ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການ ປກສ ແຂວງຫຼວງພະບາງສຳເລັດກອງປະຊຸມໃຫຍ່ອົງຄະນະພັກ ຊຸດທີ III
ເວລາອອກຂ່າວ: 2020-03-03 09:22:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ກອງປະຊຸມໃຫຍ່ອົງຄະນະ ພັກຄັ້ງທີ III ຂອງກອງບັນຊາ ການປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ໄດ້ໄຂຂຶ້ນ ແລະ ອັດລົງ ໃນວັນທີ 28 ກຸມພາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມຈັນ ແກ້ວຈັນດາ ຄະນະປະຈໍາພັກ ແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ຄໍາ ຂັນ ຈັນທະວີສຸກ ກໍາມະການສູນ ກາງພັກ ເລຂາພັກແຂວງ, ເຈົ້າ ແຂວງຫຼວງພະບາງ, ມີບັນດາສະ ຫາຍຕາງໜ້າກະຊວງປ້ອງກັນ ຄວາມສະຫງົບ, ຄະນະປະຈໍາພັກ ແຂວງ, ກໍາມະການພັກແຂວງ, ບັນດາສະຫາຍສະມາຊິກພັກສົມ ບູນເຂົ້າຮ່ວມ 115 ສະຫາຍ. ກອງປະຊຸມ ໄດ້ຮັບຟັງການ ຜ່ານບົດລາຍງານການເມືອງ ທັງສອງພາກ ໂດຍ ສະຫາຍ ພັນ ເອກ ຕູ້ຊົ່ງ ປັດໄຈ ຮອງເລຂາຄະ ນະພັກ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງ ມີເນື້ອໃນວ່າ: ຄະນະພັກໄດ້ເອົາໃຈໃສ່ເຮັດວຽກ ງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນສຳຄັນ ແລະ ດຳເນີນຫຼາຍຮູບການດ້ວຍການ ນໍາເອົາແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ, ມະຕິ, ຄໍາສັ່ງ, ປະຫວັດມູນ ເຊື້ອຂອງຊາດ, ຂອງພັກ ເປັນເນື້ອ ໃນສຶກສາອົບຮົມຢ່າງຕໍ່ເນື່ອງ ລຽນຕິດ ເຮັດໃຫ້ພະນັກງານສະ ມາຊິກພັກ-ນັກຮົບມີຄວາມໜັກ ແໜ້ນດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງດ້ານການຈັດຕັ້ງ, ມີຄວາມຈົງຮັກພັກດີ, ຫ້າວຫັນຕໍ່ ໜ້າທີ່ການເມືອງທີ່ໄດ້ຮັບການ ມອບໝາຍ. ປັດຈຸບັນກອງບັນຊາ ການ ປກສ ແຂວງຫຼວງພະບາງ ປະ ກອບມີ 1 ຄະນະພັກ, ມີ 4 ຄະນະ ພັກຮາກຖານ, 6 ໜ່ວຍພັກເອກະ ລາດ ແລະ ມີ 27 ໜ່ວຍພັກທີ່ຂຶ້ນ ກັບ, ມີສະມາຊິກພັກທັງໝົດ 1.105 ສະຫາຍ, ສາມາດຈັດແບ່ງ ປະເພດສະມາຊິກພັກແຂງມີ 1.090 ສະຫາຍ, ກາງ 15 ສະ ຫາຍ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໄດ້ 16 ໜ່ວຍ. ທົ່ວແຂວງມີ 108 ກຸ່ມ, ຜ່ານມາໄດ້ສໍາເລັດການຈັດຕັ້ງ ອົບຮົມ ປກສ ບ້ານ 22 ຊຸດ, ປະ ກາດຄອບຄົວປ້ອງກັນຄວາມສະ ຫງົບດີ 37.743 ຄອບຄົວ ກວມ ເອົາ 44,93%, ບ້ານປ້ອງກັນ ຄວາມສະຫງົບດີ 424 ບ້ານ ກວມເອົາ 56%, ປັບປຸງສໍາມະ ໂນຄົວ 235 ບ້ານ ມີ 28.225 ຄອບຄົວ, ອອກບັດປະຈໍາຕົວໃຫ້ ພົນລະເມືອງລາວ 15 ປີຂຶ້ນໄປ ໄດ້ 111.316 ບັດ, ເພີ່ມຂຶ້ນ 79.784 ຄົນເທົ່າກັບ 28,32% ນອກຈາກນີ້ຍັງໄດ້ຊຸກຍູ້ຊີ້ນຳ ໜ່ວຍງານເຄື່ອນໄຫວຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ດ້ວຍຫຼາຍຮູບການມາ ຮອດປັດຈຸບັນແຂວງຫຼວງພະ ບາງແມ່ນມີຄວາມສະຫງົບປອດ ໄພ 100%. ບົດລາຍງານການເມືອງຍັງ ໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງບັນດາຜູ້ແທນກອງປະຊຸມ ຍັງໄດ້ຜັດປ່ຽນກັນປະກອບຄໍາ ຄິດເຫັນ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນສົມບູນ ເພື່ອ ເອກະພາບນໍາໄປຈັດຕັ້ງປະຕິບັດ ໃນຊຸມປີຕໍ່ໜ້າໃຫ້ມີໝາກຜົນສູງ ຂຶ້ນລື່ນເກົ່າ. ກອງປະຊຸມຄັ້ງປະ ຖົມມະລຶກໄດ້ເປັນເອກະສັນເລືອກ ເອົາ ສະຫາຍ ພົນຈັດຕະວາ ສົມ ຈັນ ແກ້ວຈັນດາ ເປັນເລຂາຄະ ນະພັກ, ສະຫາຍ ພັນເອກ ຕູ້ຊົ່ງ ປັດໄຈ ເປັນຮອງເລຂາ, ສະຫາຍ ພັນໂທ ທາ ລຽນປະດິດ ເປັນປະ ທານກວດກາພັກ, ສະຫາຍ ພັນໂທ ຫຸມພັນ ອິນທະວົງ ແລະ ສະຫາຍ ພັນໂທ ພິລະນິນໂສ ສີພັນທອງ ເປັນຮອງປະທານກວດກາພັກ, ພ້ອມທັງຄັດເລືອກເອົາຜູ້ແທນ ສົມບູນໄປຮ່ວມກອງປະຊຸມໃຫຍ່ ຂອງຂັ້ນເທິງຈໍານວນ 8 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ ໄດ້ຕາມມາດຖານເງື່ອນໄຂທີ່ໄດ້ກໍານົດໄວ້. ໂອກາດເຂົ້າຮ່ວມກອງປະຊຸມ ສະຫາຍ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ໄດ້ມີ ຄໍາເຫັນຊີ້ນໍາໃຫ້ຄະນະພັກຊຸດ ໃໝ່ຈົ່ງສືບຕໍ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ- ນັກຮົບຢ່າງເປັນປົກກະຕິ, ພ້ອມ ກັນນີ້ກໍຕ້ອງປັບປຸງແບບແຜນ ຊີ້ນໍາ-ບັນຊາ ແລະ ແບບແຜນວິທີເຮັດວຽກໃຫ້ມີຄວາມກ້າວໜ້າ ທັນສະໄໝ ແລະ ເພີ່ມທະວີຄວາມ ສາມັກຄີພາຍໃນເປັນເອກະພາບ ໝູ່ຄະນະ ແລະ ມີຈັນຍາບັນ, ຈັນ ຍາທໍາ ໂປ່ງໃສ ໜັກແໜ້ນ, ເຊີດຊູ ມູນເຊື້ອອັນດີງາມຂອງກໍາລັງ ປ້ອງກັນຄວາມສະຫງົບ ໃຫ້ສົມ ຄູ່ກັບເປັນກໍາລັງທີ່ຈົງຮັກພັກດີ ແລະ ໄວ້ເນື້ອເຊື່ອໃຈຂອງພໍ່ແມ່ ປະຊາຊົນລາວບັນດາເຜົ່າສູ້ຊົນ ປ້ອງກັນຂອບເຂດຄວາມຮັບຜິດ ຊອບໃນທົ່ວແຂວງໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍ ແລະ ສະ ຫງົບປອດໄພ 100%. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ