ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ກອງທັບປະຊາຊົນລາວເຂົ້າຮ່ວມກອງປະຊຸມປະຈຳປີເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 13 ແລະ ກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນວົງແຄບ ຄັ້ງທີ 5
ເວລາອອກຂ່າວ: 2020-03-11 08:41:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 826 | ຄວາມນິຍົມ:



ໃນລະຫວ່າງວັນທີ 2-6 ມີນາ ນີ້, ຄະນະຜູ້ແທນຂອງກອງທັບ ປະຊາຊົນລາວ, ນໍາໂດຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເຂົ້າຮ່ວມກອງ ປະຊຸມປະຈຳປີເຄືອຂ່າຍສະ ຖາບັນປ້ອງກັນຊາດ ແລະ ຄວາມຫມັ້ນຄົງອາຊຽນ ຄັ້ງທີ 13 (NADI Annual Meeting13th) ແລະ ກອງປະຊຸມ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມຫມັ້ນຄົງອາຊຽນ ວົງ ແຄບ ຄັ້ງທີ 5 (NADI Retreat 5th), ເຊິ່ງໄດ້ຈັດຂຶ້ນຢູ່ທີ່ໂຮງ ແຮມ ດີແອວຈີ, ນະຄອນດານັງ ສສ ຫວຽດນາມ, ໂດຍ ສະຫາຍ ພາຍໃຕ້ການເປັນປະທານຂອງ ພົນຕີ ດຣ ດັງກວາງໝິນ, ຮັກສາ ການຫົວໜ້າອໍານວຍການສະ ຖາບັນຍຸດທະສາດປ້ອງກັນຊາດ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ. ມີບັນດາຫົວໜ້າ ສະຖາບັນປ້ອງກັນຊາດ ແລະ ວິຊາການດ້ານຄວາມໝັ້ນຄົງ ຈາກ9ປະເທດສະມາຊິກອາຊຽນ ເຂົ້າຮ່ວມກິດຈະກໍາດັ່ງກ່າວ. ຈຸດປະສົງຂອງກອງປະຊຸມ ປະຈໍາປີຄັ້ງທີ13 (NADI Annual Meeting 13th) ຄັ້ງນີ້ ແມ່ນໄດ້ເນັ້ນໜັກໃນການປຶກສາ ຫາ ລືກ່ຽວກັບ 3 ຫົວຂໍ້ຄື: 1.ການ ແຂ່ງຂັນທາງດ້ານຍຸດທະສາດ ລະຫວ່າງບັນດາປະເທດມະຫາ ອຳນາດ ແລະ ການປ່ຽນແປງ ທາງດ້ານພູມສາດການເມືອງ, ໂອກາດ ແລະ ບັນຫາທ້າທາຍ ສໍາລັບຄວາມເປັນແກນກາງ ຂອງອາຊຽນ; 2. ສະຖານະການ ດ້ານຄວາມໝັ້ນຄົງຂອງໂລກ ແລະ ຂອງພາກພື້ນ ແລະ ການ ປະກົດຕົວອອກມາຂອງບັນຫາ ດ້ານຄວາມໝັ້ນຄົງ; 3. ການ ຮ່ວມມືປ້ອງກັນຊາດເພື່ອຄວາມ ສະໜິດຕິດພັນ ແລະ ຄວາມເຂັ້ມ ແຂງຂອງອາຊຽນໃນການຮັບມື ກັບການປ່ຽນທາງດ້ານພູມສາດ ການເມືອງຂອງພາກພື້ນ. ນອກຈາກນີ້້ຄະນະຜູ້ແທນຂອງ ແຕ່ລະປະເທດຍັງໄດ້ປຶກສາຫາລືກ່ຽວກັບ ຄວາມຮຸນແຮງທີ່ເພີ່ມຂຶ້ນຂອງການປ່ຽນແປງທາງພູມສາດດ້ານການເມືອງ ແລະ ການ ແຂ່ງຂັນກັນຂອງບັນດາປະເທດ ມະຫາອໍານາດທີ່ໄດ້ມີບົດບາດ ສໍາຄັນໃນ ການຮັກສາສົມດຸນ ດ້ານຄວາມໝັ້ນຄົງທີ່ມີຄວາມລະ ອຽດອ່ອນໃນພາກພື້ນ. ຄວາມ ເປັນກາງຂອງອາຊຽນກາຍເປັນ ກົນໄກພູມສາດດ້ານການເມືອງ ສະນັ້ນ, ອາຊຽນຕ້ອງໄດ້ຄຸ້ມຄອງ ແລະ ຮັກສາຜົນປະໂຫຍດຂອງ ຕົນ. ກອງປະຊຸມຍັງໄດ້ແລກປ່ຽນ ຄໍາເຫັນກ່ຽວກັບບັນຫາດ້ານ ຄວາມປອດໄພທີ່ບໍ່ກ່ຽວກັບການ ທະຫານເຊັ່ນ: ການປ່ຽນແປງ ຂອງດິນຟ້າອາກາດ, ເຕັກໂນໂລ ຢີ, ການປະຕິຮູບອຸດສາຫະກຳ ຄັ້ງທີ 4 ແລະ ການລະບາດຂອງ ເຊື້ອພະຍາດປອດອັກເສບສາຍ ພັນໄໝ່ (COVID 19) ແລະ ຈາກປະສົບການ COVID 19 ໄດ້ຮຽກຮ້ອງເຖິງຄວາມຈໍາເປັນ ໃນການແກ້ໄຂບັນຫາດັ່ງກ່າວ. ຕໍ່ກັບບັນຫານີ້ (NADI Annual Meeting 13th) ໄດ້ຮຽກຮ້ອງ ໃຫ້ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ(ADMM) ຕ້ອງໄດ້ເຮັດວຽກຮ່ວມກັນໃນ ການຈັດການກັບບັນຫາ COVID 19 ດັ່ງທີ່ໄດ້ກ່າວໄວ້ ໃນຖະ ແຫຼງການຮ່ວມຂອງລັດຖະມົນ ຕີປ້ອງກັນປະເທດອາຊຽນ ວ່າ ດ້ວຍການຮ່ວມມືດ້ານປ້ອງກັນປະເທດເພື່ອຕ້ານໂລກລະບາດ. ນອກຈາກນີ້ ກອງປະຊຸມຍັງໄດ້ ເນັ້ນໜັກເຖິງຄວາມສຳຄັນຂອງ ການຮ່ວມມືດ້ານຄວາມປອດໄພ ທີ່ບໍ່ກ່ຽວກັບການທະຫານ, ເຊິ່ງ ເປັນສ່ວນປະກອບໃນການສ້າງ ຄວາມເຂັ້ມແຂງ, ຊຸກຍູ້ການພົວ ພັນທີ່ໃກ້ຊິດ, ຍົກສູງຄວາມສາ ມາດ. ສິ່ງດັ່ງກ່າວໄດ້ປະກອບສ່ວນສ້າງຄວາມໝັ້ນໃຈ ແລະ ສ້າງສະພາບແວດລ້ອມອັນດີ ໃຫ້ແກ່ ການຄຸ້ມຄອງໂດຍສັນຕິ ກ່ຽວກັບຄວາມກັງວົນທີ່ບໍ່ກ່ຽວ ກັບການທະຫານ. ພ້ອມກັນນັ້ນ ອາຊຽນຄວນສືບຕໍ່ເຮັດວຽກເພື່ອ ແນໃສ່ສ້າງຄວາມເຂັ້ມແຂງຂອງກົນໄກອາຊຽນທີ່ສາມາດແກ້ໄຂ ບັນຫາລະຫວ່າງລັດ. ກອງປະຊຸມ ວົງແຄບ ຄັ້ງທີ 5 ( NADI Retreat 5th) ແມ່ນໄດ້ປຶກສາຫາລືກ່ຽວກັບ: "ເພີ່ມທະວີຄວາມເປັນແກນກາງ ຂອງອາຊຽນໃນກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາ ຊຽນ-ບວກ". ໃນທີ່ປະຊຸມດັ່ງ ກ່າວຄະນະຜູ້ແທນໄດ້ເຫັນດີເປັນ ເອກະພາບກັນວ່າການສ້າງຕັ້ງ ກອງປະຊຸມລັດຖະມົນຕີປ້ອງກັນ ປະເທດອາຊຽນ-ບວກ(ADMM- Plus) ແມ່ນມີຄວາມຈໍາເປັນ ຫຼາຍ. ການຮ່ວມມືລະຫວ່າງອາ ຊຽນ ແລະ ປະເທດຄູ່ເຈລະຈາ ແມ່ນເປັນການຮ່ວມມືກັນແກ້ໄຂບັນຫາທ້າທາຍດ້ານຄວາມໝັ້ນຄົງ. ຫຼັງຈາກ 10 ປີຂອງການ ສ້າງຕັ້ງ, ADMM-Plus ໄດ້ສະ ແດງບົດບາດຄວາມສໍາຄັນໃນ ໂຄງສ້າງຂອງພາກພື້ນໂດຍການ ສົ່ງເສີມຍຸດທະສາດການຮ່ວມມືໂດຍຜ່ານກອງປະຊຸມຜູ້ຊ່ຽວ ຊານລັດຖະມົນຕີປ້ອງກັນປະ ເທດອາຊຽນ-ບວກ. ປະສິດທິຜົນ ຂອງການຮ່ວມມືດ້ານປ້ອງກັນ ຊາດພາຍໃຕ້ຂອບຂອງການຮ່ວມ ມືຂອງກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນບວກ ໄດ້ປະກົດຕົວອອກຍ້ອນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປັນແກນກາງ ພ້ອມກັນ ກັບຄວາມສາມາດໃນການປະສານສົມທົບຜົນປະໂຫຍດ ແລະ ຄວາມກັງວົນຂອງທຸກພາກສ່ວນ. ( NADI Retreat 5th) ເຫັນ ເຖິງຄວາມສໍາຄັນຂອງການສ້າງ ຄວາມເຂົ້າໃຈຮ່ວມກັນໃນຄວາມ ເປັນແກນກາງຂອງອາຊຽນ. ຄວາມເປັນແກນກາງຂອງອາຊຽນແມ່ນໄດ້ສະແດງໃຫ້ເຫັນ ກ່ອນອື່ນໝົດໃນຫຼັກການຄວາມ ເປັນເອກະພາບຂອງອາຊຽນ ແລະ ຄວາມສາມາດໃນການປະ ຕິບັດງານແມ່ນຖືກກຳນົດໄວ້ໃນ ວາລະຂອງກອງປະຊຸມ. ການ ປ່ຽນແປງຂອງພູມສາດດ້ານ ການເມືອງ ແລະ ສະພາບແວດ ລ້ອມດ້ານຄວາມໝັ້ນຄົງເປັນ ການນໍາສະເໜີທັງໂອກາດ ແລະ ຄວາມທ້າທາຍຕໍ່ຄວາມເປັນ ແກນກາງຂອງອາຊຽນ, ໂດຍສະ ເພາະໃນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ. ພ້ອມກັນນັ້ນຄະນະຜູ້ແທນກອງປະຊຸມແຕ່ລະປະເທດໄດ້ສະເໜີທິດທາງເພື່ອຮັບປະກັນຄວາມ ເປັນແກນກາງຂອງອາຊຽນໃນ ອະນາຄົດ. ກອງປະຊຸມຍັງໄດ້ກໍານົດທິດທາງແຜນການ ແລະ ກິດຈະກຳ ຂອງເຄືອຂ່າຍສະຖາບັນປ້ອງ ກັນຊາດ ແລະ ຄວາມໝັ້ນຄົງອາ ຊຽນ (NADI) ໃນປີ 2020 ດັ່ງນີ້: ສສ ຫວຽດນາມ ຈະເປັນເຈົ້າພາບ ຈັດກອງປະຊຸມສຳມະນາ ໃນຫົວ ຂໍ້: "ການຮ່ວມມືດ້ານການປ້ອງ ກັນຊາດເພື່ອແກ້ໄຂບັນຫາການ ຄ້າມະນຸດ ແລະ ການເຂົ້າເມືອງ ທີຜິດກົດໝາຍ" ໃນວັນທີ່ 29 ມິຖຸນາ - 2 ກໍລະກົດ ປີ 2020. ແລະ ກອງປະຊຸມສຳມະນາ ກ່ຽວກັບ ຄວາມປອດໄພທາງຄອມພິວເຕີ ໃນວັນທີ 7-11 ກັນຍາ 2020. ກອງປະຊຸມຄັ້ງນີ້ປະສົບຜົນ ສໍາເລັດໄດ້ຕາມຄາດໝາຍທີ່ ວາງໄວ້, ເຊິ່ງສະແດງອອກໃນ ການປະກອບສ່ວນຢ່າງຕັ້ງໜ້າ ຂອງບັນດາປະເທດສະມາຊິກ ອາຊຽນ. ສໍາລັບຄະນະຜູ້ແທນ ຂອງກອງທັບປະຊາຊົນລາວ, ພວກເຮົາກໍ່ໄດ້ປະກອບສ່ວນເຂົ້າ ໃນການປະກອບຄໍາເຫັນໃນກອງ ປະຊຸມດ້ວຍບັນຍາກາດທີ່ສ້າງ ສັນ ແລະ ກົງໄປກົງມາ. ຜົນງານ ການເຄື່ອນໄຫວວຽກງານດັ່ງ ກ່າວ ເປັນການປະກອບສ່ວນອັນ ສໍາຄັນຂອງກອງທັບປະຊາຊົນ ລາວ ໃນການພົວພັນຮ່ວມມືວຽກ ງານປ້ອງກັນຊາດ ແລະ ຄວາມ ໝັ້ນຄົງຂອງອາຊຽນ, ທັງເປັນ ການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນງານ ການຮ່ວມມືວຽກງານປ້ອງກັນ ຊາດຂອງອາຊຽນ, ໂດຍສະເພາະ ແມ່ນຂອບການຮ່ວມມືຂອງກອງ ປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ