ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບົດອອກຂ່າວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນທີ 6 ເມສາ ປີ2020
ເວລາອອກຂ່າວ: 2020-04-06 19:30:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ I. ສະພາບການ COVID-19 ໃນທົ່ວໂລກ - ເວລາ 8:30 ໂມງເຊົ້າ ຂອງວັນທີ 6 ເມສາ 2020, ທົ່ວໂລກມີລາຍງານກໍລະນີ ທັງໝົດ 208 ປະເທດ/ເຂດ ແລະ 02 ເຮືອສໍາລານ. ເພີ້ມຂື້ນ 3 ປະເທດຄື: 2 ປະເທດຈາກທະວີບອາຟຣິກາ: ສູດານໃຕ້ ແລະ ເວດເທີນຊາຮາລາ ແລະ ອີກ ເກາະ 01 ຊື່ ແຊັງປີແອກມິເກີລົງ Saint Pierre Miquelon ຢູ່ມະຫາສະໝຸດແອັດແລນຕິກເໝືອ ໃກ້ກັບທະວີບອາເມີຣິກາເໜືອ - ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 1,272,861 ຄົນ (ເພີ່ມຂື້ນ 71,408ຄົນ), ເສຍຊິວິດ 69,424 (ເພີ່ມຂື້ນ 4,737 ຄົນ) ແລະ ປີ່ນປົວຫາຍດີ 262,217 (ເພີ່ມຂື້ນ 15,959). - ບາງປະເທດ ຍັງສືບຕໍ່ ມີລາຍງານກໍລະນີຕິດເຊື້ອເພີມຂື້ນ 23,373 ຄົນ ແລະ ກໍລະນີເສຍຊິວິດເພີມຂື້ນ 1,121 ຄົນ ພາຍໃນ 1 ມື້. ອົງການອະນາໄມໂລກໄດ້ປະເມີນ ອັດຕາຄວາມຮ້າຍແຮງ 5.45 ຂອງຈໍານວຄົນເຈັບຕິດເຊື້ອທັງໝົດ, ມື້ວານນີ້ 5.38% 1. ການເຝົ້າລະວັງ ແລະ ວິເຄາະ - ໃນວັນທີ 5 ເມສາ 2020, ໄດ້ມີກໍລະນີສົງໃສ ແລະ ເກັບຕົວຢ່າງມາກວດ 17 ຄົນ ໄດ້ແກ່ o ນະຄອນຫລວງຽງຈັນ 12 ຄົນ: ຜູ້ສໍາຜັດໃກ້ຊິດ 04 ຄົນ, ກໍລະນີສົງໃສທີ່ພົບ ໃໝ່ 08 o ຕ່າງແຂວງ 5 ຄົນ ເປັນຕົ້ນ:  ແຂວງຫຼວງນໍ້າທາ 03 ຄົນ  ແຂວງບໍ່ແກ້ວ 01 ຄົນ  ແຂວງໄຊສົມບູນ 01 ຄົນ ຕົວຢ່າງທີ່ເກັບທັງໝົດ 17 ຄົນ, ຜົນກວດພົບຜູ້ຕິດເຊື້ອ 01 ຄົນ ເຊິງແມ່ນກໍລະນີນໍາເຂົ້າ: ເປັນນັກສຶກສາເພດຍິງ ອາຍຸ 20 ປີ ຢູ່ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ປະຫວັດການເດີນທາງ:  ວັນທີ 22/3/2020 ເດີນທາງຈາກປະເທດອັງກິດ  ວັນທີ 23/3/2020 ເດີນທາງຮອດສະໜາມບິນວັດໄຕໂດຍຜ່ານ ສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574  ວັນທີ 24/3/2020 ເລີ່ມຈໍາກັດບໍລິເວນຕົນເອງຢູ່ເຮືອນສວນຂອງຜູ້ກ່ຽວ  ວັນທີ 5/4/2020 ເປັນມື້ທີ 13 ຜູ້ກ່ຽວເລີ່ມມີອາການເຈັບຄໍ, ເຈັບຫົວ, ຫາຍໃຈຍາກ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ 19. ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ. - ແຕ່ເດືອນ ມັງກອນ 2020 ຮອດ ວັນທີ 5 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 621 ຄົນ, ກວດພົບເຊື້ອທັງໝົດ 12 ຄົນ. o ມາຮອດວັນທີ 5 ເມສາ 2020 ຕົວຢ່າງທັງໝົດໃນນັ້ນມີແຮງງານລາວ ຈາກ ໄທ 86 ຄົນ (ທັງໝົດກວດບໍ່ພົບເຊື້ອ). • 5/4/2020 ຍັງມີກໍລະນີຜູ້ສຳຜັດໃກ້ຊິດທີຈະຕ້ອງສືບຕໍ່ຕິດຕາມອາການ 71 ຄົນ • ຂໍຢັ້ງຢືນອີກເທື່ອນຶ່ງວ່າມາຮອດມື້ນີ້ຜູ້ຕິດເຊື້ອທັງໝົດ 12 ຄົນ ເຊິ່ງແບ່ງເປັນແຫຼ່ງ ຕິດເຊື້ອອອກເປັນ 5 ກຸ່ມ (ພະນັກງານໂຮງແຮມ, ພະນັກງານນຳທ່ຽວ, ຊ່າງເສີມສວຍ, ພະນັກງານພູເບັ້ຍມາຍນິງ, ນັກສຶກສາຈາກອັງກິດ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ