ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດຜູ້ດຽວມອບອຸປະກອນການແພດໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2020-04-06 14:37:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 81 | ຄວາມນິຍົມ:



ວັນທີ 6 ເມສານີ້ ບໍລິສັດ ທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດຜູ້ດຽວ ໄດ້ມອບອຸປະກອນການແພດ ລວມມູນຄ່າ 80 ພັນໂດລາສາຫະລັດ ໃຫ້ກັບລັດຖະບານກໍຄືຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19, ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ເຊິ່ງກ່າວມອບໂດຍ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ຜູ້ອຳນວຍການໃຫຍ່ ບໍລິສັດ ທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດຜູ້ດຽວ ແລະ ກ່າວຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ທ່ານ ປີຊາໄຊ ແກ້ວໄຊຍະຈັກ ໄດ້ ກ່າວວ່າ: ການມອບອຸປະກອນການແພດ ໃຫ້ແກ່ລັດຖະບານໃນຄັ້ງນີ້ ແມ່ນຍ້ອນມີຄວາມເປັນຫ່ວງເປັນໃຍ ພໍ່ແມ່ປະຊາຊົນທຸກທົ່ວໜ້າ ແລະ ເປັນສ່ວນໜຶ່ງໃນການປະກອບ ສ່ວນເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19. ໃນ ສປປ ລາວ. ຂະນະດຽວກັນນັ້ນ ທ່ານ ສົມດີ ດວງດີ ໄດ້ກ່າວ ຂອບໃຈນຳ ບໍລິສັດ ທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດຜູ້ດຽວ ທີ່ເປັນສ່ວນ ໜຶ່ງໃນການປະກອບສ່ວນໃນ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ຈະນຳເອົາອຸປະກອນການແພດ ຈໍານວນດັ່ງກ່າວນີ້ໄປເປັນສ່ວນໜຶ່ງໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19, ເພື່ອເຮັດໃຫ້ ສປປ ລາວ ຂອງພວກເຮົາຜ່ານວິກິດຄັ້ງນີ້ຜ່ານໄປດ້ວຍດີ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ