ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 18 ພຶດສະພາ 2026

  

ທ່ານ ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບຜູ້ບັນຊາການກອງບັນຊາການປະຕິບັດພິເສດຂອງ ສ ອາເມຣິກາ
ເວລາອອກຂ່າວ: 2020-03-10 09:46:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 902 | ຄວາມນິຍົມ:



ໃນວັນທີ 6 ມີນາ ນີ້, ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດ ຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ, ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ພົນຕີ ໂຈນາທານ ພີ ບຣາກາ ຜູ້ບັນຊາການກອງບັນຊາ ການປະຕິບັດພິເສດຂອງ ສ ອາ ເມຣິກາ ປະຈຳພາກພື້ນປາຊີຟິກ. ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວສະແດງຄວາມຕ້ອນຮັບ ອັນອົບອຸ່ນຕໍ່ ທ່ານ ພົນຕີ ໂຈນາ ທານ ພີ ບຣາກາ ພ້ອມຄະນະແລະ ໄດ້ຕີລາຄາຕໍ່ສາຍພົວພັນ ການຮ່ວມມືຊ່ວຍເຫຼືອ. ໂດຍ ໄດ້ສະເໜີໃຫ້ຝ່າຍອາເມຣິກາ ພິຈາລະນານຳໃຊ້ການບໍລິການ ຂອງກອງທັບ ສປປ ລາວ ໂດຍ ສະເພາະແມ່ນກົມໃຫຍ່ພະລາ ທິການກອງທັບ ເຂົ້າມີສ່ວນຮ່ວມ ແລະ ຮັບໃຊ້ພາກສະໜາມໃນ ວຽກງານການສຳຫຼວດ ແລະ ຂຸດ ຄົ້ນຮອງຮອຍ ແລະ ສິ່ງເສດເຫຼືອ ຂອງທະຫານອາເມຣິກາທີ່ຫາຍ ສາບສູນໃນປາງສົງຄາມຢູ່ລາວ ແລະ ວຽກງານການຊ່ວຍເຫຼືອສະ ໜັບສະໜູນກ່ຽວກັບການເກັບກູ້ ລະເບີດທີ່ຍັງບໍ່ທັນແຕກ, ເພື່ອປະ ກອບສ່ວນເສີມສ້າງສາຍພົວພັນ ການຮ່ວມມືລະຫ່ວາງ 2 ປະເທດ ໃຫ້ນັບມື້ດີຂຶ້ນ. ທ່ານ ພົນຕີ ໂຈນາທານ ພີ ບຣາ ກາ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພົນຕີ ອ່ອນສີ ແສນສຸກ, ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງໄດ້ທົບຄືນສາຍ ພົວພັນ, ການຮ່ວມມືລະຫວ່າງ 2 ກອງທັບ ອາເມຣິກາ-ລາວ, ໃນ ໄລຍະຜ່ານມາເຊິ່ງໄດ້ນຳຜົນປະໂຫຍດຕົວຈິງ, ພ້ອມທັງກ່າວຢືນ ຢັ້ນວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທຳ, ໂດຍສະເພາະແມ່ນການເກັບກູ້ລະເບີດທີ່ ຍັງບໍ່ທັນແຕກຢູ່ ສປປ ລາວ ແລະ ເກັບກູ້ອັດຖິທະຫານອາເມຣິກາທີ່ຍັງຫຼົງເຫຼືອແຕ່ປາງສົງຄາມຢູ່ລາວ, ພ້ອມນັ້ນຍັງໄດ້ແລກປ່ຽນວຽກງານການສຶກສາ ເພື່ອເປັນ ການປະກອບສ່ວນເຮັດໃຫ້ສາຍພົວພັນການຮ່ວມມືຂອງສອງປະເທດໃຫ້ດີຂຶ້ນ. ໂດຍ: ນາງ ວົງພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ