກ - ຄະນະບັນຊາ, ພະນັກງານຫຼັກແຫຼ່ງ, ຂັ້ນນໍາພາ - ບັນຊາ ຈາກພະແນກການ, ກົມກອງອ້ອມຂ້າງ, ຕະຫຼອດຮອດບັນດາສະຫາຍຜູ້ທີ່ໄດ້ຮັບຊັ້ນ ໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນລົ້ນ ໄຊຍະລາດ ຄະນະພັກ - ຫົວໜ້າພະແນກການເມືອງກອງພັນໃຫຍ່ 644 ກໍ່ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດເລກທີ 812/ກປທ ລົງວັນທີ 27/1/2020 ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ ຕາມກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໝວດທີ 1 ມາດຕາ 33 ແລະ 34 . ຕາມການຄົ້ນຄວ້ານໍາສະເໜີຂອງກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດຕົກລົງເຫັນດີອະນຸມັດໃຫ້ສະຫາຍ ພັນໂທ ດາວອນ ກອງໄພວັນ ພັກການຮັບເງິນອຸດໜູນບຳນານນັບແຕ່ງວດ 2 ສົກປີ 2020 ເປັນຕົ້ນໄປ . ພ້ອມຍົກຂັ້ນເງິນເດືອນໃຫ້ກິນທຽບເທົ່າຊັ້ນພັນເອກ . ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດເລກທີ 4885/ກປທ ລົງວັນທີ 5/12/2019 , ວ່າດ້ວຍການຍົກຂັ້ນເງິນເດືອນໃຫ້ນາຍທະຫານຢູ່ກອງພັນໃຫຍ່ 644 ຕາມກົດໝາຍນາຍທະຫານຂອງກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ III ໝວດທີ 1 ມາດຕາ 34 ວ່າດ້ວຍການຍົກຂັ້ນເງິນເດືອນນາຍທະຫານ . ອີງຕາມການສະເໜີຂອງກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດຕົກລົງມາດຕາ 1 ຍົກຂັ້ນເງິນເດືອນຈາກຊັ້ນ ພັນໂທ ຂື້ນຮັບເງິນຊັ້ນ ພັນເອກ ຈຳນວນ 2 ສະຫາຍຄື : ສະຫາຍ ພັນໂທ ຄຳຫຼ້າ ໂພຊະນະທອງດຳ ແລະ ສະຫາຍ ພັນໂທ ຄຳພຸດ ພັນຜິວ . ພ້ອມນີ້ກໍ່ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 . ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນນາຍທະຫານຢູ່ກອງພັນໃຫຍ່ 644 ຈຳນວນ 44 ສະຫາຍ ໃນນັ້ນ ຮ້ອຍເອກ ເລື່ອນຂື້ນ ພັນຕີ 5 ສະຫາຍ , ຮ້ອຍໂທ ເລື່ອນຂື້ນ ຮ້ອຍເອກ 23 ສະຫາຍ , ຮ້ອຍຕີ ຂື້ນ ຮ້ອຍໂທ 10 ສະຫາຍ ແລະ ວາທີ ຂື້ນ ຮ້ອຍຕີ 6 ສະຫາຍ . ແອນ້ອຍ ໝື່ນລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ