ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະມາຄົມພັດທະນາເສດຖະກິດອາຊີ-ຈີນ ມອບຜ້າອັດປາກ ໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2020-03-30 09:37:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ວັນທີ 27 ມີນາ ນີ້, ທ່ານ ມ໋າ ຣຸ້ຍ ຫາວ ສະມາຄົມພັດທະນາ ເສດຖະກິດອາຊີ-ຈີນໄດ້ນໍາເອົາ ຜ້າອັດປາກ 50.000 ອັນ ລວມ ມູນຄ່າ 260.000.000 ກີບ ມາ ມອບໃຫ້ກະຊວງປ້ອງກັນປະເທດ ລາວ ເພື່ອນໍາໃຊ້ເຂົ້າໃນການປ້ອງ ກັນການລະບາດຂອງພະຍາດ ໂຄວິດ-19, ໂດຍມີ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກລັດຖະມົນຕີກະຊວງປ້ອງ ກັນປະເທດ ແລະ ສະຫາຍ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ຕາງໜ້າໃຫ້ກະຊວງປ້ອງກັນປະ ເທດກ່າວຮັບເຄື່ອງດັ່ງກ່າວ ໂດຍ ສະຫາຍ ພົນຕີ ພູວົງ ວົງພົມ ຮອງ ລັດຖະມົນຕີກະຊວງປ້ອງກັນປະເທດ. ສະຫາຍ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ລາວ ໄດ້ມີຄໍາເຫັນວ່າ: ກ່ອນໜ້າ ນີ້ບໍ່ດົນ ສປປ ລາວ ບໍ່ວ່າກອງ ທັບກໍຄືພັກ-ລັດ ໄດ້ໃຫ້ການຊ່ວຍ ເຫຼືອແກ່ ສປ ຈີນ ລວມທັງອຸປະ ກອນການແພດ ແລະ ວັດຖຸປັດໄຈ ເຊິ່ງເປັນການປະກອບສ່ວນອັນ ສໍາຄັນເຂົ້າໃນການຕ້ານການລະ ບາດຂອງພະຍາດ ໂຄວິດ-19 ຢູ່ ສປ ຈີນ, ດັ່ງນັ້ນເມື່ອປະເທດລາວ ກຳລັງຜະເຊີນກັບການລະບາດ ຂອງພະຍາດດັ່ງກ່າວນອກຈາກ ພັກ-ລັດຖະບານ ສປ ຈີນ ທີ່ໄດ້ ໃຫ້ການຊ່ວຍເຫຼືອແລ້ວຍັງມີຫຼາຍ ບໍລິສັດຂອງຈີນ ແລະ ບໍລິສັດຈີນ ທີ່ດຳເນີນທຸລະກິດຢູ່ລາວກໍໄດ້ໃຫ້ ການຊ່ວຍເຫຼືອເປັນເຄື່ອງ ແລະ ອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປລາວ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງ ສູນກາງພັກລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕາງ ໜ້າໃຫ້ກະຊວງປ້ອງກັນປະເທດ ກໍຄືພະນັກງານ-ນັກຮົບໃນກອງ ທັບປະຊາຊົນລາວກ່າວສະແດງ ຄວາມຂອບໃຈຢ່າງເລິກເຊິ່ງ ແລະ ຕີລາຄາສູງຕໍ່ກອງທັບ, ພັກ ແລະ ລັດຖະບານ ສປ ຈີນ ກໍຄືສະມາ ຄົມພັດທະນາເສດຖະກິດອາຊີ-ຈີນ ທີ່ເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນຂອງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ເປັນຫ່ວງເປັນໃຍ ຕໍ່ສຸຂະພາບຂອງນາຍ ແລະ ພົນ ທະຫານຂອງກອງທັບຕະຫຼອດ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ພວມຜະເຊີນໜ້າກັບການລະ ບາດຂອງພະຍາດ ໂຄວິດ-19 ເຊິ່ງໄດ້ໃຫ້ການຊ່ວຍເຫຼືອເຄື່ອງ ປ້ອງກັນພະຍາດດັ່ງກ່າວ ແກ່ກອງ ທັບພວກເຮົາ ເຊິ່ງສະແດງໃຫ້ເຫັນ ເຖິງນໍ້າໃຈຄວາມສາມັກຄີໄມຕີ ຈິດມິດຕະພາບ ແລະ.ການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຖານ ເພື່ອນມິດສະຫາຍອ້າຍນ້ອງ ລາວ-ຈີນ, ຈີນ-ລາວ ແລະ ຈະ ນໍາເອົາການຊ່ວຍເຫຼືອໃນຄັ້ງນີ້ ໄປເຖິງພະນັກງານ-ນັກຮົບທົ່ວ ກອງທັບປະຊາຊົນລາວ. ພ້ອມ ທັງໄດ້ສະແດງຄວາມດີໃຈ ແລະ ຊົມເຊີຍຢ່າງຈິງໃຈຕໍ່ພັກ-ລັດຖະ ບານ ສປ ຈີນ ທີ່ໄດ້ຮັບໄຊຊະ ນະໃນການຕ້ານການລະບາດ ຂອງພະຍາດໂຄວິດ- 19 ໄດ້ສໍາ ເລັດ. ຂ່າວໃຫ້ຮູ້ຕື່ມອີກວ່າ: ລັດຖະ ບານຈີນ ຍັງໄດ້ສະໜອງຢາກວດ ເຊື້ອ ໄວຣັດ ຈຳນວນ 2.016 ຊຸດ ໃຫ້ແກ່ລາວ, ນອກນັ້ນ, ຍັງມີ ຊຸດປ້ອງກັນ 5.000 ຊຸດ, ຜ້າ ປິດປາກລຸ້ນ N95 ແລະ ຜ້າປິດ ປາກການແພດທຳມະດາ ຈຳນວນ 4 ແສນອັນ ພ້ອມກັບຢາກວດ ພະຍາດໄວຣັສ 2 ໜື່ນຊຸດ ທີ່ບໍລິ ຈາກໂດຍມູນນິທິແຈັກມາ ກຳ ລັງສົ່ງມາໃຫ້ລາວ. ພ້ອມດຽວກັນ ນີ້, ອົງການປົກຄອງທ້ອງຖິ່ນ ຕ່າງໆຂອງຈີນເຊັ່ນ: ແຂວງຢຸນ ນານ, ຫູນານ, ນະຄອນສຸງສິງ, ແຂວງຊານຕົງ ແລະ ນະຄອນ ຊຽງໄຮ້ ໄດ້ພ້ອມກັບສະມາຄົມ ພັດທະນາເສດຖະກິດອາຊີຈີນ, ສະຫະພັນນັກວິສະຫະກິດຈີນ ແລະ ຕ່າງປະເທດ, ທະນາຄານ ICBC ສາຂານະຄອນຫຼວງວຽງ ຈັນກໍຄືອົງການຈັດຕັ້ງຕ່າງໆ ຊາວຈີນຢູ່ລາວກໍຄືຶຄະນະຊາວ ຈີນຕ່າງດ້າວກໍໄດ້ຕັ້ງໜ້າໃຫ້ການ ຊ່ວຍເຫຼືອ ແລະ ບໍລິຈາກ, ເຊິ່ງອຸ ປະກອນເຫຼົ່ານີ້ ສ່ວນໜຶ່ງໄດ້ສົ່ງມາ ຮອດລາວແລ້ວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ