ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະແພດ ແລະ ຊ່ຽວຊານຂອງ ສປ ຈີນ ເດີນທາງມາຮອດລາວ ເພື່ອຊ່ວຍຕ້ານໄວຣັສໂຄວິດ-19
ເວລາອອກຂ່າວ: 2020-03-30 09:33:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ຄະນະແພດ ແລະ ຊ່ຽວຊານ ຂອງ ສປ ຈີນ ຈໍານວນ 12 ທ່ານ ພ້ອມດ້ວຍອຸປະກອນການແພດ ຈຳນວນໜຶ່ງ ໄດ້ເດີນທາງມາຮອດ ສະໜາມບິນສາກົນວັດໄຕ ໃນວັນ ທີ 29 ມີນາ ນີ້, ເພື່ອມາຊ່ວຍ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນກັບໄວຣັສ ໂຄວິດ-19 ຢູ່ພາຍໃນປະເທດ, ເຊິ່ງມາຮອດ ປັດຈຸບັນລາວມີຜູ້ຕິດເຊື້ອແລ້ວ ທັງໝົດ 8 ຄົນ, ແຕ່ບໍ່ມີລາຍງານ ການເສຍຊີວິດ. ທ່ານ ສົມດີ ດວງດີ ຮອງ ນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການເງິນ, ທັງເປັນ ຫົວໜ້າຄະນະສະເພາະກິດ ເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດອັກ ເສບປອດຈາກເຊື້ອຈຸລະໂຣກ ສາຍພັນໃໝ່ ຫຼື ໂຄວິດ-19, ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດ ຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ເຈົ້າໜ້າ ທີ່ຈາກສະຖານເອກອັກຄະລັດ ຖະທູດ ແຫ່ງ ສປ ຈີນ ປະຈຳນະ ຄອນຫຼວງວຽງຈັນ ໄດ້ໃຫ້ກຽດ ຕ້ອນຮັບຄະນະດັ່ງກ່າວທີ່ສະ ໜາມບິນຢ່າງເປັນທາງການ ແລະ ສົມກຽດ ດ້ວຍບັນຍາກາດທີ່ເຕັມ ໄປດ້ວຍໄມຕີຈິດມິດຕະພາບອັນອົນອຸ່ນ. ແຜນການເຮັດວຽກຢູ່ ສປປ ລາວ ຂອງຄະນະແພດ ແລະ ຊ່ຽວ ຊານແມ່ນຈະດຳເນີນເປັນເວລາ ທັງໝົດ 14 ວັນ ໂດຍຈະແບ່ງປັນ ປະສົບການກັບຝ່າຍລາວ ໃນການ ປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19, ກວດຄັດກອງຫາຜູ້ ຕິດເຊື້ອ, ກວດວິເຄາະເຊື້ອພະ ຍາດຢູ່ຫ້ອງທົດລອງ ແລະ ປິ່ນ ປົວຄົນເຈັບ, ລວມທັງແລກປ່ຽນບົດຮຽນກັບກະຊວງສາທາລະນະ ສຸກ ແລະ ໂຮງໝໍສູນກາງຂອງ ສປ ລາວ. ໂດຍ: ສິງຄຳ ແຍງຕາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ