ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ທະຫານແຂວງຫຼວງນ້ຳທາ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ
ເວລາອອກຂ່າວ: 2020-03-11 08:43:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 872 | ຄວາມນິຍົມ:



ໂດຍປະຕິບັດຕາມຄໍາສັ່ງແນະ ນໍາຂອງກົມໃຫຍ່ການເມືອງກອງ ທັບ ເລກທີ 6254/ກມທ ລົງ ວັນທີ 16 ທັນວາ 2019 ວ່າດ້ວຍ ການຈັດຕັ້ງເປີດຂະບວນການ ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດ ທະນາປະຈໍາປີ 2020, ກອງບັນ ຊາການທະຫານ ແຂວງຫຼວງນໍ້າ ທາ ໄດ້ຈັດພິທີເປີດຂະບວນການ ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ຂຶ້ນໃນທ້າຍເດືອນ ກຸມ ພາ ຜ່ານມານີ້, ຢູ່ທີ່ສະໜາມ ກີລາຂອງກອງບັນຊາການ ໂດຍການເປັນປະທານຂອງສະ ຫາຍ ພັນເອກ ຫຸມພັນ ແກ້ວວັງ ລາດ ຫົວໜ້າການເມືອງ ກອງບັນ ຊາການທະຫານ ແຂວງຫຼວງນໍ້າ ທາ, ມີຄະນະພັກກອງບັນຊາການ, ອົງການ 5 ຫ້ອງ, ກົມກອງອ້ອມ ຂ້າງ, ຕາງໜ້າ ຄະນະພັກ-ຄະ ນະບັນຊາ 5 ກອງບັນຊາການທະ ຫານເມືອງ, 2 ກອງພັນ, ກອງ ຮ້ອຍເອກະລາດ, ໂຮງຮຽນ, ໂຮງໜໍເຂົ້າຮ່ວມ.ໃນພິທີ ສະຫາຍ ພັນໂທ ຈໍາ ກາ ປັນຍາສີມ ຮອງຫົວໜ້າຫ້ອງ ການເມືອງ ໄດ້ຂຶ້ນຜ່ານຄໍາສັ່ງ ແນະນໍາຂອງກອງບັນຊາການ ທະຫານແຂວງເລກທີ 10/ກຊຫຂ ລົງວັນທີ 26 ກຸມພາ 2020 ວ່າ ດ້ວຍການຈັດຕັ້ງເປີດຂະບວນ ການແຂ່ງຂັນພາຍໃຕ້ຄໍາຂວັນ (ຮັກຊາດ ແລະ ພັດທະນາ) ປະຈໍາປີ 2020 ພ້ອມທັງຜ່ານ ເນື້ອໃນຂໍ້ແຂ່ງຂັນເພື່ອຍູ້ແຮງ ສ້າງຂະບວນການຮອບດ້ານ ໃນທົ່ວກອງບັນຊາການທະ ຫານແຂວງຫຼວງນໍ້າທາ ຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງ ກັນປະເທດ, ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະບໍລິຫານ ງານພັກແຂວງຫຼວງນໍ້າທາ ແລະ ວັນປະຫວັດສາດສຳຄັນຕ່າງໆ ເປັນຕົ້ນແມ່ນວັນສ້າງຕັ້ງພັກ ຄົບຮອບ 65 ປີ, ວັນວີລະກຳຜູ້ ນຳໂຕນຄຸກໂພນເຄັງ ຄົບຮອບ 60 ປີວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນແຂງ ແຮງ ກວ້າງຂວາງຕໍ່ເນື່ອງ ສຸມ ໃສ່ເຮັດວຽກງານກໍ່ສ້າງຮາກ ຖານການເມືອງ, ສ້າງບ້ານ, ກຸ່ມ ບ້ານພັດທະນາ, ການສ້າງທ່າສະ ໜາມສົງຄາມປະຊາຊົນ 3 ຂັ້ນ, ສ້າງບ້ານ ປ້ອງກັນຊາດເຂັ້ມແຂງ ແລະ ກຸ່ມບ້ານສູ້ຮົບຕິດລຽນ ໃຫ້ເຂັ້ມແຂງໜັກແໜ້ນແກ້ໄຂສະ ພາບການ, ຕິດຕາມການເຄື່ອນ ໄຫວຂອງກຸ່ມຄົນບໍ່ດີໃຫ້ແໜ້ນ, ແກ້ໄຂປະກົດການຫຍໍ້ທໍ້ ໃນກອງ ທັບ ກໍຄືໃນສັງຄົມ ໃຫ້ມີຄວາມເປັນ ລະບຽບຮຽບຮ້ອຍ ແລະ ເພີ່ມສະຕິກຽມພ້ອມສູ້ຮົບໃນທຸກກໍລະນີ, ຍົກສູງແບບແຜນນໍາພາ ໂດຍມີການຕິດຕາມ, ກວດກາ-ຊຸກຍູ້ຂອງຄະນະພັກການປະຕິ ບັດທິດນໍາຫັນເປັນໜຸ່ມໃນຂັ້ນ ຕ່າງໆ ເພື່ອສືບທອດ, ປ່ຽນແທນ; ການອົບຮົມຫັດແອບ, ການ ຍົກລະດັບສິລະປະຍຸດ-ຍຸດທະ ວິທີ, ເອົາໃຈໃສ່ປັບປຸງໂຄງການ ຫຼັກສູດການຮຽນ-ການສອນ, ການປະຕິບັດລະບຽບວິໄນຂອງ ກອງທັບ ຕິດພັນກັບການສ້າງ ພັກປອດໄສ, ເຂັ້ມແຂງ ແລະ ໜັກ ແໜ້ນ, ສ້າງກອງປອດໄສ, ປອດໄພ, ປອດຄະດີ ແລະ ການ ສ້າງນັກຮົບ-ກົມກອງວັດທະນະ ທໍາໃຫ້ມີຄຸນນະພາບສູງ, ສ້າງ ເງື່ອນໄຂ-ຂຸດຄົ້ນ-ນໍາໃຊ້ ທ່າ ແຮງຂອງກົມກອງໃນຂົງເຂດພະ ລາທິການ; ປະຕິບັດລະບຽບວິ ໄນການເງິນໃຫ້ເຂັ້ມງວດ, ການ ບົວລະບັດບໍາລຸງຮັກສາ ແລະ ການນໍາໃຊ້ວັດຖຸໃຫ້ຖືກຕ້ອງຕາມ ການເບີກຈ່າຍໃຫ້ມີຄວາມຮັບປະ ກັນ, ເປັນເຈົ້າການສຶກສາອົບຮົມມູນເຊື້ອອັນດີງາມຂອງກອງທັບ, ຂອງກົມກອງ, ການປະຕິບັດລະ ບອບດໍາເນີນຊີວິດພັກປົກກະຕິ, ເລິກເຊິ່ງ ແລະ ເອົາໃຈໃສ່ຄວາມ ຮັບຜິດຊອບດ້ານການເມືອງ ຂອງພະນັກງານ, ພ້ອມກັນນັ້ນ ຕ້ອງມີມາດຕະການມີປະສິດທິ ຜົນໃນການແກ້ໄຂປະກົດການ ຫຍໍ້ທໍ້ດ້ານຕ່າງໆ ຂອງກົມກອງ, ສຶກສາຮໍ່າຮຽນເອົາຄຸນສົມບັດ ສິນທໍາປະຕິວັດ ແລະ ແບບແຜນ ດໍາລົງຊີວິດຂອງທ່ານຜູ້ນໍາ ( ປະ ທານ ໄກສອນ ພົມວິຫານ, ປະ ທານ ສຸພານຸວົງ ) ເຂົ້າໃນການປະ ຕິບັດໜ້າທີ່ວຽກງານຕົວຈິງ. ທັງນີ້ກໍເພື່ອຍູ້ແຮງສ້າງ ຂະບວນການຮອບດ້ານໃນທົ່ວ ກອງບັນຊາການທະຫານແຂວງ ຫຼວງນໍ້າທາ ຖືເອົາບັ້ນແຂ່ງຂັນ ນີ້ເປັນການຍູ້ຂະບວນການສ້າງ ໜ່ວຍພັກປອດໄສ, ເຂັ້ມແຂງ ແລະໜັກແໜ້ນ, ຂະບວນກໍ່ສ້າງ ກອງປອດໃສ, ປອດໄພ, ປອດ ຄະດີ; ການກໍ່ສ້າງນັກຮົບ-ກົມ ກອງວັດທະນະທຳ; ຂະບວນການ 4 ປູກ 4 ລ້ຽງ; ຂະບວນການ 4 ບຸກຂອງຊາວໜຸ່ມ; ຂະບວນການ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ຂະບວນການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ປະຊາຊົນລາວ ໃຫ້ເປັນຂະບວນ ກວ້າງຂວາງ, ຟົດຟື້ນຕໍ່ເນື່ອງ ແລະ ໄດ້ຮັບໝາກຮັບຜົນສູງກວ່າ ເກົ່າ ແລະ ທັງເປັນການສຶກສາ ອົບຮົມຈິດໃຈຮັກຊາດ, ສ້າງ ຄວາມຈົງຮັກພັກດີຕໍ່ອຸດົມການ ຂອງພັກ, ຍົກສູງສະຕິລະວັງ ຕົວຕໍ່ກົນອຸບາຍທຳລາຍມ້າງ ເພຂອງອິດທິກຳລັງປໍລະປັກ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດ ລະບຽບວິໄນເຂັ້ມງວດສາມາດ ເຮັດສຳເລັດໜ້າທີ່ໃນທຸກກໍລະ ນີ ໂດຍເຄື່ອນໄຫວຕາມ 4 ໜ້າ ທີ່ໃຫຍ່ ແລະ 26 ແຜນງານທີ່ ກະຊວງປ້ອງກັນປະເທດວາງ ອອກໃຫ້ປະກົດຜົນເປັນຈິງ. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ