ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານນາຍົກລັດຖະມົນຕີ ລົງກວດກາມາດຕະການປ້ອງກັນການແຜ່ລະບາດເຊື້ອພະຍາດ COVID-19 ຢູ່ແຂວງຄຳມ່ວນ
ເວລາອອກຂ່າວ: 2020-03-27 09:49:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ເພື່ອສືບຕໍ່ຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຜົນຄືນການຈັດ ຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານວາງອອກໃນການ ປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດຂອງເຊື້ອພະຍາດ COVID-19 ມີຄວາມຮັບປະກັນ ແລະ ໄດ້ຮັບຜົນຄືແນວໃດນັ້ນ, ໃນ ຕອນເຊົ້າຂອງວັນທີ 26 ມີນາ ນີ້, ທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ສະເພາະກິດໄດ້ໄປຢ້ຽມຢາມ ແລະ ກວດກາເບິ່ງສະພາບຄວາມ ເປັນຈິງໃນການປະຕິບັດໜ້າທີ່ ຂອງພາກສ່ວນທີ່ກ່ຽວຂ້ອງ ກໍຄື ກົນໄກການປະຕິບັດວຽກງານ, ລວມທັງໂຄງລ່າງພື້ນຖານ, ເຕັກ ນິກ ແລະ ອຸປະກອນຮັບໃຊ້ຕ່າງໆ ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ຄໍາມ່ວນ-ນະຄອນພະນົມ ໃນການຮອງຮັບ ຜູ້ຄົນເຂົ້າດ່ານສາກົນດັ່ງກ່າວ. ພ້ອມທັງໄປຢ້ຽມຢາມສູນກັກບໍລິ ເວນຊົ່ວຄາວໂຮງຮຽນມັດທະຍົມ ຕົ້ນນາໂບ, ເມືອງທ່າແຂກ, ແຂວງ ຄຳມ່ວນ. ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ນີ້ ນັບແຕ່ວັນ ທີ 20 - 25 ມີນາ 2020 ມີຄົນ ເຂົ້າຜ່ານດ່ານທັງໝົດ 7.300 ກວ່າຄົນ, ໃນນັ້ນມີຄົນຫວຽດນາມ 2.008 ຄົນ, ຄົນລາວ 4.072 ຄົນ, ຄົນໄທ 1.230 ຄົນ, ຄົນ ຈີນ 4 ຄົນ. ສຳລັບຄົນລາວທີ່ເຂົ້າ ມານັ້ນແມ່ນຢູ່ແຂວງຄຳມ່ວນມີ ຈຳນວນ 3.993 ຄົນ, ບໍລິຄຳໄຊ 41 ຄົນ, ສະຫວັນນະເຂດ 33 ຄົນ, ຈຳປາສັກ ແລະ ແຂວງນະ ຄອນຫຼວງວຽງຈັນ ພາກສ່ວນລະ 2 ຄົນ ແລະ ໄຊຍະບູລີ 1 ຄົນ. ຕໍ່ກັບຄົນທີ່ເຂົ້າຜ່ານດ່ານດັ່ງກ່າວ ແມ່ນໄດ້ມີການກວດສຸຂະພາບ, ຖ້າພົບກໍລະນີສົງໄສແມ່ນສົ່ງ ໄປຕິດຕາມອາການຢູ່ຫ້ອງແຍກ ປ່ຽວໂຮງໝໍແຂວງ, ສ່ວນຜູ້ທີ່ ບໍ່ມີໄຂ້ແຕ່ເດີນທາງເຂົ້າມາແມ່ນ ເຈົ້າໜ້າທີ່ໄດ້ນຳເຂົ້າໄປກັກກັນຢູ່ ຕາມສູນຕ່າງໆຂອງບັນດາເມືອງ ໃນຈຳນວນ 78 ສູນ ໃນທົ່ວ ແຂວງ, ສ່ວນຄົນຫວຽດນາມ ແມ່ນໄດ້ກວດສຸຂະພາບ ແລະ ສົ່ງ ຕໍ່ເດີນທາງກັບປະເທດ. ຜ່ານມາ ໄດ້ກັກຕົວຜູ້ທີ່ສົງໄສຕິດເຊື້ອ ພະຍາດ COVID-19 ຈໍານວນ 4 ກໍລະນີ, ຜົນໄດ້ຮັບ 3 ກໍລະນີ ບໍ່ພົບເຊື້ອ ແລະ ອີກ 1 ຕົວຢ່າງ ຍັງລໍຖ້າຜົນກວດ, ເຊິ່ງມາຮອດ ປັດຈຸບັນທົ່ວແຂວງຄຳມ່ວນຍັງບໍ່ ພົບກໍລະນີຜູ້ຕິດເຊື້ອ COVID- 19 ເທື່ອ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ສະແດງຄວາມຊົມ ເຊີຍຕໍ່ເຈົ້າໜ້າທີ່, ພະນັກງານແພດ ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະຕິບັດມາດຕະ ການຕ່າງໆ ກໍຄືໜ້າທີ່ ແລະ ຄວາມ ຮັບຜິດຊອບຂອງຕົນຢ່າງເຂັ້ມ ງວດ, ພ້ອມທັງຮຽກຮ້ອງໃຫ້ຜູ້ ທີ່ຜ່ານດ່ານສາ ກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ແລະ ຜູ້ທີ່ ຢູ່ສູນກັກບໍລິເວນຊົ່ວຄາວ ໂຮງ ຮຽນມັດທະຍົມຕົ້ນນາໂບ ຈົ່ງ ພ້ອມກັນອົດທົນເຝົ້າລະວັງ ແລະ ຕິດຕາມອາການຂອງຕົນຕາມ ລະບຽບຫຼັກການ 14 ວັນ, ສິ່ງ ສຳຄັນແມ່ນຄວາມເປັນເຈົ້າການ ໃຫ້ການຮ່ວມມືກັບເຈົ້າໜ້າທີ່, ເຫັນແກ່ຜົນປະໂຫຍດສ່ວນລວມ, ມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ. ໂດຍ: ກົມປະຊາສຳພັນ ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ