ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫຼຸບຜົນການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ທີ່ສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ປະຈຳສົກປີ 2019-2020
ເວລາອອກຂ່າວ: 2020-03-27 09:46:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ພາຍຫຼັງສໍາເລັດສັງເກດ ການທໍາລາຍລະເບີດບໍ່ທັນແຕກ (ລບຕ) ທີ່ສະໜາມທຳລາຍ ລບຕ ຂອງກອງພັນໃຫຍ່ 702, ບັນດາ ຜູ້ແທນໄດ້ສືບຕໍ່ເຂົ້າຮ່ວມພິທີສະ ຫຼຸບຜົນການຮ່ວມມືກັບກອງທັບ ຣັດເຊຍ ໃນການກວດກູ້ ແລະ ທໍາລາຍ ລບຕ ທີ່ສະໜາມບິນທົ່ງ ໄຫຫີນ ແຂວງຊຽງຂວາງ ປະຈໍາ ສົກປີ 2019-2020 ໄດ້ຈັດຂຶ້ນ ທີ່ໂຮງແຮມຊຽງຂວາງວິວ ໃນວັນ ທີ 26 ມີນາ ນີ້, ພາຍໃຕ້ການເປັນ ປະທານຮ່ວມຂອງ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ຄະນະຊີ້ນໍາການຮ່ວມມືກັບກໍາລັງ ປະກອບອາວຸດ ແຫ່ງ ສ ຣັດເຊຍ ກ່ຽວກັບການກວດກູ້ ແລະ ທໍາ ລາຍ ລບຕ, ສະຫາຍບຸນຕົ້ນຈັນ ທະພອນ ເຈົ້າແຂວງໆຊຽງຂວາງ ແລະ ສະຫາຍພັນເອກ ອັນເດຣ ລິນຄາເຊບ ທີ່ປຶກສາທູດປ້ອງກັນ ຊາດແຫ່ງ ສ ຣັດເຊຍ ປະຈຳລາວ, ມີບັນດາຜູ້ຕາງໜ້າຈາກ 4 ກົມ ໃຫຍ່, ຫ້ອງວ່າການກະຊວງປ້ອງ ກັນປະເທດ, ຄະນະປົກຄອງ ແຂວງ, ຄະນະພັກ-ຄະນະບັນຊາ ກົມກອງກໍາລັງຫຼວງ, ກໍາລັງ ທ້ອງຖິ່ນແຂວງຊຽງຂວາງ, ແຂກ ຖືກເຊີນ, ຄະນະອະນຸກໍາມະການ ຮັບຜິດຊອບວຽກງານການຮ່ວມ ມືໃນແຕ່ລະດ້ານຂອງທັງສອງ ຝ່າຍເຂົ້າຮ່ວມ. ສະຫາຍ ພັນເອກ ປາດຖະໜາ ວຸດທິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະຮັບຜິດຊອບເນື້ອໃນ ແລະ ແຜນການ ໄດ້ລາຍງານຜົນສໍາ ເລັດວຽກງານຮອບດ້ານໃນການ ຮ່ວມມືກັບກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ກວດກູ້ ແລະ ທໍາ ລາຍ ລບຕ ທີ່ສະໜາມບິນທົ່ງ ໄຫຫີນ ແຂວງຊຽງຂວາງ ໃຫ້ຮູ້ ວ່າ: ຜ່ານການຮ່ວມມືປະຕິບັດ ງານພາກສະໜາມກວດກູ້ ແລະ ທໍາລາຍ ລບຕ ເລີ່ມແຕ່ວັນທີ 28 ຕຸລາ 2019 ເຖິງ ວັນທີ 20 ມີນາ 2020 ໃນບໍລິເວນໄດ້ຮັບການຢັ້ງ ຢືນຄຸນນະພາບເປັນພື້ນທີ່ສໍາເລັດ ການກວດກູ້ ລບຕ ຈາກຫ້ອງການ ຄະນະກຳມະການແຫ່ງຊາດ ເພື່ອເກັບກູ້ ລບຕ (ຄຊກລ) ເນື້ອ ທີ່ທັງໝົດ 104.093,5 ຕາແມັດ ໄດ້ກວດພົບ ແລະ ທໍາລາຍ ລບຕ ທັງໝົດ 836 ໜ່ວຍ ໃນນັ້ນ, ປະ ເພດລະເບີດລູກຫວ່ານທໍາລາຍ ກັບທີ່ ຈໍານວນ 111 ໜ່ວຍ, ປະ ເພດສັບພະວຸດທັງໝົດ 725 ໜ່ວຍ ໃນນີ້, ທໍາລາຍກັບທີ່ຈໍາ ນວນ 423 ໜ່ວຍ ແລະ ເຄື່ອນ ຍ້າຍໄປທໍາລາຍຢູ່ສະໜາມທີ່ໄດ້ ກໍານົດ ຈໍານວນ 302 ໜ່ວຍ. ຊະ ນິດ ລບຕ ແລະ ສັບພະວຸດຕ່າງໆ ມີດັ່ງນີ້: ບົມບີ BLU 26, BLU 61, ລູກປືນ 12,7 ມມ, 20 ມມ, 23 ມມ, 37 ມມ, 40 ມມ, 57 ມມ, 75 ມມ, 76 ມມ, 85 ມມ, 105, ມມ, 106 ມມ, 122 ມມ, 155 ມມ, ລູກປືນ-ຟິວ ຄົກ 50 ມມ, 60 ມມ, 81 ມມ, ລູກຈະຫຼວດ 2,75 ນີ້ວ, ລູກຈະຫຼວດ 3,5 ນີ້ວ, ມິນ M 14, ລະເບີດມື M 26, M 33, MK 3A2, ລະເບີດປາຍປືນ M 9, ບົມ 04 ປອນ, 20 ປອນ ແລະ ບົມ MK 82 (500 ປອນ). ໃນໂອກາດນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຕາງໜ້າການ ນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ປະດັບຫຼຽນໄຊພິລາດ ອາດຫານ, ຫຼຽນກາມິດຕະພາບ ແລະ ມອບໃບຍ້ອງຍໍປະເພດ ຕ່າງໆໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນຜູ້ທີ່ມີຜົນງານປະ ກອບສ່ວນໃນການຮ່ວມມືຕາມ ລໍາດັບຄື : ປະດັບຫຼຽນໄຊພິລາດ ອາດຫານຊັ້ນ III ໃຫ້ 2 ກົມກອງ ລວມໝູ່, ບຸກຄົນ 113 ສະຫາຍ ໃນນີ້, ມີຝ່າຍລາວ 90 ສະຫາຍ ແລະ ຣັດເຊຍ 23 ສະຫາຍ; ມອບ ຫຼຽນກາມິດຕະພາບກອງທັບປະ ຊາຊົນລາວໃຫ້ບຸກຄົນຝ່າຍຣັດ ເຊຍ 16 ສະຫາຍ; ມອບໃບຍ້ອງຍໍ ກະຊວງປ້ອງກັນປະເທດໃຫ້ບຸກ ຄົນ ຝ່າຍລາວ 70 ສະຫາຍ, ຄະ ນະນັກບິນຣັດເຊຍ 13 ສະຫາຍ ແລະ ມອບໃບຍ້ອງຍໍກົມໃຫຍ່ ການເມືອງກອງທັບໃຫ້ບຸກຄົນ ຝ່າຍລາວ 30 ສະຫາຍ ຕື່ມອີກ. ໂດຍ: ບຸນທະວີ ອິນທະມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ